ທົບທວນການຈັດຕັ້ງປະຕິບັດວຽກງານ ແລະ ກິດຈະກຳຕ່າງໆໄລຍະ 1 ປີ ຂອບການຮ່ວມມືເວທີປຶກສາຫາລື ແຫ່ງ ອາຊີ

ໃນຕອນເຊົ້າ ວັນທີ 24 ມິຖຸນາ 2024 ທີ່ ເມືອງເຕຮາຣານ ປະເທດອີຣານ ທ່ານ ບຸນ ອິນທະບັນດິດ ເອກອັກ ຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳກູເວດ ໄດ້ຕາງໜ້າໃຫ້ ທ່ານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີຕ່າງປະເທດ ແຫ່ງ ສປປ ລາວ ນຳພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດ ຂອບການຮ່ວມມືເວທີປຶກສາຫາລື ແຫ່ງ ອາຊີ ຄັ້ງທີ 19 (19th Meeting of the Ministers of Foreign Affairs of the Member States of the Asia Cooperation Dialogue-ACD) ໂດຍການເປັນປະທານ ຂອງ ທ່ານ Ali Bagheri ຮັກສາການລັດຖະມົນຕີຕ່າງປະເທດ ອີຣານ ໃນຖານະເປັນປະທານ ACD ປີ 2024 ເຊິ່ງມີບັນດາປະເທດສະມາຊິກ ເຂົ້າຮ່ວມ 31 ປະເທດ ປະ ກອບດ້ວຍ ຂັ້ນຮອງນາຍົກລັດຖະ ມົນຕີ ລັດຖະມົນຕີຕ່າງປະເທດ ຮອງລັດຖະມົນຕີຕ່າງປະເທດ ແລະ ເອກອັກຄະລັດຖະທູດ ຕາງໜ້າໃຫ້ລັດຖະບານຂອງຕົນ ລວມທັງ 8 ອົງການຈັດຕັ້ງສາກົນ ເຂົ້າຮ່ວມຢ່າງພ້ອມພຽງ.

ຈຸດປະສົງ ຂອງກອງປະຊຸມຄັ້ງນີ້ ເພື່ອທົບທວນການຈັດຕັ້ງປະຕິບັດວຽກງານ ແລະ ກິດຈະກຳຕ່າງໆໄລຍະ 1 ປີ ຜ່ານມາ ແລະ  ທິດທາງແຜນການຮ່ວມມືໃນຕໍ່ໜ້າ ໂດຍສະເພາະ ການເສີມຂະຫຍາຍ ແລະ ສ້າງຄວາມເຂັ້ມແຂງຂອບການຮ່ວມມື ACD ໃຫ້ບັນລຸຕາມຈຸດປະສົງເປົ້າໝາຍທີ່ກຳນົດໄວ້ໃນ ACD Vision 2030 ACD Blueprint ແລະ ຄຳຂວັນຂອງກອງປະຊຸມ ACD 2024:  Towards an Asian Community through Enhance ACD. 

ກອງປະຊຸມລັດຖະມົນຕີຕ່າງປະເທດ ACD ຄັ້ງນີ້ ໄດ້ຮັບເອົາ ຖະແຫຼງການເຕຮາຣານ ແລະ  ເອກະສານສຳຄັນຈຳນວນໜຶ່ງ ທີ່ເປັນພື້ນຖານໃຫ້ແກ່ການຈັດຕັ້ງປະຕິບັດກົນໄກການຮ່ວມມືຂອງຂອບການຮ່ວມມື ACD ຄື: (1) ລະບຽບການ ຂອງ ຂອບ ການຮ່ວມມື ACD (Rules of Procedure of the Asia Cooperation Dialogue) ແລະ (2) ຫລັກການສຳລັບການປະ ຕິບັດງານຂອງກອງເລຂາ ACD (Guiding Principle for Functioning of the ACDSecretariat) ນອກນັ້ນ ກອງປະຊຸມຍັງໄດ້ພິຈາລະນາການຄັດເລືອກ ເລຂາທິການໃຫຍ່ ACD ຄົນໃໝ່ ປ່ຽນແທນຜູ້ເກົ່າ ທີ່ຈະໝົດວາລະໃນເດືອນມີຖຸນາ 2024 ນີ້.

ໃນໂອກາດເຂົ້າຮ່ວມກອງປະຊຸມຄັ້ງນີ້ ທ່ານ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ໄດ້ປະກອບຄຳເຫັນ ຮ່ວມກັບປະເທດສະມາຊິກ ACD ໃນນັ້ນໄດ້ກ່າວສະແດງຄວາມເຫັນໃຈຕໍ່ລັດຖະບານ ແລະ ປະຊາຊົນ ອີຣ່ານ ຕໍ່ການສູນເສຍການນຳຂັ້ນສູງຂອງອີຣ່ານໃນເດືອນ ພຶດສະພາ 2024 ຜ່ານມາ ແລະ ສະແດງຄວາມຂອບໃຈຕໍ່ການກະກຽມ ແລະ ຕ້ອນຮັບຄະນະຜູ້ແທນລາວຢ່າງອົບອຸ່ນຈາກລັດຖະບານອີຣ່ານ ໃນການເຂົ້າຮ່ວມກອງປະຊຸມຄັ້ງນີ້ ພ້ອມນີ້ ຍັງຍົກໃຫ້ເຫັນວ່າ ຄວາມສຳຄັນກົນໄກການຮ່ວມມື ACD  ນັບແຕ່ເລີ່ມສ້າງຕັ້ງໃນປີ 2002  ເຊິ່ງໄດ້ປະກອບສ່ວນໃນການຮັດ  ແໜ້ນການຮ່ວມມື ລະຫວ່າງ ປະເທດສະມາຊິກໃນບັນດາຂົງເຂດຕ່າງໆຕະຫຼອດມາ ພ້ອມນັ້ນ ກໍສະເໜີ ໃຫ້ມີການຮ່ວມມືໃໝ່ໆ ທີ່ແນໃສ່ການສົ່ງເສີມການຮ່ວມ ມືເພື່ອການພັດທະນາແບບຍືນຍົງ ແລະ ການເຊື່ອມຈອດບັນດາປະເທດສະມາ ຊິກໃຫ້ຫຼາຍຂຶ້ນ ນອກຈາກນີ້ ກໍຍັງໄດ້ຍົກໃຫ້ເຫັນບົດບາດ ຂອງ ສປປ ລາວ ໃນການເປັນປະທານອາຊຽນ 2024 ໂດຍແຜນວຽກຈຸດສຸມແມ່ນໃສ່ການສ້າງຄວາມເຂັ້ມແຂງໃຫ້ແກ່ວຽກງານການເຊື່ອມຈອດ ແລະ ຄວາມເຂັ້ມແຂງຂອງອາຊຽນ ໃນ 9 ຂົງເຂດບູລິມະສິດ ພາຍໃຕ້ຄໍາຂວັນຂອງອາຊຽນ 2024.

ຂອບການຮ່ວມມືເວທີປຶກສາຫາລື ແຫ່ງ ອາຊີ (ACD) ເປັນກົນໄກການຮ່ວມມື ທີ່ລິເລີ່ມໂດຍອະດີດນາຍົກລັດຖະມົນຕີຂອງ ໄທ ທີ່ໄດ້ຮັບການສ້າງຕັ້ງຂຶ້ນໃນປີ 2002 ໂດຍມີຈຸດປະສົງເພື່ອສ້າງຄວາມເຂັ້ມແຂງ ແລະ ເພິ່ມທະວີການພົວພັນຮ່ວມມືຂອງບັນດາປະເທດໃນພາກພື້ນອາຊີ ປະຈຸບັນ ຂອບການຮ່ວມມື ACD ປະກອບດ້ວຍ ສະມາຊິກ 35 ປະເທດ ແລະ ມີກອງເລຂາ ຕັ້ງຢູ່ກູເວດ ກອງປະຊຸມສຸດຍອດ ຄັ້ງທີ 3 ຂອງຂອບການຮ່ວມມື ACD (the 3rd ACD Summit) ຈະຈັດຂຶ້ນໃນວັນທີ​ 2-3 ຕຸລາ 2024 ທີ່ ໂດຮາ ປະເທດກາຕາ ແລະ ປະທານ ACD ປີ 2025 ຈະແມ່ນ ປະເທດໄທ ໂດຍຈະຮັບໜ້າທີ່ເປັນປະທານຕໍ່ຈາກ ອີຣ່ານ.

error: Content is protected !!