ກຳມະບານຮາກຖານ ກອງຄຸ້ມຄອງພາຫະນະ ແລະ ການຂັບຂີ່ ນະຄອນຫຼວງວຽງຈັນ ຈັດກອງປະຊຸມໃຫຍ່ຄັ້ງທີ VI ຂອງຕົນຂຶ້ນໃນວັນທີ 14 ມິຖຸນາ 2024 ໂດຍການເປັນປະທານຂອງ ສະຫາຍ ນາງ ສຸລິວັນ ຣາຊະວົງ ປະທານກຳມະບານຮາກຖານ ກອງຄຸ້ມຄອງພາຫະນະ ແລະ ການຂັບຂີ່ ມີ ສະຫາຍ ນາງ ບົວລະພັນ ທີລະສັກ ປະທານກວດກາຄະນະບໍລິຫານງານ ຮອງປະທານສະຫະພັນກຳມະບານນະຄອນຫຼວງວຽງຈັນ ສະຫາຍ ບຸນປອນ ບຸນສົມຫວັງ ເລຂາໜ່ວຍພັກ ຫົວໜ້າກອງຄຸ້ມຄອງພາຫະນະ ແລະ ການຂັບຂີ່ ມີຜູ້ແທນກອງປະຊຸມ ແລະ ແຂກຖືກເຊີນເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້ ໄດ້ຮັບຟັງການລາຍງານຂອງ ສະຫາຍ ນາງ ສຸລິວັນ ຣາຊະວົງ ກ່ຽວກັບການເຄື່ອນໄຫວວຽກງານໃນໄລຍະ 5 ປີ ຜ່ານມາ ເຊິ່ງເຫັນໄດ້ວ່າ: ກຳມະບານຮາກຖານ ກອງຄຸ້ມຄອງພາຫະນະ ແລະ ການຂັບຂີ່ ມີສະມາຊິກທັງໝົດ 104 ສະຫາຍ ຍິງ 55 ສະຫາຍ ໃນໄລຍະຜ່ານມາ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານແຕ່ລະດ້ານເຊັ່ນ ວຽກງານໂຄສະນາອົບຮົມການເມືອງ-ແນວຄິດ ວຽກງານການຈັດຕັ້ງ ກໍ່ສ້າງ ບຳລຸງ ແລະ ນະໂຍບາຍ ວຽກງານປົກປ້ອງແຮງງານ ວຽກງານຂະບວນການ ທີ່ມີຜູ້ເຂົ້າຮ່ວມຂະບວນການອອກແຮງງານຫຼາຍກວ່າ 600 ເທື່ອຄົນ ແລະ ເຄື່ອນໄຫວຂະບວນກີລາຕ່າງໆ ຈາກການເອົາໃຈໃສ່ໃນການຈັດຕັ້ງປະຕິບັດວຽກງານໃນໄບຍະ 5 ປີຜ່ານມາ ເຮັດໃຫ້ກຳມະບານຮາກຖານ ກອງຄຸ້ມຄອງພາຫະນະ ແລະ ການຂັບຂີ່ ໄດ້ຮັບໃບຢັ້ງຢືນ 5 ເປັນເຈົ້າຈາກ ສະຫະພັນກຳມະບານນະຄອນຫຼວງວຽງຈັນ 5 ປີຊ້ອນ.


ສ່ວນວຽກງານວິຊາສະເພາະ ສາມາດຂຶ້ນທະບຽນ ໂອນຊື່ ປ່ຽນຈັກ ສີ 245.743 ເທື່ອຄັນ ກວດກາເຕັກນິກພາຫະນະ 455.550 ເທື່ອຄັນ ສອບເສັງໃບຄັບຂີ່ 86.834 ເທື່ອຄົນ ຕໍ່-ປ່ຽນໃບຂັບຂີ່ 155.332 ໃບ ສາມາດສ້າງລາຍຮັບໄດ້ 149 ຕື້ກວ່າກີບ ອົບຮົມ ແລະ ສອບເສັງລົດລາກໄດ້ 1.913 ເທື່ອຄົນ ນອກນັ້ນຍັງໄດ້ຈັດເຝິກອົບຮົມ ແລະ ສອບເສັງລົດລາກຢູ່ແຂວງຫຼວງນ້ຳທາ ບໍ່ແກ້ວ ອຸດົມໄຊ ບໍລິຄຳໄຊ ແລະ ແຂວງໄຊຍະບູລີ ແລະ ເປີດສາຂາເພີ່ມ 3 ແຫ່ງຢູ່ເມືອງນາຊາຍທອງ ໄຊທານິ ແລະ ເມືອງຫາດຊາຍຟອງ.
ສຳລັບວຽກງານການເງິນ ໃນໄລຍະ 5 ປີຜ່ານມາ ໄດ້ຮັບເງິນບຳລຸງຈາກສະມາຊິກ ແລະ ເງິນສ້າງລາຍຮັບຮ່ວມຈາກແງການຈັດຕັ້ງ 218 ລ້ານກວ່າກີບ ລວມເງິນບໍາລຸງທົງໝົດ 227 ລ້ານກວ່າກີບ ຖອກເງິນສະຕິໃຫ້ກຳມະບານນະຄອນ ຫຼວງວຽງຈັນ 11 ລ້ານກວ່າກີບ ໃຊ້ຈ່າຍເຂົ້າໃນການເຄື່ອນໄຫວວຽກງານກຳມະບານ 184 ລ້ານກວ່າກີບ ຍັງເຫຼືອ 42 ລ້ານກວ່າກີບ ສ່ວນວຽກງານກອງທຶນຊ່ວຍເຫຼືອເຊິ່ງກັນ ແລະ ກັນ ມີເງິນໝູນວຽນທັງໝົດ 1,03 ຕື້ກວ່າກີບ ປະຕິບັດຍະໂຍບາຍໃຫ້ສະມາຊິກກອງທຶນເຊັ່ນ ສະມາຊິກຄອບຄົວເສຍຊີວິດ ເກີດລູກ ປິ່ນປົວ ບຳນານ ສເງຄອບຄົວໃໝ່ ແລະ ອື່ນໆ ເປັນເງິນທັງໝົດ 632 ລ້ານກວ່າກີບ.






ກອງປະຊຸມຄັ້ງນີ້ ຍັງໄດ້ມອບໃບຢັ້ງຢືນ 5 ເປັນເຈົ້າ ຜ່ານທິດທາງແຜນການໃນ 5 ປີຕໍ່ໜ້າ ດຳເນີນການປ່ອນບັດຄັດ ເລືອກເອົາຄະນະບໍລິຫານງານສຸດໃໝ່ ແລະ ໄດ້ຮັບຟັງການໂອ້ລົມຈາກຈາກສະຫຍາຍປະທານກວດກາຄະນະບໍລິຫານງານ ຮອງປະທານສະຫະພັນກຳມະບານນະຄອນຫຼວງວຽງຈັນ.