ສະມາຄົມເບ້ຍບຳນານ ແລະ ເສຍອົງຄະ ເມືອງຫົງສາ ສະຫຼຸບການຈັດຕັ້ງປະຕິບັດວຽກງານຜ່ານມາ

    ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານຂອງຄະນະສະມາຄົມເບ້ຍບຳນານ ແລະ ເສຍອົງຄະ ເມືອງຫົງສາແຂວງໄຊຍະບູລີ 6 ເດືອນຕົ້ນປີ 2024 ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 03 ເດືອນກໍລະກົດນີ້, ທີຫ້ອງປະຊຸມນ້ອຍສະໂມສອນເມືອງ. ໂດຍການເປັນປະທານຂອງທ່ານ ນາງ ດາວວິນ ລາດຊະກິດ ປະທານສະມາຄົມເບ້ຍບຳນານ ແລະ ເສຍອົງຄະເມືອງ ແລະ ໃຫ້ເປັນກຽດເຂົ້າຮ່ວມຂອງທ່ານ ພົມມາ ພົມມະຫານ ຮອງເຈົ້າເມືອງ ຜູ້ຊີ້ນຳຂົງເຂດວຽກງານວັດທະນະທຳ-ສັງຄົມ, ມີຄະນະສະມາຄົມ, ຫົວໜ້າໜ່ວຍສະມາຄົມເບ້ຍບຳນານ ແລະ ເສຍອົງຄະ ແລະ ພະນັກງານຫ້ອງການທີ່ກ່ຽວຂ້ອງເຂົ້າຮ່ວມ.

    ກອງປະຊຸມ ໄດ້ຮັບຟັງການຜ່ານບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານຂອງສະມາຄົມເບ້ຍບຳນານ ແລະ ເສຍອົງຄະ 6 ເດືອນຕົ້ນປີ ແລະ ວາງທິດທາງ6 ເດືອນທ້າຍປີ 2024 ຈາກທ່ານ ນາງ ດາວວິນ ລາດຊະກິດ ປະທານສະມາຄົມເບ້ຍບຳນານ ແລະ ເສຍອົງຄະ ທ່ານໄດ້ກ່າວບາງຕອນວ່າ: ສະມາຄົມເບ້ຍບໍານານ ແລະ ເສຍອົງຄະ ເມືອງຫົງສາ ປະກອບມີຄະນະສະມາຄົມ 9 ທ່ານ ຍິງ 1 ທ່ານ ມີສະມາຊິກທັງໝົດ 187 ທ່ານ ຍິງ 43 ທ່ານ ແບ່ງເປັນ 11 ໜ່ວຍຄຸ້ມຄອງ ເຊິ່ງໃນໄລຍະ 6 ເດືອນຜ່ານມາ ຄະນະສາມາຄົມ ແລະ ຄະນະຮັບຜິດຊອບກອງທຶນຊ່ວຍເຫຼືອເຊິ່ງກັນ ແລະ ກັນຂັ້ນເມືອງໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານຂອງຕົນຢ່າງມີຜົນສຳເລັດຕາມຄາດໝາຍ ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ກັບສະມາຊິກທີ່ຢູ່ໃນຄວາມຮັບຜິດຊອບ ເປັນຕົ້ນແມ່ນການເຂົ້າຮ່ວມເຊື່ອມຊືມເອກະສານຕ່າງໆ ທີ່ຂັ້ນເທິງຈັດຂຶ້ນ ແລະ ໄດ້ເຄື່ອນໄຫວຢ່າງຖືກທິດ ປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາບ້ານເມືອງຢ່າງຕັ້ງໜ້າ ເປັນເຈົ້າການເຕົ້າໂຮມຄວາມສາມັກຄີເປັນປຶກແຜ່ນພ້ອມທັງຖ່າຍທອດຄວາມຮູ້ຄວາມສາມາດໃຫ້ກັບຮຸ່ນລູກຫຼານຕາມພາລະບົດບາດຂອງຕົນໄດ້ເປັນຢ່າງດີ ທີ່ປະ ຊຸມບັນດາຜູ້ເຂົ້າຮ່ວມຍັງໄດ້ປະກອບຄຳຄິດເຫັນຄົ້ນຄວ້າປຶກສາຫາລື ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິ ບັດວຽກງານໃນຕໍ່ໜ້າໃຫ້ໄດ້ຮັບຜົນດີ.

    ໃນຕອນທ້າຍຂອງກອງປະຊຸມທ່ານ ພົມມາ ພົມມະຫານ ຮອງເຈົ້າເມືອງ ໄດ້ມີຄຳເຫັນໂອ້ລົມ ແລະ ພ້ອມທັງເນັ້ນໜັກໃຫ້ຄະນະສະມາຄົມບຳນານ ແລະ ເສຍອົງຄະ ຈົ່ງສືບຕໍ່ເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານຂອງຕົນຢ່າງຕັ້ງໜ້າ ສືບຕໍ່ເປັນຄັນທຸງໃນການສຶກສາອົບຮົມທາງດ້ານການເມືອງ-ແນວຄິດ ແລະ ຕ້ອງເພີ່ມທະວີການເຊື່ອມຊຶມ ກຳແໜ້ນຕໍ່ແນວທາງການປ່ຽນແປງໃໝ່ຂອງພັກ ປັບປຸງລະບົບການຈັດຕັ້ງໃຫ້ມີຄວາມເຂັ້ມແຂງ ມີລະບົບແບບແຜນການນຳພາຢ່າງລະອຽດ ຊ່ວຍເຫຼືອຕິດຕາມກວດກາບັນດາຫາງສຽງຂອງສັງຄົມ ຕ້ານປະກົດການຫຍໍ້ທໍ້ຕ່າງໆ ພ້ອມທັງເອົາໃຈໃສ່ເປັນເຈົ້າການເຕົ້າໂຮມຄວາມສາມັກຄີໃຫ້ເປັນປືກແຜ່ນແໜ້ນໜາ ເພື່ອສືບຕໍ່ຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າໃຫ້ມີປະສິດທິຜົນ ເພື່ອພ້ອມກັນປະກອບສ່ວນເຂົ້າໃນການສ້າງສາພັດທະນາບ້ານເມືອງໃຫ້ມີຄວາມຈະເລີນກ້າວໜ້າຢ່າງບໍ່ຢຸດຢັ້ງຕໍ່ໄປ.

ຂ່າວ-ພາບ: ກິດຕິສັກ ບົວໄລ

error: Content is protected !!