ສປປ ລາວ ຢຶດໝັ້ນເອົາ ໂພຊະນາການ ເປັນວຽກງານບູລິມະສິດໃນການພັດທະນາຊັບສິນດ້ານມະນຸດ

ນະຄອນຫຼວງວຽງຈັນ ວັນທີ 26 ມີຖຸນາ 2024 ໃນ ກອງປະຊຸມ ສຸດຍອດຊັບສິນດ້ານມະນຸດ ຄັ້ງທີ II ມື້ນີ້ ລັດຖະບານ ແຫ່ງ ສປປ ລາວ ໄດ້ຢັ້ງຢືນຄືນເຖິງ​ຄໍາ​ໝັ້ນ​ສັນຍາ ໃນ​ການ​ແກ້​ໄຂ​ບັນຫາການ​ຂາດ​ສານ​ອາຫານ ແລະ ​ຄວາມສຳຄັນຂອງວຽກງານ​ໂພຊະນາ​ການ ຕໍ່ການພັດທະນາຊັບສິນດ້ານມະນຸດອີກເຊັ່ນດຽວກັນ.

ກອງປະຊຸມດັ່ງກ່າວ ໄດ້ຈັດຂຶ້ນພາຍໃຕ້ຫົວຂໍ້ “ຮີບຮ້ອນປັບປຸງວຽກງານໂພຊະນາການ ເພື່ອພັດທະນາຊັບສິນດ້ານມະນຸດ” ແລະ ໄດ້ຮັບກຽດເປັນປະທານໂດຍ ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດທະມົນຕີ ແຫ່ງ ສປປ ລາວ ແລະ ເຂົ້າຮ່ວມງານໂດຍບັນດາ ການ​ນຳ ​ແລະ ວິຊາການ ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ ​ຍຸດ​ທະ​ສາດໃນການ​ປັບປຸງ​ໂພ​ຊະ​ນາ​ການ ​ແລະ ການ​ລົງທຶນ​ໃນ​ອະນາຄົດ​ຂອງ​ປະ​ເທດ​.

ພະນະທ່ານ ສອນໄຊ ສີພັນດອນ ໄດ້ກ່າວເຖິງຄວາມສໍາຄັນຂອງໂພຊະນາການ ເພື່ອສ້າງເສດຖະກິດທີ່ເຂັ້ມແຂງ ແລະ ທົນທານ ພ້ອມຍັງສະ​ແດງ​ໃຫ້​ເຫັນ​ເຖິງ​ຄຳ​ໝັ້ນ​ສັນຍາ​ຂອງ​ ລັດຖະບານ ເເຫ່ງ ສປປ ລາວ ​ໃນ​ການ​ປັບປຸງ​ວຽກງານໂພ​ຊະ​ນາ​ການ, ພັດທະນາຊັບສິນດ້ານມະນຸດ ເເລະ ຮັບປະກັນ​ການ​ເຕີບ​ໂຕ​ດ້ານ​ເສດຖະກິດ ​ແລະ ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງຂອງປະເທດ ທ່ານໄດ້​ກ່າວວ່າ: “ລັດຖະບານ ສປປ ລາວ ມີຄວາມໝາຍໝັ້ນຢ່າງເຕັມທີ່ ຕໍ່ການຈັດຕັ້ງປະຕິບັດນະໂຍບາຍດຳເນີນງານແບບຮອບດ້ານ ເພື່ອຮັບມືກັບສະພາບການຂາດໂພຊະນາການ ແລະ ໂດຍການມີສ່ວນຮ່ວມຂອງຫຼາຍຂະແໜງການ ແຕ່ສູນກາງຮອດທ້ອງຖິ່ນ ພາກສ່ວນສັງຄົມ ແລະ ຄູ່ຮ່ວມພັດທະນາ.”

ຂໍ້ມູນລ່າສຸດສະແດງໃຫ້ເຫັນວ່າ ເກືອບ 33% ຂອງເດັກນ້ອຍອາຍຸຕ່ຳກວ່າ 5 ປີ ແມ່ນຂາດສານອາຫານແບບເຕັ້ຍ-ໃນຂະນະດຽວກັນເກືອບ 11% ແມ່ນຂາດສານອາຫານແບບກະທັນ ເຊິ່ງບັນຫາເຫຼົ່ານີ້ສາມາດນໍາໄປສູ່ພະຍາດຊໍາເຮື້ອ ສົ່ງຜົນກະທົບຕໍ່ການສຶກສາຂອງເດັກ ແລະ ລາຍໄດ້ຂອງຄອບຄົວ ໃນປັດຈຸບັນ ຄາດວ່າເດັກນ້ອຍທີ່ເກີດໃນ ສປປ ລາວ ໃນມື້ນີ້ ຈະມີແຮງປະກອບສ່ວນເຂົ້າໃນການພັດທະນາປະເທດ ພຽງ 46% ເທົ່າຂອງເດັກທີ່ໄດ້ຮັບການສຶກສາ ແລະ ມີສຸຂະພາບທີ່ແຂງແຮງ ດັ່ງນັ້ນ ໂພຊະນາການທີ່ພຽງພໍ ໂດຍສະເພາະໃນຊ່ວງຕົ້ນໆຂອງຊີວິດ ແມ່ນມີຄວາມສຳຄັນທີ່ສຸດ ສຳລັບການພັດທະນາມັນສະໝອງຂອງເດັກ.

ທ່ານ ນາງ ປອ ເພຍ ເຣເບນໂລ ບຣິໂຕ, ຜູ້ຕາງໜ້າ ອົງການຢູນິເຊັບ ປະຈຳ ສປປ ລາວ ກໍໄດ້ກ່າວເຖິງຄວາມສຳຄັນຂອງການລົງທຶນດ້ານໂພຊະນາການ ຕໍ່ການພັດທະນາປະເທດຊາດ ທ່ານໄດ້ກ່າວວ່າ: “ຄວາມໝັ້ນຄົງທາງດ້ານເສດຖະກິດ ແລະ ການພັດທະນາຂອງ ສປປ ລາວ ໃນອະນາຄົດ ແມ່ນຂຶ້ນຢູ່ກັບສິ່ງທີ່ພວກເຮົາປະຕິບັດໃນມື້ນີ້. ໃນຊ່ວງເວລາອັນທ້າທາຍນີ້ ມັນເປັນສິ່ງສໍາຄັນທີ່ສຸດ ທີ່ພວກເຮົາຕ້ອງຮັບປະກັນວ່າ ທຸກໆເງິນໂດລາ ຫຼື ທຸກໆກີບ ແມ່ນໄດ້ຖືກນຳໃຊ້ຢ່າງເໝາະສົມ ໃນວຽກງານດ້ານໂພຊະນາການ ການ​ລົງ​ທຶນ​ດ້ານ​ໂພ​ຊະ​ນາ​ການ​ເດັກ​ ກໍຄື ການ​ລົງ​ທຶນ​ໃນ​ອະ​ນາ​ຄົດ​ຂອງ​ປະ​ເທດ ແລະ ພວກເຮົາຈໍາເປັນຕ້ອງສຸມໃສ່ການປະຕິບັດທີ່ມີປະສິຕິຜົນສູງທີ່ສຸດ ໃຫ້ສາມາດເຂົ້າເຖິງເດັກທຸກໆຄົນໃນທົ່ວປະເທດ.”

ທ່ານ ອານເບີໂຕ້ ໂລດີເກ້ ອຳນວຍການພັດທະນາຊັບຊິນດ້ານມະນຸດ ຂອງຫ້ອງການທະນາຄານໂລກ ກ່າວວ່າ: “ເພື່ອປັບປຸງໂພຊະນາການຂອງແມ່ຍິງ ແລະ ເດັກ ມັນຈຳເປັນຕ້ອງມີການລົງທຶນໃນຫຼາຍໆຂະແໜງການ ພ້ອມທັງການບໍລິການດ້ານໂພຊະນາການທີ່ສຳຄັນ ໃຫ້ແກ່ຄອບຄົວທີ່ທົ່ວເຖິງ ແລະ ລະບົບການຕິດຕາມວຽກງານໂພຊະນາການທີ່ເຂັ້ມແຂງ ເພື່ອປະເມີນຜົນສໍາເລັດຢ່າງຊັດເຈນ”.

ກອງ​ປະຊຸມໃນຄັ້ງນີ້ ​ໄດ້​ສິ້ນ​ສຸດ​ລົງ​ດ້ວຍການຢັ້ງຢືນເຖິງຄຳ​ໝັ້ນ​ສັນຍາ​ຂອງ ​ລັດຖະບານ ແຫ່ງ ສປປ ລາວ ​ໃນການຈັດວາງເອົາ​ວຽກງານໂພຊະນາ​ການ ​ເປັນວຽກງານບູລິມະສິດໃນ ແຜນການ​ພັດທະນາ​ເສດຖະກິດ-ສັງຄົມ​ແຫ່ງ​ຊາດ ​ຄັ້ງ​ທີ X ທີ່​ຈະ​ມາ​ເຖິງນີ້ ນອກນັ້ນ ລັດຖະ​ບານ ແຫ່ງ ສປປ ລາວ ຍັງໄດ້​ໃຫ້​ຄຳ​ໝັ້ນ​ສັນ​ຍາ ໃນການ​ຜັນ​ຂະ​ຫຍາຍ​ແຜນ​ການ​ດຳ​ເນີນ​ງານ ເຊິ່ງຈະນຳພາ​ໂດຍ ​ສຳ​ນັກ​ງານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ແຫ່ງ ສປປ ລາວ ສ້າງ​ຕັ້ງ​ໜ່ວຍ ​​ເພື່ອຕິດຕາມ​ການ​ປະ​ຕິ​ບັດວຽກງານ ແລະ ຈັດ​ຕັ້ງ​ປະ​ຕິ​ບັດ​ລະ​ບົບ​ຕິດ​ຕາມ​ງົບ​ປະ​ມານສຳລັບວຽກງານ​ໂພ​ຊະ​ນາ​ການ ​ເພື່ອ​ຮັບ​ປະ​ກັນ​ການ​ລົງ​ທຶນ ແລະ ນຳ​ໃຊ້​ແຫຼ່ງທຶນ​ຢ່າງ​ມີ​ປະ​ສິດ​ທິ​ຜົນ.

ກອງປະຊຸມສຸດຍອດດັ່ງກ່າວ ແມ່ນຈັດຂຶ້ນຜ່ານການສະໜັບສະໜູນຈາກ ທະນາຄານໂລກ ແລະ ອົງການຢູນີເຊັບ ໂດຍໄດ້ສຸມໃສ່ການລົງທຶນໃນການພັດທະນາຄວາມຮູ້ ທັກສະ ແລະ ປັບປຸງສຸຂະພາບຂອງເດັກ ກອງປະຊຸມ ສຸດຍອດຊັບສິນດ້ານມະນຸດ ຄັ້ງທີ I ແມ່ນໄດ້ຈັດຂຶ້ນໃນ ເດືອນພຶດສະພາ 2023 ໂດຍມີຫົວຂໍ້ຫຼັກແມ່ນ ການສຶກສາ.

error: Content is protected !!