ສປປ ລາວ-ຍີ່ປຸ່ນ ເພີ່ມທະວີການພົວພັນຮ່ວມມື

ໃນຕອນບ່າຍຂອງວັນທີ 26 ມິຖຸນາ 2024 ທີ່ ກະຊວງການຕ່າງປະເທດ ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ສຶເງະ ໂຢຊິຟຸມິ (Mr. TSUGE Yoshifumi) ຮອງລັດຖະມົນຕີກະຊວງການຕ່າງປະເທດຍີ່ປຸ່ນ (State Minister for Foreign Affairs of Japan) ໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນໂອກາດນີ້ ທ່ານ ຮອງນາຍົກລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ທັງສະແດງຄວາມເຊື່ອໝັ້ນວ່າ ການເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ຂອງ ທ່ານ ຮອງລັດຖະມົນຕີ ສຶເງະ ໂຢຊິຟຸມິ ໃນຄັ້ງນີ້ ຈະປະກອບສ່ວນສໍາຄັນເຂົ້າໃນການສືບຕໍ່ເສີມຂະຫຍາຍການຮ່ວມມືເຮັດວຽກຮ່ວມກັນຢ່າງໃກ້ຊິດ ລະຫວ່າງ ກະຊວງການຕ່າງປະເທດ ສປປ ລາວ ແລະ ຍີ່ປຸ່ນ ກໍຄື ການສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ຂອງສອງປະເທດ ພາຍໃຕ້ການເປັນຄູ່ຮ່ວມຍຸດທະສາດ ໃຫ້ໄດ້ຮັບການພັດທະນາ ແລະ ແຕກດອກອອກຜົນຢ່າງບໍ່ຢຸດຢັ້ງ ໃນຂະນະດຽວກັນ ທ່ານ ຮອງລັດຖະມົນຕີ ສຶເງະ ໂຢຊິຟຸມິ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ແຈ້ງໃຫ້ຊາບເຖິງຈຸດປະສົງຂອງການເດີນທາງມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້.

ຈາກນັ້ນ ກໍໄດ້ມີການພົບປະສອງຝ່າຍ ລະຫວ່າງ ທ່ານ ໂພໄຊ ໄຂຄໍາພິທູນ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ທ່ານ ສຶເງະ ໂຢຊິຟຸມິ ຮອງລັດຖະມົນຕີກະຊວງການຕ່າງປະເທດຍີ່ປຸ່ນ ພ້ອມດ້ວຍຄະນະທັງສອງຝ່າຍເຂົ້າຮ່ວມ ໃນການພົບປະສອງຝ່າຍໄດ້ປຶກສາຫາລື ແລະ ທົບທວນຄືນການພົວພັນຮ່ວມມືດ້ວຍບັນຍາກາດແຫ່ງໄມຕີຈິດມິດຕະພາບ ແລະ ການຮ່ວມມືອັນດີງາມ ໂດຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນເປັນມູນເຊື້ອ ຕະຫຼອດໄລຍະເວລາ 7 ທົດສະວັດທີ່ຜ່ານມາ ແລະ ການຮ່ວມມືທີ່ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ ລະຫວ່າງສອງປະເທດ ພາຍໃຕ້ການເປັນຄູ່ຮ່ວມຍຸດທະສາດ ບົນພື້ນຖານຄວາມເຂົ້້າອົກເຂົ້້າໃຈ ຄວາມໄວ້ເນື້ອເຊື່ອໃຈ ການສະໜັບສະໜູນ ເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ.

ສອງຝ່າຍໄດ້ເຫັນດີເປັນເອກະພາບໃນການສືບຕໍ່ຮ່ວມມືກັນຢ່າງໃກ້ຊິດ ເພື່ອຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມທີ່ມີມາແຕ່ດົນນານຂອງສອງປະເທດ ກໍຄື ສອງກະຊວງການຕ່າງປະເທດ ລາວ ແລະ ຍີ່ປຸ່ນ ໄດ້ຮັບການພັດທະນາຍິ່ງໆຂຶ້ນ ຝ່າຍລາວ ໄດ້ແຈ້ງໃຫ້ຊາບເຖິງຄວາມພ້ອມໃນການຈັດກອງປະຊຸມກ່ຽວຂ້ອງຕ່າງໆໃນໂອກາດເປັນປະທານອາຊຽນ 2024 ນີ້ ແລະ ຍັງໄດ້ສະແດງຄວາມຂອບໃຈລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ຕໍ່ການສະໜັບສະໜູນ ແລະ ຊ່ວຍເຫຼືອ ສປປ ລາວ ຕະຫຼອດໄລຍະຜ່ານມາ ເພື່ອພັດທະນາບັນດາຂົງເຂດບູລິມະສິດ ເປັນຕົ້ນແມ່ນ ການພັດທະນາຊັບພະຍາກອນມະນຸດ ໂຄງລ່າງພື້ນຖານ ສາທາລະນະສຸກ ກະສິກໍາ ແລະ ປ່າໄມ້ ການເກັບກູ້ລະເບີດບໍ່ທັນແຕກ (UXO) ແລະ ອື່ນໆ ພິເສດ ກໍແມ່ນການຊ່ວຍເຫຼືອ ແລະ ສະໜັບສະໜູນ ສປປ ລາວ ໃນການເປັນປະທານອາຊຽນ ໃນປີ 2024 ນີ້.

ສອງຝ່າຍ ຍັງເຫັນດີເປັນເອກະພາບໃນການສືບຕໍ່ຊຸກຍູ້ສົ່ງເສີມການພົວພັນຮ່ວມມືດ້ານເສດຖະກິດ ການຄ້າ ການລົງທຶນ ແລະ ການທ່ອງທ່ຽວ ພ້ອມທັງເຫັນດີສືບຕໍ່ຮ່ວມມືກັນຢ່າງໃກ້ຊິດ ເພື່ອກະກຽມສະເຫຼີມສະຫຼອງວັນສໍາຄັນຕ່າງໆຂອງສອງປະເທດ ໃນປີ 2025 ທີ່ຈະມາເຖິງນີ້ ໂດຍສະເພາະ ການກະກຽມສະເຫຼີມສະຫຼອງ ຄົບຮອບ 70 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ຄົບຮອບ 10 ປີ ແຫ່ງການເປັນຄູ່ຮ່ວມຍຸດທະສາດ ແລະ ຄົບຮອບ 60 ປີ ທີ່ຍີ່ປຸ່ນໄດ້ສົ່ງອາສາສະໝັກມາປະຈໍາຢູ່ ສປປ ລາວ ເປັນຄັ້ງທໍາອິດ ໃຫ້ມີເນື້ອໃນ ແລະ ມີຜົນສໍາເລັດຕາມລະດັບຄາດ ໝາຍ ນອກນັ້ນ ສອງຝ່າຍ ຍັງໄດ້ແລກປ່ຽນຄໍາຄິດເຫັນກ່ຽວກັບສະພາບການພົ້ນເດັ່ນໃນພາກພື້ນ ແລະ ສາກົນ ທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ ເພື່ອສົ່ງເສີມການພັດທະນາຂອງຂົງເຂດ ແລະ ພາກພື້ນ ໂດຍສະເພາະການສືບຕໍ່ສົ່ງເສີມການຮ່ວມມືໃນຂອບອາຊຽນ-ຍີ່ປຸ່ນ ແມ່ຂອງ-ຍີ່ປຸ່ນ ແລະ ຂອບການຮ່ວມມືອື່ນໆທີ່ກ່ຽວຂ້ອງ ໃຫ້ມີບາດ ກ້າວຂະຫຍາຍຕົວໃໝ່ຍິ່ງຂຶ້ນ.

ພາຍຫຼັງສໍາເລັດການພົບປະສອງຝ່າຍ ສອງຮອງລັດຖະມົນຕີ ລາວ ແລະ ຍີ່ປຸ່ນ ໄດ້ຮ່ວມກັນລົງ​ນາມເອ​ກະ​ສານ​ແລກ ປ່ຽນເພື່ອຮັບເອົາການຊ່ວຍເຫຼືອລ້າຈາກລັດຖະບານຍີ່ປຸ່ນ ຈໍານວນ 2 ສະບັບ ຄື: ໂຄງການສະໜອງທຶນການສຶກສາໃນການພັດທະນາຊັບພະຍາກອນມະນຸດ ໃຫ້ແກ່ ສປປ ລາວ ມູນຄ່າ 353 ລ້ານເຢນ ແລະ ໂຄງການສະໜັບສະໜູນວຽກງານແກ້ໄຂບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງຢູ່ ສປປ ລາວ (UXO Clearance) ມູນຄ່າ 400 ລ້ານເຢນເຊິ່ງການຊ່ວຍເຫຼືອ 2 ໂຄງການດັ່ງກ່າວ ເປັນການສະແດງໃຫ້ເຫັນເຖິງຄໍາໝາຍໝັ້ນ ຂອງ ລັດຖະບານ ກໍຄື ປະຊາຊົນຍີ່ປຸ່ນ ທີ່ມີຕໍ່ລັດຖະບານ ແລະ ປະຊາຊົນລາວ ເພື່ອພັດທະນາຂະແໜງການທີ່ເປັນບູລິມະສິດ ໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 9 (2021-2025) ຂອງ ສປປ ລາວ ໃຫ້ເປັນຮູບປະທໍາເທື່ອລະກ້າວ ໂດຍສະເພາະ ການພັດທະນາຊັບພະຍາກອນມະນຸດ ໂດຍຜ່ານໂຄງການທຶນ JDS ທີ່ໄດ້ສະໜອງທຶນການສຶກສາ ລະດັບປະລິນຍາໂທ ແລະ ປະລິນຍາເອກ ໃຫ້ແກ່ພະນັກງານ-ລັດຖະກອນຂອງລາວ ໄປສຶກສາຕໍ່ຢູ່ບັນດາມະຫາ ວິທະຍາໄລຍີ່ປຸ່ນ ເພື່ອຍົກລະດັບຄວາມຮູ້-ຄວາມສາມາດໃຫ້ພະນັກງານ-ລັດຖະກອນຂອງລາວໃນຫຼາຍຂະແໜງການ ເຊັ່ນ: ດ້ານການສຶກສາ ສາທາລະນະສຸກ ກະສິກໍາ ແລະ ປ່າໄມ້ ພື້ນຖານໂຄງລ່າງ ເສດຖະກິດ ແລະ ອື່ນໆ.

ຂະນະດຽວກັນ ໂຄງການສະໜັບສະໜູນວຽກງານແກ້ໄຂບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງຢູ່ ສປປ ລາວ ກໍແມ່ນໂຄງການບູລິມະສິດໜຶ່ງທີ່ສໍາຄັນ ເພື່ອເຮັດໃຫ້ການດໍາລົງຊີວິດ ການຜະລິດກະສິກໍາ ແລະ ການພັດທະນາພື້ນຖານໂຄງລ່າງຂອງ ສປປ ລາວ ມີຄວາມປອດໄພ ທັງຍັງເປັນການປະກອບສ່ວນອັນສໍາຄັນເຂົ້າໃນການຈັດຕັ້ງປະຕິບັດ ເພື່ອກ້າວໄປສູ່ການບັນລຸເປົ້າໝາຍການພັດທະນາແບບຍືນຍົງແຫ່ງຊາດ ຂອງ ສປປ ລາວ ເປົ້າໝາຍທີ 18 : ຊີວິດປອດໄພຈາກລະເບີດບໍ່ທັນແຕກ ໃຫ້ປະກົດຜົນເປັນຈິງ ໃນອະນາຄົດ.

error: Content is protected !!