ປະທານປະເທດ ຕ້ອນຮັບບັນດາທູດເຂົ້າຍື່ນສານຕາຕັ້ງ ແລະ ມອບສານແຕ່ງຕັ້ງທູດລາວໄປປະຈຳຕ່າງປະເທດ

ວັນທີ 3 ກໍລະກົດ 2024 ທີ່ ສະພາແຫ່ງຊາດ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຍື່ນສານຂອງບັນດາທູດແຕ່ງຕັ້ງຕ່າງປະເທດ ເພື່ອດໍາລົງຕໍາແໜ່ງ ເປັນເອກອັກຄະລັດ ຖະທູດວິສາມັນຜູ້ມີອໍານາດເຕັມປະຈໍາ ສປປ ລາວ ໂດຍມີສຳນັກງານສະຖານທູດ ຕັ້ງຢູ່ ນະຄອນຫຼວງວຽງຈັນຄື: ທ່ານ ລາຊໂລ ຕາກັກ ເອກອັກຄະລັດຖະທູດແຕ່ງຕັ້ງ ແຫ່ງ ຮົງກາຣີ ປະຈໍາ ສປປ ລາວ ທ່ານ ໂຄອິຊຶມິ ຊຶໂຕະມຸ ເອກອັກຄະຣາຊະທູດແຕ່ງຕັ້ງ ແຫ່ງ ຍີ່ປຸ່ນ ປະຈໍາ ສປປ ລາວ ແລະ ທ່ານ ນາງ ຟາງ ຫົງ ເອກອັກຄະລັດຖະທູດແຕ່ງຕັ້ງ ແຫ່ງ ສປ ຈີນ ປະຈໍາ ສປປ ລາວ ແລະ ໄດ້ຕ້ອນຮັບທູດແຕ່ງຕັ້ງຕ່າງ ປະ ເທດ ທີ່ມີສຳນັກງານສະຖານທູດຕັ້ງຢູ່ຕ່າງປະເທດຄື: ທ່ານ ຮວນ ກາຣໂລສ ເຟຣນານເດັດສ ຈົວເຣັດສ໌ ເອກອັກຄະລັດຖະ ທູດແຕ່ງຕັ້ງ ແຫ່ງ ສາທາລະນະລັດ ບໍລີວາຣຽນ ເວເນຊູເອລາ ປະຈໍາ ສປປ ລາວ ມີສໍານັກງານຕັ້ງຢູ່ ຮ່າໂນ້ຍ ສສ ຫວຽດນາມ ທ່ານ ອາເທີ ວິນລຽມສ໌ ເອກອັກຄະລັດຖະທູດແຕ່ງຕັ້ງ ແຫ່ງ ຈາໄມກາ ປະຈໍາ ສປປ ລາວ ມີສຳນັກງານຕັ້ງຢູ່ ປັກກິ່ງ ສປ ຈີນ ທ່ານ ການັດ ຕູມີດຊ໌ ເອກອັກຄະລັດ ຖະທູດແຕ່ງຕັ້ງ ແຫ່ງ ສາທາລະນະລັດ ກາຊັກສະຖານ ປະຈຳ ສປປ ລາວ ມີສຳນັກງານຕັ້ງຢູ່ ຮ່າໂນ້ຍ ສສ ຫວຽດນາມ ທ່ານ ໂມຮຳມັດ ລູດຟໍ ຣາມານ ເອກອັກຄະລັດຖະທູດແຕ່ງຕັ້ງ ແຫ່ງ ສາທາລະນະລັດ ບັງກະ ລາເທດ ປະຈຳ ສປປ ລາວ ມີສໍານັກງານຕັ້ງຢູ່ ຮ່າໂນ້ຍ ສສ ຫວຽດນາມ ທ່ານ ມູຮາມມັດ ຮັດຊານຽນ ຄັດດາມ ເອກອັກຄະ ລັດຖະທູດແຕ່ງຕັ້ງ ແຫ່ງ ສາທາລະນະລັດ ອາຣັບ ຊີຣີ ປະຈຳ ສປປ ລາວ ໂດຍມີສຳນັກງານຕັ້ງຢູ່ ປັກກິ່ງ ສປ ຈີນ ທ່ານ ນາງ ດາເນຍລາ ບຣິນດູຊາ ບາຊາແວນ (Daniela-Bindusa Bazavan) ເອກອັກຄະລັດຖະທູດແຕ່ງຕັ້ງ ແຫ່ງ ຣູມານີ ປະຈຳ ສປປ ລາວ ມີສຳນັກງານຕັ້ງຢູ່ ບາງກອກ ຣາຊະອານາຈັກໄທ ແລະ ທ່ານ ນາງ ເດຍດຼີ ນິ ຟາລູອິນ  ເອກອັກຄະລັດຖະທູດແຕ່ງຕັ້ງແຫ່ງ ອຽກລັງ ປະຈຳ ສປປ ລາວ ໂດຍມີສໍານັກງານຕັ້ງຢູ່ ຮ່າໂນ້ຍ ສສ ຫວຽດນາມ.

ພ້ອມນີ້ ທ່ານ ປະທານປະເທດ ຍັງໄດ້ມອບສານຕາຕັ້ງໃຫ້ແກ່ບັນດາທູດແຕ່ງຕັ້ງຂອງລາວ ເພື່ອໄປປະຈຳຢູ່ຕ່າງປະເທດ ປະ ກອບມີ:  ທ່ານ ສີພັນດອນ ອ້ອຍບົວບຸດດີ ເອກອັກຄະລັດຖະທູດແຕ່ງຕັ້ງ ແຫ່ງ ສປປ ລາວ ປະຈຳ ສ ຣັດເຊຍ  ທ່ານ ບຸນທະວີ ວິລະວົງ ເອກອັກຄະລັດຖະທູດແຕ່ງຕັ້ງ ແຫ່ງ ສປປ ລາວ ປະ ຈຳ ຊູແອດ ທ່ານ ຫົງແກ້ວ ສຸກສະຫວັດ ເອກອັກຄະລັດຖະທູດແຕ່ງຕັ້ງ ແຫ່ງ ສປປ ລາວ ປະຈຳ ມົງໂກລີ ທ່ານ ເທບຖາວອນ ແສງມະນີ ເອກອັກຄະລັດຖະທູດແຕ່ງຕັ້ງ ແຫ່ງ ສປປ ລາວ ປະ ຈຳ ມາເລເຊຍ.

ໃນໂອກາດນີ້ ທ່ານປະທານປະເທດ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ຜູ້ທີ່ຖືກແຕ່ງຕັ້ງເປັນທູດລາວໄປປະຈຳຢູ່ຕ່າງປະເທດ ແລະ ບັນດາທ່ານທູດປະເທດເພື່ອນມິດ ທີ່ໄດ້ຖືກແຕ່ງຕັ້ງມາດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດ ປະຈໍາ ສປປ ລາວ ຄັ້ງນີ້ ພ້ອມທັງໄດ້ແຈ້ງສະພາບ ການພັດທະນາຂອງລາວໃຫ້ແກ່ບັນດາທ່ານທູດໄດ້ຮັບຊາບ ແລະ ເຊື່ອໝັ້ນວ່າຕະ ຫຼອດໄລຍະຂອງການປະຕິບັດໜ້າທີ່ການທູດຢູ່ລາວ ຂອງບັນດາທ່ານທູດຈະປະກອບສ່ວນເສີມສ້າງສາຍພົວພັນ ແລະ ການຮ່ວມມືທີ່ມີມານານແລ້ວໃຫ້ນັບມື້ຂະຫຍາຍຕົວຂຶ້ນເລື້ອຍໆ ລັດຖະບານລາວ ພ້ອມຈະໃຫ້ການຮ່ວມມື ແລະ ອໍານວຍຄວາມສະດວກໃຫ້ແກ່ທຸກທ່ານ ໃນການປະຕິບັດໜ້າທີ່ຢູ່ລາວໃຫ້ປະສົບຜົນສໍາເລັດ ເພື່ອເພີ່ມພູນຄູນສ້າງສາຍພົວພັນ ແລະ ການຮ່ວມມືທີ່ມີມາແຕ່ດົນນານໃຫ້ມີຄວາມແໜ້ນແຟ້ນ ໂດຍສະເພາະການຊຸກຍູ້ສົ່ງເສີມສາຍພົວຮ່ວມມືດ້ານເສດຖະກິດ-ການຄ້າ ການລົງທຶນ ແລະ ຂະແໜງການອື່ນໆທີ່ມີທ່າແຮງນຳກັນໃຫ້ນັບມື້ຫຼາຍຂຶ້ນ.

error: Content is protected !!