ດື່ມນ້ຳຫຼາຍເກີນໄປ ອາດເປັນອັນຕະລາຍຕໍ່ສຸຂະພາບໄດ້

ນ້ຳ​ດື່ມ ມີ​ປະ­ໂຫຍດ​ຕໍ່​ຮ່າງ­ກາຍ ແລະ ລາ­ຄາ​ຖືກ ເຊິ່ງ​ການ​ດື່ມ­ນ້ຳ​ສຳ­ລັບ​ເຮົາ ຄື​ການ​ຮັກ­ສາ​ຄວາມ​ຊຸ່ມ​ຊື່ນ​ໃນ​ຮ່າງ­ກາຍ ສະ​ຖາ​ບັນ​ທາງ​ການ​ແພດ​ແນະ­ນຳ​ການ​ດື່ມ­ນ້ຳ​ຕໍ່​ວັນ​ຢູ່​ທີ່ 125 ອອນຊ໌ ສຳ­ລັບ​ຜູ້​ຊາຍ ແລະ 91 ອອນຊ໌ ສຳ­ລັບ​ຜູ້­ຍິງ ແຕ່​ການ​ດື່ມ­ນ້ຳ​ໃນ​ປະ­ລິ­ມານ​ທີ່​ຫຼາຍ​ທັງ​ຕອນ​ເຊົ້າ ຕອນ­ສວາຍ ຕອນ​ແລງ ກ່ອນ​ນອນ ອາດ​ບໍ່​ແມ່ນ​ວິ­ທີ​ທີ່​ດີ ຫຼື ມີ​ປະ­ສິດ­ທິ­ພາບ​ທີ່​ສຸດ ໃນ​ການ​ຕອບ​ສະ­ໜອງ​ຄວາມ​ຕ້ອງ­ການ​ຂອງ​ຮ່າງ­ກາຍ.

ຫາກ​ທ່ານ​ດື່ມ­ນ້ຳ​ໃນ​ປະ­ລິ­ມານ​ຫຼາຍ ແລະ ເຮັດ​ໃຫ້​ປວດ​ປັດ­ສາ­ວະ​ພາຍ​ໃນ​ເວ­ລາ​ຕໍ່​ມາ ເມື່ອ​ເຂົ້າ​ຫ້ອງ​ນ້ຳ ແລະ ພົບ​ວ່າ​ປັດ­ສາ­ວະ​ຂອງ​ທ່ານ​ໃສ ນັ້ນ​ແປ​ວ່າ​ບໍ່​ຄ່ອຍ​ດີ​ແລ້ວ ເພາະ​ນ້ຳ​ທີ່​ເຮົາ​ດື່ມ​ມີ​ທ່າ​ອ່ຽງ​ທີ່​ຈະ​ໄຫຼ​ຜ່ານ​ລະ­ບົບ​ຍ່ອຍ​ອາ­ຫານ ເມື່ອ​ບໍ່​ມີ​ອາ­ຫານ​ຢູ່​ໃນ​ທ້ອງ ໂດຍ​ສະ­ເພາະ​ຢ່າງ​ຍິ່ງ ເມື່ອ​ທ່ານ​ດື່ມ­ນ້ຳ​ໃນ​ຂະ­ນະ​ທີ່​ທ້ອງ​ຫວ່າງ ການ​ບໍ­ລິ­ໂພກ​ແບບ​ນີ້​ບໍ່​ຖືກ­ຕ້ອງ​ປານ­ໃດ.

ໃນ​ຄວາມ​ຈິງ​ແລ້ວ ປັດ­ສາ­ວະ​ທີ່​ມີ​ສີ­ໃສ ເປັນ​ສັນ­ຍານ​ສະ­ແດງ​ໃຫ້​ເຫັນ​ເຖິງ “ພາ­ວະ​ຂາດ​ນ້ຳ” ຈຶ່ງ​ກ່າວ​ໄດ້​ວ່າ ການ​ດື່ມ­ນ້ຳ​ຫຼາຍໆ​ນັ້ນ ບໍ່​ແມ່ນ​ສິ່ງ​ທີ່​ດີ​ທີ່​ສຸດ​ສຳ­ລັບ​ຮ່າງ­ກາຍ​ສະ­ເໝີ​ໄປ.

ຜົນ​ວິ­ໄຈ​ເມື່ອ​ປີ 2015 ທີ່​ຕີ​ພິມ​ໃນ​ວາ­ລະ­ສານ​ຄລິ​ນິກ ໂພ­ຊະ​ນາ​ການ​ອາ​ເມ​ຣິ​ກາ ນັກ­ວິ­ຊາ­ການ​ປຽບ­ທຽບ​ຜົນ​ຂອງ​ການ​ໃຫ້​ຄວາມ​ຊຸ່ມ​ຊື່ນ​ຈາກ​ເຄື່ອງ​ດື່ມ ຫຼາຍ​ກວ່າ 12 ຊະ­ນິດ ຕັ້ງ­ແຕ່​ນ້ຳ​ດື່ມ ນົມ ຊາ ເບຍ ເຄື່ອງ​ດື່ມ​ປຸງ​ພິ­ເສດ ເຊິ່ງ​ເຮັດ​ການ​ເກັບ​ຕົວ­ຢ່າງ​ປັດ­ສາ­ວະ​ຈາກ​ອາ­ສາ​ສະ­ໝັກ​ກຸ່ມ​ຕົວ­ຢ່າງ ພົບ​ວ່າ​ເຄື່ອງ​ດື່ມ​ຫຼາຍ​ຢ່າງ​ທັງ ຊາ ນົມ ນ້ຳ​ສົ້ມ ມີ​ຄວາມ​ຊຸ່ມ​ຊື່ນ​ຫຼາຍ​ກວ່າ​ນ້ຳ​ລ້າ (ເບຍ​ໃຫ້​ຄວາມ​ຊຸ່ມ​ຊື່ນ​ໜ້ອຍ​ກວ່າ​ນ້ຳ​ເລັກ​ນ້ອຍ ແລະ ຫຼາຍ​ກວ່າ​ກາ­ເຟ​ໜ້ອຍ​ໜຶ່ງ).

ແຕ່​ກໍ​ແນ່­ນອນ ບໍ່​ໄດ້​ມີ​ໃຜ​ອອກ​ມາ​ແນະ­ນຳ​ໃຫ້​ດື່ມ​ນົມ​ແທນ​ນ້ຳ ແຕ່​ຕາມ​ທີ່​ທຸກ​ຄົນ​ເຂົ້າ­ໃຈ​ກັນ​ວ່າ ການ​ດື່ມ­ນ້ຳ​ຈະ​ຊ່ວຍ​ໃຫ້​ຮ່າງ­ກາຍ​ຂັບ​ສານ­ພິດ​ຕ່າງໆ​ອອກ​ມາ​ເປັນ​ປັດ­ສາ­ວະ ເຊິ່ງ​ຂໍ້​ມູນ​ນີ້​ເປັນ­ຄວາມ​ຈິງ​ພຽງ​ເຄິ່ງ​ດຽວ ເພາະ​ຂະ​ບວນ​ການ​ນີ້​ຈະ​ບໍ່­ເກີດ​ຂຶ້ນ​ຫາກ​ດື່ມ­ນ້ຳ​ໃນ​ປະ­ລິ­ມານ​ໜຶ່ງ​ຂະ­ນະ​ທີ່​ທ້ອງ​ຫວ່າງ.

ກັບ​ບາງ​ກໍ­ລະ­ນີ​ການ​ດື່ມ­ນ້ຳ​ຫຼາຍ​ເກີນ​ໄປ ກໍ​ເປັນ​ອັນ­ຕະ­ລາຍ​ໄດ້ ສຳ­ລັບ​ນັກ­ກີ­ລາ ຫຼື ຄົນ​ທີ່​ອອກ­ກຳ­ລັງ​ກາຍ­ເປັນ​ເວ­ລາ​ຫຼາຍ​ຊົ່ວ­ໂມງ ເຊິ່ງ​ຫາກ​ພວກ​ເຂົາ​ດື່ມ​ພຽງ​ນ້ຳ​ລ້າ ຈະ​ສົ່ງ​ຜົນ​ໃຫ້​ມີ​ໂຊ­ດຽມ​ໃນ​ປັດ­ສາ­ວະ​ຫຼາຍ​ເກີນ​ໄປ ເຮັດ​ໃຫ້​ເກີດ​ຄວາມ​ຂາດ​ສົມ​ດຸນ​ຂອງ​ໂຊ­ດຽມ​ໃນ​ຮ່າງ­ກາຍ ເອີ້ນ​ວ່າ ພາ­ວະ hyponatremia ບາງ​ຄັ້ງ​ອາດ​ເປັນ​ອັນ­ຕະ­ລາຍ​ເຖິງ​ຊີ­ວິດ ດັ່ງ­ນັ້ນ ໃນ​ສະ­ຖາ­ນະ​ການ​ນີ້ ການ​ດື່ມ​ເຄື່ອງ​ດື່ມ​ເກືອ​ແຮ່ ຫຼື ເຄື່ອງ​ດື່ມ​ທີ່​ມີ​ສານ​ອາ­ຫານ​ອື່ນໆ​ແທນ​ນ້ຳ​ລ້າ​ຈະ​ດີ​ກວ່າ.

ການ​ດື່ມ­ນ້ຳ​ກ່ອນ ຫຼື ລະ­ຫວ່າງ​ຄາບ​ອາ­ຫານ ກໍ​ເປັນ​ອີກ​ວິ­ທີ​ໃນ​ການ​ຮັກ­ສາ​ລະ­ດັບ​ນ້ຳ​ໃນ​ຮ່າງ­ກາຍ ການ​ດື່ມ­ນ້ຳ​ທີ່​ມີ​ກົດ​ອະ​ມິ​ໂນ ຫຼື​ວິ­ຕາ­ມິນ ແລະ ແຮ່​ທາດ ຊ່ວຍ​ໃຫ້​ຮ່າງ­ກາຍ​ໄດ້​ຮັບ​ນ້ຳ​ຫຼາຍ​ຂຶ້ນ ຈຶ່ງ​ເປັນ​ສາ­ເຫດ​ທີ່​ເຄື່ອງ​ດື່ມ​ຢ່າງ​ນົມ ແລະ ນ້ຳ­ໝາກ​ໄມ້ ມີ​ຜົນ​ສຶກ​ສາ​ທີ່​ຂ້ອນ​ຂ້າງ​ດີ​ໃນ​ການ​ທົດ​ສອບ​ການ​ໃຫ້​ລະ­ດັບ​ນ້ຳ​ໃນ​ຮ່າງ­ກາຍ ອີກ​ທັງ​ໃນ​ງານ​ວິ­ໄຈ​ບາງ​ຊິ້ນ ພົບ​ວ່າ ການ​ກິນ​ກ້ວຍ​ຫຼັງ​ຈາກ​ອອກ­ກຳ­ລັງ​ກາຍ ດີກ​ວ່າ­ການ​ດື່ມ​ເຄື່ອງ​ດື່ມ​ເກືອ​ແຮ່ ເພາະ​ຈະ​ຊ່ວຍ​ໃຫ້​ຮ່າງ­ກາຍ​ປັບ​ການ​ຄວບ​ຄຸມ​ລະ­ດັບ​ນ້ຳ​ໃນ​ຮ່າງ­ກາຍ​ໃຫ້​ກັບ​ມາ​ເປັນ​ປົກ­ກະ­ຕິ.

ຈາກ​ທັງ​ໝົດ​ນີ້ ບໍ່​ໄດ້​ໝາຍ​ຄວາມ​ວ່າ​ທ່ານ​ຄວນ​ດື່ມ­ນ້ຳ​ໃຫ້​ໜ້ອຍ​ລົງ ຫຼື ປ່ຽນ​ຈາກ​ນ້ຳ​ເປັນ​ເຄື່ອງ​ດື່ມ​ອື່ນໆ ເພື່ອ​ຮັກ­ສາ​ລະ­ດັບ​ນ້ຳ​ໃນ​ຮ່າງ­ກາຍ ແຕ່​ສຳ­ລັບ​ຄວາມ​ເໝາະ​ສົມ​ຂອງ​ຄວາມ​ຊຸ່ມ​ຊື່ນ ແລະ ລະ­ດັບ​ນ້ຳ ຄື ການ​ດື່ມ​ຢ່າງ​ຊ້າໆ ໃນ​ປະ­ລິ­ມານ​ທີ່​ຄົງ​ທີ່ ອີກ​ທັງ​ດື່ມ​ລະ­ຫວ່າງ​ຄາບ​ອາ­ຫານ​ນັ້ນ ຈະ​ໃຫ້​ປະ­ສິດ­ທິ­ພາບ​ໄດ້​ຫຼາຍ​ກວ່າ​ດ້ວຍ.

ຊາວ­ບ້ານ – ນຳ​ສະ­ເໜີ

error: Content is protected !!