ກຸ່ມແຮັກເກີ້ ເປັນໄພອັນຕະລາຍຕໍ່ຜູ້ຄົນໃນໂລກອອນລາຍແຕ່ດົນນານແລ້ວ ພວກເຂົາມັກຈະຫາຊ່ອງຫວ່າງໃນລະບົບຄວາມປອດໄພ ໂດຍການແຮັກລະຫັດ ຫາຈຸດອ່ອນຜ່ານຊ່ອງທາງໃນແອັບພິເຄຊັນທີ່ດາວໂຫຼດມາ ຫຼື ເວບໄຊ ໂປຣແກມ ຊອບແວ ທີ່ລັກລອບເອົາຂໍ້ມູນສ່ວນຕົວ ບາງກໍລະນີແມ່ນເຂົ້າທາງລະບົບຄອມພິວເຕີໂດຍກົງ ຄືກັບແອັບພິເຄຊັນອື່ນໆ Facebook ສາມາດເປັນເປົ້າໝາຍຂອງກຸ່ມແຮັກເກີ້ໄດ້ເຊັ່ນກັນ ພາຍຫຼັງທີ່ເຂົາແຮັກເຂົ້າລະບົບໄດ້ ເຂົາຈະປ່ຽນຂໍ້ມູນເພື່ອບໍ່ໃຫ້ເຈົ້າຂອງບັນຊີເຂົ້າຄືນໄດ້ ຖ້າຄິດວ່າຕົນຖືກແຮັກ ມີຫຼາຍຂັ້ນຕອນທີ່ສາມາດເຮັດໄດ້ເພື່ອກູ້ບັນຊີ ແລະ ກັບເຂົ້າລະບົບຄືນ ຫຼັງຈາກທີ່ກັບເຂົ້າໄດ້ຄືນແລ້ວ ແນະນຳໃຫ້ປັບປຸງຄວາມປອດໄພຂອງບັນຊີໃໝ່ ຜ່ານລະບົບປ້ອງກັນຂອງບັນຊີຍາກຂຶ້ນກວ່າເກົ່າ.
ຖ້າບໍ່ສາມາດເຂົ້າບັນຊີຄືນໄດ້ ສາມາດເຂົ້າໄປທີ່ https://www.facebook.com/hacked ແລ້ວແຈ້ງບັນຊີຖືກແຮັກ Facebook ຈະຊ່ວຍກູ້ບັນຊີຄືນ ໂດຍການຄົ້ນຫາບັນຊີຜ່ານ ອີເມວ ຫຼື ເບີໂທລະສັບ ທີ່ໃຊ້ໃນການລົງທະບຽນບັນຊີນັ້ນໆ ຖ້າໄດ້ເປີດຕິດຕໍ່ເພື່ອນແລ້ວ ເກີດກໍລະນີທີ່ບໍ່ສາມາດເຂົ້າບັນຊີໄດ້ (Choose friends to contact if you get locked out) ໃນຕັ້ງຄ່າ ສາມາດເລືອກໃຊ້ຟັງຊັນນີ້ ເພື່ອກູ້ບັນຊີທ່ານໄດ້ເຊັ່ນກັນ ໃນຟັງຊັນຄວາມປອດໄພດັ່ງກ່າວ ສາມາດເລືອກເພື່ອນ 3-5 ຄົນ ເພື່ອຊ່ວຍໃຫ້ສາມາດກັບເຂົ້າບັນຊີຄືນໄດ້.

ວິທີເປີດໃຊ້ຟັງຊັນນີ້ ໃຫ້ເລືອກລືມບັນຊີ (Forgotten account) ໃນໜ້າເຂົ້າສູ່ລະບົບ ແລ້ວຄົ້ນຫາບັນຊີຂອງຕົນ ໂດຍປ້ອນຂໍ້ມູນ ອີເມວ ຫຼື ເບີໂທທີ່ໃຊ້ໃນການລົງທະບຽນ ຫຼັງຈາກຊອກເຫັນແລ້ວ ສາມາດພິມຊື່ຂອງເພື່ອນຄົນໜຶ່ງໃນ 3-5 ຄົນທີ່ເລືອກໄວ້ ເຊິ່ງຜູ້ນັ້ນຈະມີການແຈ້ງເຕືອນ ແລະ ກໍຈະມີລິ້ງປະກົດຂຶ້ນມາ ເພື່ອໃຫ້ເຂົາພຽງຜູ້ດຽວເຂົ້າໄດ້ ພາຍຫຼັງທີ່ເພື່ອນຜູ້ນັ້ນໄດ້ເຂົ້າລິ້ງແລ້ວ ເຂົາກໍຈະໄດ້ລະຫັດກູ້ບັນຊີຂອງທ່ານ ເພື່ອຊ່ວຍທ່ານກັບຄືນເຂົ້າບັນຊີໄດ້ ພາຍຫຼັງທີ່ກູ້ບັນຊີຄືນໄດ້ສຳເລັດ ມັນຍິ່ງສຳຄັນຕໍ່ຄວາມປອດໄພຂອງບັນຊີ ຖ້າທ່ານປ່ຽນລະຫັດເຂົ້າບັນຊີ ຫຼື ເປີດໃຊ້ການຢັ້ງຢືນຕົວຕົນຜ່ານ 2 ຂັ້ນຕອນ (Two-factor authentication 2FA) ໃນຄວາມປອດໄພ ແລະ ການເຂົ້າລະບົບໃນການຕັ້ງຄ່າ Facebook ຈະແນະນຳໃຫ້ລຶບແອັບພິເຄຊັນທີ່ມີຄວາມສ່ຽງຕໍ່ຂໍ້ມູນໃນບັນຊີ Facebook ຂອງທ່ານ ໂດຍການເຂົ້າໄປທີ່ແອັບ ແລະ ເວບໄຊ (Apps and Websites) ໃນການຕັ້ງຄ່າ ກວດເບິ່ງແອັບທີ່ທ່ານບໍ່ໄດ້ໃຊ້ແລ້ວ ຫຼື ແອັບທີ່ທ່ານບໍ່ຄຸ້ນເຄີຍ ແລ້ວລຶບອອກຈາກລາຍການ.
Facebook ແນະນຳໃຫ້ທ່ານແຈ້ງເຕືອນເພື່ອນຂອງທ່ານ ໃນກໍລະນີບັນຊີຂອງທ່ານມີບັນຫາ ແລະ ແນະນຳບໍ່ໃຫ້ເຂົາເຂົ້າໄປລິ້ງ ຫຼື ໂພສທີ່ສົ່ງຫາເຂົາຈາກບັນຊີຂອງທ່ານໃນໄລຍະນັ້ນ ທ່ານສາມາດລົງທະບຽນແຈ້ງເຕືອນ ຖ້າພົບເຫັນການເຂົ້າບັນຊີຜິດປົກກະຕິ (Get alerts about unrecognized logins) ໃນໜ້າຄວາມປອດໄພ ແລະ ການເຂົ້າສູ່ລະບົບການຕັ້ງຄ່າຂອງບັນຊີ Facebook ພາຍຫຼັງເລືອກແລ້ວ Facebook ຈະແຈ້ງເຕືອນຫາກມີການເຂົ້າສູ່ລະບົບບັນຊີຂອງທ່ານ ຜ່ານອຸປະກອນ ຫຼື browser ອື່ນທີ່ທ່ານບໍ່ໄດ້ໃຊ້ເປັນປະຈຳ ແລະ ຈະແນະນຳຂັ້ນຕອນການເພີ່ມຄວາມຄຸ້ມກັນໃຫ້ບັນຊີຂອງທ່ານ ເມື່ອມີຄົນ log-in ເຂົ້າລະບົບບັນຊີຂອງທ່ານຈາກທີ່ຢູ່ IP ທີ່ຕ່າງເກົ່າ ພ້ອມກັບຕົວທ່ານເອງ Facebook ຈະກວດສອບທາງສັງຄົມ (Social Verification) ຮູບພາບຂອງໝູ່ສະນິດຈະປະກົດຂຶ້ນ ເພື່ອໃຫ້ຜູ້ເຂົ້າບັນຊີນັ້ນ ຢັ້ງຢືນຄວາມເປັນເຈົ້າຂອງບັນຊີ ໂດຍການຈັບຄູ່ຊື່ຂອງເພື່ອນ ແລະ ຮູບທີ່ສະແດງ.
ແຮັກເກີ້ຢູ່ທຸກຫົນທຸກແຫ່ງ ແລະ ຈຸດອ່ອນຂອງລະບົບກໍເກີດຂຶ້ນ ພ້ອມວິວັດທະນາການຂອງການເຄື່ອນໄຫວໃນໂລກອອນລາຍໃນແອັບພິເຄຊັນ ແລະ ແພັດຟອມຕ່າງໆ ພ້ອມກັບ Facebook ຈຶ່ງຈຳເປັນທີ່ຕ້ອງມີຄວາມລະມັດລະວັງ ແລະ ເບິ່ງແຍງຄວາມປອດໄພຂອງບັນຊີຢ່າງຕໍ່ເນື່ອງ ແລະ ເຂົ້າໃຈຂັ້ນຕອນຕ່າງໆທີ່ຕ້ອງປະຕິບັດຫາກບັນຊີຖືແຮັກ.