ໃນຕອນເຊົ້າຂອງ ວັນທີ 26 ມິຖຸນາ 2024 ທີ່ກະຊວງການຕ່າງປະເທດ ໄດ້ຈັດພິທີມອບ-ຮັບໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2023 ໃຫ້ແກ່ບັນດາໜ່ວຍພັກທີ່ຂຶ້ນກັບອົງຄະນະພັກກະຊວງການຕ່າງປະເທດ ພາຍໃຕ້ການເປັນປະທານຂອງ ສະຫາຍ ສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ ເລຂາຄະນະບໍລິຫານງານພັກກະຊວງຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງການຕ່າງປະເທດ ມີບັນດາສະຫາຍຄະນະພັກ-ຄະນະນໍາກະຊວງ ຄະນະໜ່ວຍພັກ ສະມາຊິກພັກ-ຄະນະກົມ ແລະ ພະນັກງານ-ລັດຖະກອນ ເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີ ສະຫາຍ ໄມທອງ ທໍາມະວົງສາ ກຳມະການຄະນະພັກກະຊວງ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກະຊວງການຕ່າງປະເທດ ໄດ້ຜ່ານບົດສະຫຼຸບຜົນງານການຕີລາຄາວຽກງານກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈໍາປີ 2023 ແລະ ທິດທາງແຜນການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2024 ໂດຍໄດ້ຍົກໃຫ້ເຫັນເຖິງຄວາມເອົາໃຈໃສ່ດ້ວຍຄວາມຮັບຜິດຊອບສູງຂອງບັນດາໜ່ວຍພັກ ແລະ ສະມາຊິກພັກ ໃນການປະຕິບັດບັນດາຄາດໝາຍສູ້ຊົນໃນມະຕິຂອງກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງ ການຕ່າງປະເທດ ຄັ້ງທີ IV ທີ່ໄດ້ຮັບຜົນສຳເລັດ ພ້ອມດຽວກັນ ກໍໄດ້ຍົກໃຫ້ເຫັນດ້ານຄົງຄ້າງທີ່ບັນດາໜ່ວຍພັກຈະຕ້ອງໄດ້ເອົາໃຈໃສ່ແກ້ໄຂ ແລະ ປັບປຸງໃຫ້ດີຂຶ້ນກວ່າເກົ່າໃນຕໍ່ໜ້າ ເຊິ່ງການຮັບຮອງໃນຄັ້ງນີ້ແມ່ນໄດ້ຜ່ານການກວດກາ ແລະ ປະເມີນໜ່ວຍພັກ ຂອງຄະນະພັກກະຊວງການຕ່າງປະເທດ ໃນຈຳນວນ 49 ໜ່ວຍພັກ ທີ່ສະເໜີແຜນສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ໂດຍໄດ້ຜ່ານການການປະເມີນ ແລະ ຮັບຮອງ ຈຳ ນວນ 44 ໜ່ວຍພັກໃນນີ້ແມ່ນໄດ້ປະເມີນສະມາຊິກພັກ ຈຳນວນ 707 ສະຫາຍ ຍິງ 215 ສະຫາຍ ໄດ້ຮັບຮອງເປັນສະມາ ຊິກປອດໃສ ເຂັ້ມແຂງ ໜັກແໜ້ນ ຈຳນວນ 670 ສະຫາຍ ຍິງ 206 ສະຫາຍສະມາຊິກພັກປະເພດກາງ 5 ສະຫາຍ.

ໃນພິທີ ສະຫາຍ ສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ ເລຂາຄະນະບໍລິຫານງານພັກກະຊວງ ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງການຕ່າງປະເທດ ໃຫ້ກຽດຂຶ້ນມອບໃບຢັ້ງຢືນ ແລະ ໂອ້ລົມເພື່ອໃຫ້ທິດຊີ້ນໍາໃນການຈັດຕັ້ງປະຕິບັດໃນຕໍ່ໜ້າ ໃນນັ້ນ ສະຫາຍໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ຄວາມເອົາໃຈໃສ່ຂອງບັນດາສະຫາຍຄະນະໜ່ວຍພັກ ແລະ ສະມາຊິກພັກ-ພະນັກງານ ທີ່ໄດ້ບຸກບືນ ແລະ ຍາດມາໄດ້ນາມມະຍົດໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ພ້ອມດຽວກັນ ກໍໄດ້ຍົກໃຫ້ເຫັນເຖິງຄວາມໝາຍ ແລະ ຄວາມສໍາຄັນ ຂອງວຽກງານການປັບປຸງກໍ່ສ້າງຮາກຖານພັກ ໃຫ້ມີຄວາມປອດໃສ ເຂັ້ມແຂງ ໜັກແໜ້ນ ເຊິ່ງແມ່ນຄວາມຮຽກຮ້ອງຕ້ອງການທີ່ຈຳເປັນຢ່າງພາວະວິໄສ ໃນການຄົງຕົວ ແລະ ຂະຫຍາຍຕົວຂອງການຈັດຕັ້ງພັກໃນການນໍາພາ-ຊີ້ນໍາໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເຊິ່ງແມ່ນໜ້າທີ່ ແລະ ຄວາມຮັບຜິດຊອບໂດຍກົງຂອງຄະນະພັກ ແລະ ສະມາຊິກພັກ-ພະນັກງານທຸກຄົນ ທີ່ຈະຕ້ອງຮ່ວມແຮງຮ່ວມໃຈກັນສຸມໃສ່ປະຕິບັດໜ້າທີ່ຢ່າງມີຄວາມຮັບຜິດຊອບສູງ.

ໃນພິທີນີ້ ກະຊວງການຕ່າງປະເທດ ກໍໄດ້ມີການປະກາດການສັບຊ້ອນພະນັກງານ-ນຳພາຄຸ້ມຄອງຂັ້ນຕ່າງໆຄື: ຫົວໜ້າກົມ ຈຳນວນ 3 ທ່ານ ຮອງຫົວໜ້າກົມ ຈຳນວນ 8 ທ່ານ ຍິງ 02 ທ່ານ ຫົວໜ້າພະແນກຈຳນວນ 9 ທ່ານ ຍິງ 2 ທ່ານ ຮອງຫົວໜ້າພະແນກ 25 ຍິງ 11 ທ່ານ.