ໃຫ້ຄວາມຮູ້ດ້ານການຂຽນຂ່າວກີລາ

ສະ­ຫະ­ພັນ​ບານ­ເຕະ​ແຫ່ງ​ຊາດ​ລາວ (ສຕລ) ຈັດ​ເຝີກ​ອົບ­ຮົມ​ຍົກ​ລະ­ດັບ​ຄວາມ​ຮູ້-ຄວາມ​ສາ­ມາດ​ດ້ານ​ວຽກ​ງານ​ສື່​ມວນ​ຊົນ ກ່ຽວ​ກັບ​ການ​ຂຽນ​ຂ່າວ​ກີ­ລາ ແລະ ຖ່າຍ​ພາບ​ນິ້ງ​ກີ­ລາ ໃຫ້​ບຸ​ຄະ­ລາ​ກອນ​ທີ່​ຮັບ­ຜິດ­ຊອບ​ວຽກ​ງານ​ສື່​ມວນ​ຊົນ ເພື່ອ​ເປັນ​ກະ­ບອກ​ສຽງ​ສຳ­ຄັນ​ໃຫ້​ແຟນ​ເພ​ຈ​ຂອງ​ສະ­ໂມ­ສອນ​ຕ່າງໆ ທີ່​ເຂົ້າ​ຮ່ວມ​ແຂ່ງ­ຂັນ​ບານ­ເຕະ​ລາຍ­ການ​ຂອງ ສຕລ ລະ­ດູ​ການ 2020 ທີ່​ຈະ​ຈັດ​ຂຶ້ນ​ເດືອນ​ກໍ­ລະ­ກົດ​ທີ່​ຈະ​ມາ​ເຖິງ ເຊິ່ງ​ປະ­ກອບ​ມີ​ລາຍ­ການ ເປບ​ຊີ ລາວ​ລີກ 1 ຄອມ​ມານ​ໂດ ລາວ​ລີກ 2 ແລະ ລາຍ­ການ LFF ຄັບ 2020.

ຊຸດ​ເຝິກ­ອົບ­ຮົມ​ດັ່ງ­ກ່າວ ຈັດ​ຂຶ້ນ​ວັນ​ທີ 8 ກໍ­ລະ­ກົດ 2020 ຢູ່ ສຕລ ໂດຍ​ມີ​ທ່ານ​ນາງ ກັນ­ຍາ ແກ້ວ​ມະ­ນີ ເລ­ຂາ­ທິ­ການ ສຕລ ທ່ານ ພຸດ​ດາ​ມອນ ຈັນ­ທະ​ລັງ­ສີ ຜູ້​ປະ­ກາດ​ຂ່າວ​ໂທລະ­ພາບ​ລາວ​ສະ​ຕາ ທັງ​ເປັນ​ຄະ­ນະ​ກຳ­ມະ­ການ​ການ​ຕະ­ຫຼາດ ແລະ ສື່​ມວນ​ຊົນ ສຕລ ທ່ານ ຈັນ­ທະ­ຄາດ ອິນ​ທະ​ດາ​ລິນ ວິ­ທະ­ຍາ­ກອນ​ຈາກ​ໜັງ­ສື­ພິມ​ສຶກ​ສາ​ກີ­ລາ​ລາຍ​ວັນ ທ່ານ ວິ​ສິດ­ທິ​ພົງ ແສນ​ພິມ​ມະ​ຈັກ ຜູ້​ຊ່ຽວ­ຊານ​ການ​ຖ່າຍ​ພາບ​ກີ­ລາ​ລະ­ດັບ​ແຖວ​ໜ້າ​ຂອງ ສປປ ລາວ ແລະ ພາກ­ສ່ວນ​ທີ່​ກ່ຽວ­ຂ້ອງ ເຂົ້າ​ຮ່ວມ.

ທ່ານ​ນາງ ກັນ­ຍາ ແກ້ວ​ມະ­ນີ ກ່າວ​ວ່າ: ວຽກ​ງານ​ສື່​ມວນ​ຊົນ​ໃນ​ສາຍ​ກີ­ລາ ມີ​ຄວາມ​ສຳ­ຄັນ​ຢ່າງ​ຍິ່ງ​ຕໍ່​ຂະ​ບວນ​ການ​ແຂ່ງ­ຂັນ​ກີ­ລາ​ບານ­ເຕະ ສຕລ ຈັດ​ຂຶ້ນ​ທຸກ​ປີ ໂດຍ​ສະ­ເພາະ ປີ​ນີ້​ມີ​ຫຼາຍ​ລາຍ­ການ ຈຶ່ງ​ຮຽກ­ຮ້ອງ​ມາ​ຍັງ​ສຳ​ມະ​ນາ​ກອນ​ທຸກ​ທ່ານ ເພີ່ມ​ທະ­ວີ​ຄວາມ​ເອົາ­ໃຈ­ໃສ່​ຈົດ​ກ່າຍ ຖ້າ​ບໍ່​ເຂົ້າ­ໃຈ​ບັນ­ຫາ​ໃດ​ກໍ​ໃຫ້​ເຈາະ​ຈີ້ມ​ຖາມ​ຜູ້​ຊ່ຽວ­ຊານ ກໍ​ຄື​ວິ­ທະ­ຍາ­ກອນ ເພື່ອ​ນຳ​ເອົາ​ບົດ­ຮຽນ ແລະ ປະ­ສົບ​ການ​ຕ່າງໆ ມາ​ນຳ​ໃຊ້​ໃນ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ຕົວ​ຈິງ​ໃຫ້​ມີ​ປະ​ສິດ­ທິ​ຜົນ ປະ­ກອບ­ສ່ວນ​ເຮັດ​ໃຫ້­ການ​ແຂ່ງ­ຂັນ​ກີ­ລາ​ບານ­ເຕະ​ລາຍ­ການ ເປບ​ຊີ ລາວ​ລີກ 1 ຄອມ​ມານ​ໂດ ລາວ​ລີກ 2 ລວມ​ເຖິງ​ລາຍ­ການ LFF ຄັບ 2020 ມີ​ສີ­ສັນ ແລະ ເປັນ​ຂະ​ບວນ​ການ​ຟົດ­ຟື້ນ.

ລາຍ­ການ ເປບ​ຊີ ລາວ​ລີກ 1 ລະ­ດູ​ການ 2020 ມີ 7 ສະ­ໂມ­ສອນ​ເຂົ້າ​ຮ່ວມ ຄື: ລາວ​ໂຕ​ໂຢ​ຕ້າ ເອັຟ​ຊີ ແຊັມ 4 ສະ­ໄໝ ມາ​ສ​ເຕີ ເຊ​ເວັນ ເອັຟ​ຊີ ສະ­ໂມ­ສອນ ຊ້າງ​ນ້ອຍ ເອັຟ​ຊີ ປກສ ເອັຟ​ຊີ ວຽງ​ຈັນ ເອັຟ​ທີ ສະ­ໂມ­ສອນ​ວຽງ​ຈັນ ເອັຟ​ຊີ ຈາກ​ແຂວງ​ວຽງ​ຈັນ ແລະ ສະ­ໂມ­ສອນ ເອ​ສຣາ ເອັຟ​ຊີ ສ່ວນ​ລາຍ­ການ​ຄອມ​ມານ​ໂດ ລາວ​ລີກ 2 ມີ 14 ທິມ​ເຂົ້າ​ຮ່ວມ ຄື: ເອັສ​ທີ​ທີ ເອັຟ​ຊີ ນະ­ຄອນ­ຫຼວງ ເອັຟ​ຊີ ວຽງ​ຈັນ ຢູ​ໄນ​ເຕັດ ກາ​ຣູ​ດາ 369 ເອັຟ​ຊີ ເອັດ​ອີ​ຊີ ຢູ​ໄນ​ເຕັດ ກອງ­ທັບ ເອັຟ​ຊີ ວິ­ທະ­ຍາ­ໄລ ລາວ-ທ໊ອບ ເອັຟ​ຊີ ວິ­ທະ­ຍາ­ໄລ ເຄວ​ສ ຢູ​ໄນ​ເຕັດ ເຄ​ພີ​ເອັສ ເອັຟ​ຊີ ເມືອງ​ຫາດ​ຢູ​ໄນ​ເຕັດ ບີ​ແກນ ຢູ​ໄນ​ເຕັດ ແຄນ​ລາວ ຢູ​ໄນ​ເຕັດ ເຮັສ​ບີ​ທີ 941 ເອັຟ​ຊີ ທຣີ​ນີ​ຕີ ເອັຟ​ຊີ ເຊິ່ງ​ການ​ແຂ່ງ­ຂັນ​ຈະ​ເລີ່ມ​ທ້າຍ​ເດືອນ​ກໍ­ລະ­ກົດ​ນີ້.

error: Content is protected !!