ກອງປະຊຸມລັດຖະມົນຕີຕ່າງປະເທດຂອງປະເທດສະມາຊິກກຸ່ມ BRICS ແລະ ປະເທດກໍາລັງພັດທະນາ

ໂດຍຕອບສະໜອງຕາມການເຊື້ອເຊີນ ຂອງ ທ່ານ ເຊີເກ ລາບຣົບ (Sergey Lavrov) ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສະຫະພັນ ຣັດເຊຍ ໃນຖານະປະທານກຸ່ມ BRICS 2024 ໃນວັນທີ 11 ມິຖຸນາ 2024 ທີ່ ເມືອງ Nizhny Novgorod ສະຫະພັນ ຣັດເຊຍ ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນໍາພາຜູ້ແທນລາວ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດ ຂອງປະເທດສະມາຊິກກຸ່ມ BRICS ແລະ ປະເທດກໍາລັງພັດທະ ນາ (International Relations Meeting ‘BRICS Dialogue with Developing Countries’) ເຊິ່ງເປັນກອງປະຊຸມປິ່ນອ້ອມຂອງກອງປະຊຸມລັດຖະມົນຕີຕ່າງປະເທດ BRICS 2024 ພາຍໃຕ້ຫົວຂໍ້: “ການສ້າງຄວາມເຂັ້ມແຂງໃຫ້ແກ່ການຮ່ວມມືຫຼາຍຝ່າຍ ເພື່ອຄວາມສະເໝີພາບດ້ານການພັດທະນາ ແລະ ຄວາມໝັ້ນຄົງຂອງໂລກ” (Strengthening Multilateralism for Equitable Global Development and Security).

ຈຸດປະສົງກອງປະຊຸມຄັ້ງນີ້ ແມ່ນເພື່ອປຶກສາຫາລື ລະດັບລັດຖະມົນຕີ ກ່ຽວກັບ ບັນຫາພົ້ນເດັ່ນໃນພາກພື້ນ ແລະ ສາກົນ ໂດຍສະເພາະການເພິ່ມທະວີການຮ່ວມມື ເພື່ອການພັດທະນາແບບຍືນຍົງ ແລະ ຮັກສາຄວາມໝັ້ນຄົງຂອງໂລກ ລະຫວ່າງ ບັນດາປະເທດສະມາຊິກກຸ່ມ BRICS ແລະ ປະເທດກໍາລັງພັດທະນາ ຈາກພາກພື້ນເຂດໂລກໃຕ້ ແລະ ຕາເວັນອອກ ຈາກ 22 ປະເທດ ຄື: ສ.ຣັດເຊຍ ອາຟຼິກກາໃຕ້ ສະຫະນະຄອນ ເອມີຣັດ ອາຣັບ ບຼາຊິນ ສປ ຈີນເອຢິບ ເອທິໂອປີ ອິນເດຍ ອີຣ່ານ ອາຣັບບີ ຊາອຸດິ ອານເຊລີ ບຼາເຣນ ບັງກຣາເທດ ເບລາຣຸດຊີ ກູບາ ກາຊັກສະຖານ ສປປ ລາວ ໂມຣິຕານີ ນີເຊຣີ ສີລັງກາ ໄທ  ຕັວກກີ ເວເນຊູເອລາ ແລະ ສສ ຫວຽດນາມ.

ໃນໂອກາດເຂົ້າຮ່ວມກອງປະຊຸມຄັ້ງນີ້ ທ່ານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ກ່າວມີຄຳເຫັນຮ່ວມກັບບັນດາປະເທດ ສະມາຊິກກຸ່ມ BRICS ແລະ ປະເທດກໍາລັງພັດທະນາ ທີ່ເຂົ້າຮ່ວມ ເຊິ່ງໄດ້ຍົກໃຫ້ເຫັນ ປະຈຸບັນປະຊາຄົມໂລກ ກຳລັງປະເຊີນໜ້າກັບບັນດາສິ່ງທ້າທາຍ   ທັງໃນດ້ານການເມືອງ ແລະ ເສດຖະກິດ ທີ່ບໍ່ສາ ມາດຄາດຄະເນໄດ້ ອັນໄດ້ສົ່ງ​ຜົນ​ກະທົບ​ຢ່າງໃຫຍ່ຫຼວງຕໍ່​ປະ​ຊາ​ຄົມ​ໂລກ​ ເຊິ່ງ ສປປ ລາວ ເຫັນວ່າ ຄວາມສາມັກຄີ ການສະໜັບສະໜູນເຊິ່ງກັນ ແລະ ກັນ ບົນຫຼັກການຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ແລະ ຄວາມພະຍາຍາມຮ່ວມກັນ ໃນການສ້າງຄວາມເຂັ້ມແຂງໃຫ້ແກ່ການຮ່ວມມືຫຼາຍຝ່າຍ ແມ່ນມີຄວາມສຳຄັນທີ່ຈຳເປັນ ແລະ ຂາດບໍ່ໄດ້ ສຳລັບປະເທດກຳລັງພັດທະນາ ທັງນີ້ ກໍເພື່ອເປັນການສືບຕໍ່ຮັກສາ ແລະ ສົ່ງເສີມສັນຕິພາບ ຄວາມໝັ້ນຄົງ ແລະ ນຳເອົາຄວາມສົມບູນພູນສຸກມາສູ່ພາກພື້ນ ແລະ ທົ່ວໂລກ.

ພ້ອມດຽວກັນ ສປປ ລາວ ເຫັນວ່າ ຂອບການຮ່ວມມືກຸ່ມ BRICS ເປັນກົນໄກການຮ່ວມມືໜຶ່ງທີ່ສຳຄັນຂອງໂລກໃນປະຈຸບັນ ເຊິ່ງ BRICS ມີປະຊາກອນລວມກັນເກືອບ 50% ຂອງໂລກ ແລະ ມີຂະໜາດເສດຖະກິດກວມເອົາ 1/3 ຂອງ GDP ທົ່ວໂລກ ອັນໄດ້ເຮັດໃຫ້ BRICS ມີຄວາມພົ້ນເດັ່ນໃນການເຄື່ອນໄຫວວຽກງານການຕ່າງປະ ເທດ ດ້ວຍເຫດຜົນນີ້ ສປປ ລາວ ຈຶ່ງຄາດຫວັງໃຫ້ BRICS ເພິ່ມບົດບາດຂອງຕົນ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ການຮ່ວມມືຫຼາຍຝ່າຍ ໃນການສົ່ງເສີມການພັດທະນາ ແລະ ຄວາມໝັ້ນຄົງຂອງໂລກ ເພື່ອຕ້ານກັບລັດທິຝ່າຍດຽວ ແລະ ສອງມາດຕະຖານ.

ນອກຈາກນີ້ ຍັງໄດ້ຍົກໃຫ້ເຫັນວ່າ ສະພາບເງື່ອນໄຂດ້ານພູມສາດການເມືອງໃນປະຈຸບັນ ບໍ່ໄດ້ຕອບສະໜອງເງື່ອນ ໄຂທີ່ເໝາະສົມໃນການພັດທະນາ ຕາມທີ່ໄດ້ກຳນົດໃນບົດລາຍງານຂອງອົງການສະຫະປະຊາຊາດ ກໍຄື ການຈັດຕັ້ງປະຕິບັດວາລະ 2030 ເຊິ່ງ ສປປ ລາວ ເຊື່ອໝັ້ນວ່າ BRICS ຈະສາມາດເປັນກົນໄກທີ່ເຂັ້ມແຂງ ເພື່ອຊຸກຍູ້ການ ສ້າງສັນຕິພາບ ຄວາມໝັ້ນຄົງ ແລະ ການພັດທະນາແບບຍືນຍົງໃນຕໍ່ໜ້າ.

ສຳລັບ ການເປັນປະທານອາຊຽນ 2024 ຂອງ ສປປ ລາວ ນັ້ນ ສປປ ລາວ ໄດ້ສຸມໃສ່ການສ້າງຄວາມເຂັ້ມແຂງໃຫ້ແກ່ວຽກ ງານການເຊື່ອມຈອດ ແລະ ຄວາມເຂັ້ມແຂງຂອງອາຊຽນ ກໍຄື ຄຳຂັວນຂອງອາຊຽນ 2024 ເຊິ່ງໄດ້ສືບຕໍ່ຮັກສາຫຼັກການ ການຮ່ວມມືຫຼາຍຝ່າຍ ສັນຕິພາບ ຄວາມໝັ້ນຄົງ ແລະ ການພັດທະນາຢ່າງສະເໜີພາບ ນັບແຕ່ການສ້າງຕັ້ງອາຊຽນ ປີ 1967 ແລະ ການລົງນາມໃນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ອາຊຽນ ໄດ້ຮັດແໜ້ນຄວາມສາມັກຄີ ແລະ ເປັນແກນກາງໃນການດຶງດູດການຮ່ວມມືທີ່ເປັນປະໂຫຍດຈາກບັນດາຄູ່ຮ່ວມມືພາຍນອກ ເຊິ່ງປະຈຸບັນ ອາຊຽນມີີຄູ່ຮ່ວມມືຫຼາຍກວ່າ 54 ປະເທດ ແລະ ກຸ່ມ ອັນໄດ້ກາຍເປັນສິ່ງທີ່ຢັ້ງຢືນການຮ່ວມມືຂອງອາຊຽນ ບົນຫຼັກການການຮ່ວມມືຫຼາຍຝ່າຍ ແລະ ສົ່ງເສີມການພັດທະນາຂອງໂລກ.

ໃນໂອກາດດຽວກັນ ທ່ານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຍັງໄດ້ພົບປະ ສອງຝ່າຍກັບຄູ່ຮ່ວມຕໍາແໜ່ງ ຄື: ທ່ານ ລັດຖະມົນຕີຕ່າງປະເທດ ສ. ຣັດເຊຍ ທ່ານລັດຖະມົນຕີຕ່າງປະເທດ ສປ ຈີນ ທ່ານ ລັດຖະມົນຕີກະຊວງຕ່າງປະເທດ ກູ​ບາ ລັດຖະມົນຕີກະຊວງຕ່າງປະເທດ ບຣາຊິນ ແລະ ລັດຖະມົນຕີຕ່າງປະເທດ ເບລາຣຸດຊີ ເພື່ອສືບຕໍ່ປຶກສາຫາລືໃນການຮັດແໜ້ນການພົວພັນຮ່ວມມືສອງຝ່າຍ ແລະ ຫຼາຍຝ່າຍ ລວມທັງວຽກງານໃນຂອບອາຊຽນນອກຈາກນີ້ ຍັງໄດ້ໃຫ້ສຳພາດຂ່າວແກ່ສື່ທ້ອງຖິ່ນຂອງ ສ.ຣັດເຊຍ ກ່ຽວກັບ ວຽກງານການຕ່າງປະເທດ ແລະ ທັດນະສະຂອງ ສປປ ລາວ ຕໍ່ບັນຫາພາກພື້ນ ແລະ ສາກົນ ລວມທັງການຮ່ວມມືຂອງປະເທດສະຊິກກຸ່ມ BRICS.

ກອງປະຊຸມລັດຖະມົນຕີຕ່າງປະເທດ ກຸ່ມ BRICS ຈັດຂຶ້ນເປັນປະຈໍາທຸກປີ ໂດຍການໝູນວຽນເປັນປະທານຂອງປະເທດສະມາຊິກ ເພື່ອປຶກສາຫາລືບັນຫາສຳຄັນໃນພາກພື້ນ ແລະ ສາກົນ ລວມທັງບັນດາຂົງເຂດການຮ່ວມມືຕ່າງໆ ກຸ່ມ BRICS ປະກອບດ້ວຍສະມາຊິກທີ່ມາຈາກປະເທດທີ່ພັດທະນາແລ້ວ ກໍຄື ກຸ່ມປະເທດເສດຖະ ກິດໃໝ່ ທີ່ມີລະດັບເສດຖະກິດທີ່ເຂັ້ມແຂງ ເຊິ່ງປະຈຸບັນມີ ສະມາຊິກ 9 ປະເທດ ຄື: ບຼາຊິນ ຣັດເຊຍ ອິນເດຍ ສປ ຈີນ ອາຟຼິກກາໃຕ້ ອີຣ່ານ ເອທິໂອເປຍ ເອຢິບ ແລະ ສະຫະນະຄອນອາເມຣັດ ອາຣັບ ສຳລັບປີນີ້ ກອງປະຊຸມສຸດຍອດ ກຸ່ມ BRICS 2024 ຄາດວ່າຈະຈັດຂຶ້ນໃນເດືອນຕຸລາ 2024 ທີ່ ເມືອງ Kazan ສ.ຣັດເຊຍ.

error: Content is protected !!