ໃນ 6 ເດືອນຕົ້ນປີ ນວ ເກັບລາຍຮັບງົບປະມານ ໄດ້ 4.846 ຕື້ກວ່າກີບ

ກອງປະຊຸມອົງການປົກຄອງນະຄອນຫຼວງວຽງຈັນຄັ້ງທີ 37 ເປີດກວ້າງທົ່ວນະຄອນຫຼວງວຽງຈັນ (ນວ) ໄດ້ຈັດຂຶ້ນວັນທີ 1 ກໍລະກົດ 2024 ທີ່ ອົງການປົກຄອງນະຄອນຫຼວງວຽງຈັນ ເປັນປະທານຂອງ ທ່ານ ອາດສະພັງທອງ ສີພັນດອນ  ເຈົ້າຄອງນະ ຄອນຫຼວງວຽງຈັນ ແລະ ເປັນກຽດເຂົ້າຮ່ວມໂອ້ລົມໂດຍ ທ່ານ ອານຸພາບ ຕຸນາລົມ ຄະນະເລຂາທິການສູນກາງພັກ ເລຂາຄະນະພັກ ປະທານສະພາປະຊາຊົນນະຄອນ ຫຼວງວຽງຈັນ ມີ ຮອງເລຂາຄະນະພັກ ປະທານອົງການກວດກາລັດ ນວ ປະ ທານແນວລາວສ້າງຊາດ ນວ ຫົວໜ້າຄະນະຈັດຕັ້ງ ນວ ປະທານອົງການກວດສອບພາກກາງ ປະທານສານປະຊາຊົນພາກ ກາງ ຫົວໜ້າອົງການໄອຍະການປະຊາຊົນພາກກາງ ເຈົ້າເມືອງ 9 ເມືອງ ຫົວໜ້າພະແນກການ ອ້ອມຂ້າງ ນວ ແລະ ພາກ ສ່ວນກ່ຽວຂ້ອງເຂົ້າຮ່ວມ.

ກອງປະຊຸມໃນຄັ້ງນີ້ ທ່ານ ດຣ ນາງ ບົວວອນ ສຸກລາແສງ ຫົວໜ້າພະແນກແຜນການ ແລະ ການລົງທຶນ ນວ ໄດ້ຜ່ານບົດລາຍງານໂດຍສັງເຂບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຜນງົບປະມານ ຕິດພັນກັບການຈັດຕັ້ງປະ ຕິບັດ 2 ວາລະແຫ່ງຊາດໄລຍະ 6 ເດືອນ ຕົ້ນປີ ແລະ ທິດທາງ 6 ເດືອນທ້າຍປີ 2024 ວ່າ: ໃນ 6 ເດືອນຕົ້ນປີເສດຖະກິດ ຄາດວ່າຈະຂະຫຍາຍຕົວ 5,7% (ມະຕິສະພາບັນລຸ 5,5%) ລວມຍອດຜະລິດຕະພັນພາຍໃນ(GDP) ຄາດວ່າຈະບັນລຸ 43.960,07 ຕື້ກີບ ເທົ່າກັບ 51,23% ຂອງແຜນປີ (ມະຕິສະພາ ໃຫ້ບັນລຸ 85.799 ຕື້ກີບ) GDP ສະເລ່ຍຕໍ່ຫົວຄົນ 43,14 ລ້ານກີບ(ມະຕິສະພາໃຫ້ໄດ້ 81,7 ລ້ານກີບ) ໃນນັ້ນ ຂະແໜງກະສິກຳຂະຫຍາຍຄົວເພີ່ນຂຶ້ນ 4,2% ກວມເອົາ 13%ຂອງ GDP (ມະຕິສະພາໃຫ້ເພີ່ມຂຶ້ນ 4% ກວມເອົາ 14,3% ຂອງ GDP ໄດ້ສຸມໃສ່ສົ່ງເສີມການຜະລິດເຂົ້າ ພືດ ແລະ ລ້ຽງສັດເພື່ອຄໍ້າປະກັນສະບຽງອາຫານຢູ່ ນະຄອນຫຼວງວຽງຈັນໄດ້ໂດຍພື້ນຖານ ຂະແໜງອຸດສາຫະກຳຂະຫຍາຍຕົວເພີ່ມຂຶ້ນ 7,05% ກວມເອົາ 48% ຂອງ GDP (ມະຕິສະພາໃຫ້ເພີ່ມຂຶ້ນ 6,9% ກວມເອົາ 47,5% ຂອງ GDP ໄດ້ຊຸກຍູ້ສົ່ງເສີມໂຮງງານອຸດສາຫະກຳປຸງແຕ່ງ ແລະ ຫັດຖະກຳເພີ່ມຂຶ້ນ 106 ຫົວໜ່ວຍ ທຽບໃສ່ປີຜ່ານມາເພີ່ມຂຶ້ນ 3,83% ລວມຍອດມູນຄ່າການຜະລິດອຸດ ສາຫະກຳປຸງແຕ່ງ ປະຕິບັດໄດ້ 7.470,42 ຕື້ກີບ ທຽບໃສ່ໄລຍະດຽວກັນຂອງປີຜ່ານມາເພີ່ມຂຶ້ນ 18% ລວມຍອດມູນຄ່າການຜະລິດຫັດຖະກຳປະຕິບັດໄດ້ 83,97 ຕື້ກີບ ທຽບໃສ່ໄລຍະດຽວກັນຂອງປີຜ່ານມາເພີ່ມຂຶ້ນ 4,91% ຂະແໜງການບໍລິການຂະຫຍາຍຕົວເພີ່ມຂຶ້ນ 3,8% ກວມເອົາ 39% ຂອງ GDP (ມະຕິສະພາໃຫ້ເພີ່ມຂຶ້ນ 3,5% ກວມເອົາ 38,2% ຂອງ GDP ດ້ານການຂົນສົ່ງໂດຍສານປະຕິບັດໄດ້ 8,5 ລ້ານເທື່ອຄົນ ແລະ ຂົນສົ່ງສິນຄ້າປະຕິບັດໄດ້ 4 ແສນໂຕນ ດ້ານການທ່ອງທ່ຽວສາມາດດຶງດູດນັກທ່ອງທ່ຽວທີ່ເຂົ້າມາທ່ຽວຊົມ ນະຄອນຫຼວງວຽງຈັນໄດ້ 674.196 ເທື່ອຄົນ ຄາດຄະເນລາຍຮັບຈາກນັກທ່ອງທ່ຽວໄດ້ 191,94 ລ້ານໂດລາສະຫະລັດ.

ສຳລັບການເກັບລາຍຮັບງົບປະມານ ສາມາດປະຕິບັດໄດ້ 4.846,84 ຕື້ກີບ ເທົ່າກັບ 67,84% ຂອງມະຕິສະພາ (7.114,42 ຕື້ກີບ) ແລະ ເທົ່າກັບ 64,76% ຂອງແຜນການກະຊວງການເງິນ(7.484,30 ຕື້ກີບ) ທຽບໃສ່ໄລຍະດຽວກັນຂອງປີຜ່ານມາປະ ຕິບັດໄດ້ລື່ນ 34,99% ຫຼືເທົ່າກັບ 1.256,28 ຕື້ກີບ ການລົງທຶນທົ່ວສັງຄົມສາມາດປະຕິບັດໄດ້ 9.801,91 ຕື້ກີບ ການລົງທຶນລັເໃນປີ 2024 ໄດ້ຮັບງົບປະມານໂຄງການລົງທຶນລັດ 545 ໂຄງການ ເປັນມູນຄ່າ 190,93 ຕື້ກີບ ສາມາດອອກໃບຢັ້ງຢືນການຊຳລະໂຄງການໄດ້ 177 ໂຄງການ ການຊ່ວຍເຫຼືອທາງການພັດທະນາປະຕິບັດໄດ້ 251,94ຕື້ກີບ ເທົ່າກັບ 31,10% ຂອງມະ ຕິສະພາ(810 ຕື້ກີບ) ການລົງທຶນຂອງພາກເອກະຊົນປະຕິບັດໄດ້ 10.150,67 ຕື້ກີບ.

ໂດຍລວມແລ້ວການປະຕິບັດຄາດໝາຍຂອງແຜນພັດທະນາເສດຖະກິດ-ສັງຄົມໃນມະຕິກອງປະຊຸມສະພາປະຊາຊົນນະ ຄອນຫຼວງວຽງຈັນ ຜ່ານການຈັດຕັ້ງປະຕິບັດ 97 ຄາດໝາຍ ຕາມມະຕິສະພາ ປະຊາຊົນ ນວ ໃນ 6 ເດືອນຕົ້ນປີ 2024 ເຖິງວ່າຈະປະເຊີນກັບສິ່ງທ້າທາຍຫຼາຍຢ່າງແຕ່ບັນດາພະແນກການ ແລະ ອົງການທຽບເທົ່າກໍໄດ້ສຸມໃສ່ຈັດຕັ້ງປະຕິບັດບັນດາຄາດໝາຍຕ່າງໆທີ່ ສະພາປະຊາຊົນ ນວ ໄດ້ມອບໃຫ້ ເຫັນວ່າມີ 77 ຄາດໝາຍທີ່ມີຄວາມຄືບໜ້າ ແລະ ຄາດວ່າຈະບັນລຸ ມີ 6 ຄາດໝາຍທີ່ກຳລັງຈັດຕັ້ງປະຕິບັດ ແລະ ຄາດວ່າຈະໄດ້ລາຍງານໃນທ້າຍປີ ແລະ ມີ 14 ຄາດໝາຍທີ່ມີຄວາມຄືບໜ້າຊ້າ ຈະຕ້ອງໄດ້ສຸມໃສ່ຈັດຕັ້ງປະຕິບັດເພື່ອໃຫ້ບັນລຸໃນທ້າຍປີ.

ໃນຕອນທ້າຍກອງປະຊຸມ ທ່ານ ອານຸພາບ ຕຸນາລົມ ຄະນະເລຂາທິການສູນກາງພັກ ເລຂາຄະນະພັກ ປະທານສະພາປະ ຊາຊົນນະຄອນຫຼວງວຽງຈັນ ໄດ້ເປັນກຽດໂອ້ລົມໃຫ້ການຊີ້ນຳຕໍ່ວຽກງານອົງການປົກຄອງນະຄອນຫຼວງວຽງຈັນ.

error: Content is protected !!