ການປັບແຕ່ງລົດຈັກສາມລໍ້ ຄວນຄຳນຶງເຖິງຄວາມປອດໄພ

ຖ້າ​ເວົ້າ​ເຖິງ​ການ​ປັບ​ແຕ່ງ​ເຕັກ­ນິກ​ລົດ­ຈັກ​ໃນ​ປະ­ເທດ​ລາວ​ເຮົາ ແມ່ນ​ມີ​ໃຫ້​ເຫັນ​ຫຼາຍ​ສົມ­ຄວນ ນອກ­ຈາກ​ໄວ​ລຸ້ນ​ທີ່​ດັດ​ປັບ​ສະ­ພາບ​ເຕັກ­ນິກ​ລົກ​ຈັກ​ແລ້ວ ກໍ​ຍັງ​ມີ​ອີກ​ຫຼາຍ​ກຸ່ມ​ຄົນ​ທີ່​ດັດ​ປັບ​ສະ­ພາບ​ເຕັກ­ນິກ​ລົດ­ຈັກ ເພື່ອ​ອຳ­ນວຍ​ຄວາມ​ສະ­ດວກ​ໃຫ້​ກັບ​ຄອບ­ຄົວ ແລະ ອື່ນໆ.

ຖ້າ​ເວົ້າ​ກ່ຽວ​ກັບ​ເລື່ອງ​ນີ້ ມື້­ນີ້​ຄໍ​ລຳ​ຈະ­ລາ­ຈອນ ຂໍ​ແລກ­ປ່ຽນ​ກ່ຽວ​ກັບ​ການ​ດັດ​ປັບ​ລົດ­ຈັກ​ເປັນ​ລົດ 3 ລໍ້ ຫຼື ຫຼາຍ​ທ່ານ​ເຄີຍ​ໄດ້​ຍິນ ແລະ ເອີ້ນ​ກັນ​ວ່າ ລົດ​ຊາ​ເລັ້ງ ເພື່ອ​ນຳ​ໃຊ້​ເຂົ້າ​ໃນ​ການ​ສົ່ງ​ເຄື່ອງ ແກ່​ເຄື່ອງ​ໄປ​ຂາຍ​ນັ້ນ ກໍ​ເປັນ​ແນວ​ຄວາມ​ຄິດ​ທີ່​ດີ ທີ່​ຄົນ​ລາວ​ເຮົາ​ມີ​ຫົວ­ຄິດ​ປະ­ດິດ​ສ້າງ­ສາ​ມາດ​ນຳ​ໃຊ້​ລົດ­ຈັກ​ສອງ​ລໍ້ ໃຫ້​ມາ​ເປັນ 3 ລໍ້​ທີ່​ສາ­ມາດ​ນຳ​ໃຊ້​ງານ​ໄດ້​ຫຼາຍ​ຂຶ້ນ.

ໂດຍ​ລວມ​ແລ້ວ​ເປັນ​ສິ່ງ​ທີ່​ດີ ແຕ່​ມາ​ຄາ​ໃຈ​ຢູ່​ບ່ອນ​ວ່າ ເຮົາ​ຈະ​ເອົາ​ມາດ­ຕະ­ຖານ​ໃດ​ມາ​ວັດ­ແທກ​ດ້ານ​ເຕັກ­ນິກ ເມື່ອ​ລົດ​ບໍ່​ໄດ້​ຜະ­ລິດ​ອອກ​ຈາກ​ໂຮງ­ງານ​ທີ່​ໄດ້​ມາດ­ຕະ­ຖານ ແລະ ອີກ​ຢ່າງ​ໜຶ່ງ​ຜູ້​ຊົມ­ໃຊ້ ກໍ​ຄື​ນັກ​ຂັບ​ຂີ່​ເອງ​ນຳ​ໃຊ້​ໃບ​ຂັບ​ຂີ່​ຖືກ​ກັບ​ປະ­ເພດ​ລົດ​ແລ້ວ​ບໍ ?.

ຕໍ່​ກັບ​ສິ່ງ​ທີ່​ຍົກ​ຂຶ້ນ​ມາ ຜູ້​ຂຽນ​ຢາກ​ເລີ່ມ​ຈາກ​ສະ­ພາບ​ດ້ານ​ເຕັກ­ນິກ ອີງ​ຕາມ​ກົດ­ໝາຍ​ວ່າ​ດ້ວຍ​ຈະ­ລາ­ຈອນ​ທາງ­ບົກ ໃນ​ພາກ​ທີ III ໝວດ​ທີ 1 ມາດ­ຕາ 35 ມາດ­ຕະ­ຖານ​ເຕັກ­ນິກ​ຂອງ​ຍານ­ພາ­ຫະ­ນະ ເຊິ່ງ​ໃນ​ມາດ­ຕາ​ດັ່ງ­ກ່າວ​ໄດ້​ລະ­ບຸ​ວ່າ ຍານ­ພາ­ຫະ­ນະ​ທຸກ​ຊະ­ນິດ​ທີ່​ນຳ​ເຂົ້າ ຜະ­ລິດ ປະ­ກອບ ເພື່ອ​ຂຶ້ນ​ທະ­ບຽນ ແລະ ນຳ​ໃຊ້​ຢູ່ ສປປ ລາວ ຕ້ອງ​ມີ​ໂຄງ​ປະ­ກອບ​ສ້າງ​ທີ່​ຖືກ­ຕ້ອງ​ຕາ​ມາດ­ຕະ­ຖານ​ແຮງ​ງານ​ຜະ­ລິດ ທີ່​ໄດ້​ມາດ­ຕະ­ຖານ​ສາ­ກົນ ມີ​ຄຸ­ນະ­ພາບ ທີ່​ຖືກ­ຕ້ອງ​ຕາມ​ມາດ­ຕະ­ຖານ​ທີ່​ກະ­ຊວງ​ໂຍ­ທາ​ທິ​ການ​ໄດ້​ກຳ­ນົດ ສອດ­ຄ່ອງ​ກັນ​ສົນ­ທິ­ສັນ­ຍາ ແລະ ສັນ­ຍາ​ສາ­ກົນ​ທີ່ ສປປ ລາວ ເປັນ​ພາ­ຄີ ພ້ອມ​ນັ້ນ ໃນ​ມາດ­ຕາ 36 ຂອງ​ກົດ­ໝາຍ​ສະ­ບັບ​ດັ່ງ­ກ່າວ ກ່ຽວ​ກັບ​ການ​ກວດ­ກາ​ເຕັກ­ນິກ​ຂອງ​ຍານ­ພາ­ຫະ­ນະ ເຊິ່ງ​ໄດ້​ລະ­ບຸ​ວ່າ ຍານ­ພາ­ຫະ­ນະ​ທຸກ​ຊະ­ນິດ​ທີ່​ສັນ­ຈອນ​ຕາມ​ເສັ້ນ­ທາງ ຕ້ອງ​ໄດ້​ຜ່ານ​ການ​ກວດ­ກາ​ເຕັກ­ນິກ​ຕາມ​ກຳ­ນົດ​ຢ່າງ​ເຂັ້ມ​ງວດ ແລະ ໄດ້​ຮັບ​ໃບ­ຢັ້ງ­ຢືນ​ການ​ກວດ­ກາ​ເຕັກ­ນິກ​ຈາກ​ສູນ​ກວດ­ກາ​ເຕັກ­ນິກ ທີ່​ກະ­ຊວງ​ໂຍ­ທາ​ທິ​ການ ແລະ ຂົນ­ສົ່ງ​ໄດ້​ຮັບ­ຮອງ.

ສ່ວນ​ການ​ນຳ​ໃຊ້​ໃບ​ຂັບ​ຂີ່​ປະ­ເພດ​ໃດ ຈຶ່ງ​ຈະ​ເໝາະ​ສົມ​ກັບ​ລົດ­ຈັກ 3 ລໍ້ ໃນ​ມາດ­ຕາ 16 ຂອງ​ກົດ­ໝາຍ​ສະ­ບັບ​ດຽວ​ກັນ ກ່ຽວ​ກັບ​ປະ­ເພດ​ໃບ​ຂັບ​ຂີ່​ຕາມ​ຊະ­ນິດ​ຂອງ​ພາ­ຫະ­ນະ ໃນ​ມາດ­ຕາ​ນີ້​ໄດ້​ລະ­ບຸ​ວ່າ ໃບ​ຂັບ​ຂີ່​ພາຍ​ໃນ ແມ່ນ​ຈັດ​ຕາມ​ຊະ­ນິດ​ຍານ­ພາ­ຫະ­ນະ ດ້ວຍ​ຕົວ​ອັກ­ສອນ​ລາ​ແຕງ ສຳ­ລັບ​ລົດ​ສາມ​ລໍ້ ແມ່ນ​ກຳ­ນົດ​ອັກ­ສອນ A2.

ກ່ອນ​ທີ່​ຈະ​ຍົກ​ບັນ­ຫາ​ນີ້​ມາ​ແລກ­ປ່ຽນ​ກັບ​ບັນ­ດາ​ເພື່ອ​ຜູ້​ອ່ານ ຜູ້​ຂຽນ​ໄດ້​ສັງ­ເກດ​ມາ​ດົນ ແລະ ເກີດ​ສົງ​ໃສ​ວ່າ ການ​ປັບ​ດັດ​ສະ­ພາບ​ເຕັກ­ນິກ​ນີ້ ຖືກ­ຕ້ອງ​ແລ້ວ​ບໍ່ ເພາະ​ລົດ­ຈັກ​ສາມ​ລໍ້​ບາງ​ຄັນ ກໍ​ຕໍ່​ລໍ້​ທີ​ສາມ​ໃສ່​ຊ້າຍ​ມື​ຂອງ​ລົດ ບາງ​ຄັນ​ກໍ​ຢູ່​ຂວາ​ມື ຍິ່ງ​ໄປ​ກວ່າ​ນັ້ນ ຫຼັກ​ທີ່​ນຳ​ໃຊ້​ມາ​ຈອດ​ເປັນ​ຮ່າງ​ນັ້ນ​ໄດ້​ມາດ­ຕະ­ຖານ ຫຼື ບໍ່ ພ້ອມ​ລໍ້​ທີ 3 ເວ­ລາ​ຂີ່​ໄປ​ກໍ​ແກວ່ງ​ປານ​ຈະ​ຫຼຸດ​ອອກ ອີກ​ຢ່າງ​ໜຶ່ງ​ກໍ​ຄື ການ​ຂັບ​ຂີ່​ຕາມ​ຖະ­ໜົນ ຜູ້​ຂັບ​ຂີ່​ລົດ​ສາມ​ລໍ້​ບາງ​ຄົນ ບໍ່​ໄດ້​ໃຫ້​ກຽດ​ລົດ​ຄັນ​ອື່ນ ຂັບ​ຂີ່​ກວມ​ເລນ​ທາງ ກີດ­ຂວາງ​ການ​ສັນ­ຈອນ.

ທັງ​ໝົດ​ທີ່​ຍົກ​ຂຶ້ນ​ມາ​ຂໍ​ແລກ­ປ່ຽນ​ນີ້ ກໍ​ຕ້ອງ​ຂໍ​ອະ­ໄພ​ກັບ​ບັນ­ດາ​ນັກ​ຂັບ​ຂີ່​ທີ່​ປະ­ຕິ­ບັດ​ຖືກ­ຕ້ອງ​ຕາມ​ລະ­ບຽບ​ການ​ສັນ­ຈອນ ແຕ່​ສິ່ງ​ທີ່​ຍົກ​ຂຶ້ນ​ມາ​ນີ້ ແນ­ໃສ່​ເພື່ອ​ຮັບ­ປະ­ກັນ​ຄວາມ​ປອດ​ໄພ​ໃຫ້​ກັບ​ຜູ້​ໃຊ້​ລົດ​ໃຊ້​ຖະ­ໜົນ ກໍ​ຄື ຜູ້​ຂັບ​ຂີ່​ລົດ​ສາມ​ລໍ້​ເອງ ເຖິງ​ແມ່ນ​ວ່າ​ໄລ­ຍະ​ຜ່ານ​ມາ ລົດ​ສາມ​ລໍ້​ທີ່​ເປັນ​ຄູ່​ກໍ­ລະ­ນີ​ຂອງ​ການ​ເກີດ​ອຸ­ບັດ­ເຫດ​ຍັງ​ມີ​ໜ້ອຍ ແຕ່​ກໍ​ຄວນ​ມີ​ການ​ກວດ­ກາ ຄຸ້ມ​ຄອງ​ໃຫ້​ຖືກ­ຕ້ອງ​ຕາມ​ລະ­ບຽບ​ກົດ­ໝາຍ.

ໂດຍ: ເມັດ​ຝົນ

error: Content is protected !!