ລັດຖະມົນຕີກະຊວງພາຍໃນ ເຄື່ອນໄຫວເຮັດວຽກງານຢູ່ເຂດເສດຖະກິດພິເສດບໍ່​ເຕນ​ແດນ​ງາມ


ທ່ານ ວິໄລວົງ ບຸດດາຄໍາ ລັດຖະມົນຕີກະຊວງພາຍໃນ ພ້ອມດ້ວຍຄະນະໄດ້ຕິດຕາມ ແລະ ຊຸກຍູ້ວຽກງານຢູ່ເຂດເສດຖະກິດພິເສດບໍ່​ເຕນ​ແດນ​ງາມ ແຂວງຫຼວງນໍ້າທາ ໃນວັນທີ 25 ມິຖຸນາ 2024 ຕ້ອນຮັບຂອງທ່ານ ສີພອນ ກອງຈໍາປາ ຫົວໜ້າຄະນະຄຸ້ມຄອງເຂດເສດຖະກິດພິເສດແຂວງລວງນໍ້າທາ ມີບັນດາຫົວຫໜ້າຫ້ອງການ ກົມ ສະຖາບັນ ຈາກກະຊວງພາຍໃນ ຫົວ ໜ້າ ຮອງຫົວໜ້າພະແນກພາຍໃນແຂວງ ຫົວໜ້າ ຮອງຫົວໜ້າພາສີປະຈໍາແຂວງ ຫົວໜ້າ ຮອງຫົວໜ້າຄະນະຄຸ້ມຄອງດ່ານສາກົນບໍ່ເຕ່ນ ແລະ ຂະແໜງການກ່ຽວຂ້ອງເຂົ້າຮ່ວມ.


ທ່ານ ສີພອນ ກອງຈໍາປາ ໄດ້ລາຍງານໃຫ້ທ່ານລັດຖະມົນຕີຊາບວ່າ ເຂດເສດຖະກິດພິເສດແຂວງຫຼວງນໍ້າທາ ເປັນເຂດທີ່ມີທ່າແຮງໃນຫຼາຍດ້ານເປັນຕົ້ນ ມີແຫຼ່ງທໍາມະຊາດອຸດົມສົມບູນ ມີດ່ານສາກົນບໍ່ເຕ່ນທີ່ຕິດເຂດເສດຖະກິດພິເສດບໍ່ເຕ່ນແດນງາມ ມີເສັ້ນທາງ 13 ເໜືອ ແລະ ມີເສັ້ນທາງລົດໄຟ ລາວ-ຈີນຜ່ານ ພ້ອມທັງມີສະຖານີລົດໄຟ ລາວ-ຈີນ 1 ແຫ່ງ ເຂດດັ່ງກ່າວສອງລັດຖະບານລາວ-ຈີນໄດ້ລົງນາມເຂດຮ່ວມມືບໍ່ເຕ່ນ ສປປ ລາວ-ບໍ່ຫ່ານ ສປ ຈີນ ເຂດເສດຖະກິດພິເສດບໍ່ເຕ່ນແດນງາມ ໄດ້ຮັບອະນຸຍາດຈາກລັດຖະບານລາວປີ 2012 ໃຫ້ພັດທະນາໃນເນື້ອທີ່ທັງໝົດ1.640 ເຮັກຕາ ອາຍຸນໍາໃຊ້ 50 ປີ ແລະ ສາ ມາດຕໍ່ໄດ້ 2 ຄັ້ງ ຄັ້ງລະ 20 ປີ ເຂດນີ້ຜູ້ພັດທະນາໄດ້ບຸກເບີກເນື້ອທີ່ໃຫ້ຮາບພຽງ ເພື່ອຮອງຮັບການລົງທືນມີ 800 ເຮັກຕາ ຕາມແຜນແມ່ບົດທີ່ສະພາປະຊາຊົນແຂວງໄດ້ຮັບຮອງໃນປີ 2019 ມີ 11 ກິດຈະການຫຼັກ ແຜນຜັງເຂດເສດຖະກິດພິເສດບໍ່ເຕ່ນແດນງາມໄດ້ແບ່ງເປັນ 4 ເຂດກິດຈະການໃຫ່ຍຄື ເຂດສູນກາງທຸລະກິດ ແລະ ການເງີນສາກົນ ເຂດການສຶກສາ ແລະ ການແພດສາກົນ ເຂດທ່ອງທ່ຽວສາກົນ ແລະ ເຂດອຸດສາຫະກໍາປຸງແຕ່ງ ໂລຈິດສະຕິກ ເຊິ່ງເປັນທ່າແຮງໜື່ງໃນການເຊື່ອມຕໍ່ປະເທດຈີນໄປສູ່ບັນດາປະເທດໃນອາຊຽນ ຕໍ່ກັບທ່າແຮງຂອງເຂດຄະນະນໍາຂອງແຂວງກໍໄດ້ສະໜັບສະໜູນໃຫ້ເຂດເສດຖະ ກິດພິເສດບໍ່ເຕ່ນແດນງາມແຫ່ງນີ້ກາຍເປັນສູນກາງເສດຖະກິດພາກເໜືອທີ່ມີຄວາມເຂັ້ມແຂງໃນຕໍ່ໜ້າ.


ໂອກາດນີ້ ທ່ານ ວິໄລວົງ ບຸດດາຄໍາ ໄດ້ມີຄໍາເຫັນວ່າ ພາຍຫຼັງໄດ້ຮັບຟັງການລາຍງານສະພາບການຈັດຕັ້ງປະຕິບັດວຽກງານຂອງດ່ານສາກົນບໍ່ເຕ່ນເຊິ່ງເຫັນໄດ້ວ່າແຕ່ລະພາກສ່ວນໄດ້ເປັນເຈົ້າການເອົາໃຈໃສ່ໃນການຈັດຕັ້ງປະຕິບັດວຽກງານ ຂອງຕົນເຮັດໃຫ້ມີຜົນສໍາເລັດຫຼາຍດ້ານ ເຖິງຢ່າງໃດກໍຕາມ ຄຽງຄູ່ກັບຜົນສໍາເລັດທີ່ໄດ້ກ່າວມານັ້ນຍັງມີຂໍ້ຫຍຸ້ງຍາກຫຼາຍດ້ານທີ່ຄະ ນະຄຸ້ມຄອງເຂດເສດຖະກິດພິດເສດແຂວງຫຼວງນໍ້າທາຈະຕ້ອງໄດ້ພ້ອມກັນຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນສໍາເລັດເປັນຕົ້ນແມ່ນ ການປັບປຸງໂຄງຮ່າງການຈັດຕັ້ງໃຫ້ສອດຄ່ອງກັບການຈັດຕັ້ງປະຕິບັດຕົວຈິງ ການກໍານົດນະໂຍບາຍຕໍ່ພະນັກງານທີ່ປະຕິບັດໜ້າທີ່ຕ້ອງໃຫ້ຖືກຕ້ອງ ແລະ ຊັດເຈນ ຖືກຕາມລະບຽບກົດໝາຍ ການຄົ້ນຄວ້ານິຕິກໍາລຸ່ມກົດຫມາຍ ແລະ ນິຕິກໍາທີ່ກ່ຽວຂ້ອງຄວນໄດ້ເຜີຍແຜ່ໃຫ້ພະນັກງານ-ລັດຖະກອນໄດ້ຮັບຮູ້ ແລະ ເຂົ້າໃຈແຈ້ງພ້ອມທັງກໍາແໜ້ນໄດ້ແນວທາງເພື່ອນໍາໄປຈັດຕັ້ງປະຕິບັດເຂົ້າໃນວຽກງານໃຫ້ມີປະສິດທິພາບສູງກວ່າເກົ່າ ການຈັດສັນສະຖານທີ່ເຊັ່ນ ບ່ອນພັກເຊົ່າ ສະຖານທີ່ເຮັດວຽກຂອງພະນັກງານງານຕ້ອງໄດ້ຈັດສັນໃຫ້ຖືກຕ້ອງຕາມມາດຕະຖານ ນອກນີ້ ກົງຈັກການຈັດຕັ້ງຕ່າງໆກໍຕ້ອງໄດ້ກໍານົດເປັນແບບແຜນອັນລະອຽດເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານມີຄວາມເຂັ້ມແຂງ.

error: Content is protected !!