ລັດ​ຖະ​ບານ ສຸມ​ໃສ່​ການ​ພັດ​ທະ​ນາ​ພື້ນ​ຖານ​ໂຄງ​ລ່າງ​ດ້ານ​ຄົມ​ມະ​ນາ​ຄົມ ສ້າງ​ເງື່ອນ​ໄຂ​ເຊື່ອມ​ໂຍງ​ພາກ​ພື້ນ

ລັດ​ຖ​ະ​ບານ​ລາວ ກໍ​ຄື ກະ​ຊວງໂຍ​ທາ​ທິ​ການ ແລະ ຂົນ​ສົ່ງ (ຍ​ທ​ຂ) ສຸມ​ໃສ່​ການ​ພັດ​ທະ​ນາ​ພື້ນ​ຖານ​ໂຄງ​ລ່າງ​ດ້ານ​ຄົມ​ມະ​ນາ​ຄົມ ບໍ່​ວ່າ​ຈະ​ເປັນ​ທາງ​ບົກ ທາງ​ລາງ ທາງ​ອາ​ກາດ ແລະ ອື່ນໆ ທີ່​ສ້າງ​ສິ່ງ​ອຳ​ນວຍ​ໃຫ້​ກັບ​ລະ​ບົບ​ຄົມ​ມະ​ນາ​ຄົມ ແລະ ການ​ຂົນ​ສົ່ງ ເພື່ອ​ໃຫ້​ເປັນ​ແລ​ວ​ທາງ​ເສດ​ຖະ​ກິດ ແລະ ເຊື່ອມ​ໂຍງ​ກັບ​ພາກ​ພື້ນ ກໍ​ຄື​ ສາ​ກົນ.

ທ່ານ ງາມປະສົງ ເມືອງມະນີ ລັດຖະມົນຕີກະຊວງ ຍທຂ ຊີ້ໄດ້ຊີ້ແຈງຕໍ່ການຊັກຖາມ ຂອງສະມາຊິກສະພາແຫ່ງຊາດ (ສສຊ) ກ່ຽວກັບແຜນພັດທະນາໂຄງລ່າງພື້ນຖານທີ່ເປັນແລວທາງເສດຖະກິດເພື່ອເຊື່ອມໂຍງ-ເຊື່ອມຈອດກັບພາກພື້ນ ແລະ ສາກົນ ຮອງຮັບໃຫ້ແກ່ການຂົນສົ່ງສິນຄ້າຜ່ານແດນ ການທ່ອງທ່ຽວ ຕໍ່ ກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX ເຊິ່ງ​ທ່ານ​ໄດ້​ກ່າວ​ວ່າ: ໂດຍປະຕິບັດຕາມນະໂຍບາຍຫັນ ສປປ ລາວ ຈາກປະເທດທີ່ບໍ່ມີຊາຍແດນຕິດກັບທະເລ ໃຫ້ກາຍເປັນປະເທດບໍລິການດ້ານການຂົນສົ່ງຂອງພາກພື້ນ ແລະ ສາກົນ ກະຊວງ ຍທຂ ໄດ້ສຸມໃສ່ການພັດທະນາບັນດາພື້ນ ຖານໂຄງລ່າງອັນພົ້ນເດັ່ນເປັນຕົ້ນ ເສັ້ນທາງລົດໄຟລາວ-ຈີນ ທີ່ໄດ້ເປີດໃຫ້ບໍລິການ ຕັ້ງແຕ່ເດືອນທັນວາ ປີ 2021 ຜ່ານມາ ໜຶ່ງໃນຈຸດສຸມບຸລິມະສິດແຜນພັດທະນາຂອງກະຊວງ ຍທຂ ແມ່ນການພັດທະນາພື້ນຖານໂຄງລ່າງຄົມມະນາຄົມຂົນສົ່ງ ໃຫ້ເປັນການຂົນສົ່ງຫຼາຍຮູບແບບເຊື່ອມໂຍງກັບພາກພື້ນ ເຊື່ອມຈອດກັບບັນດາປະເທດອ້ອມຂ້າງ ແລະ ເຊື່ອມຈອດພາຍໃນປະເທດ ເພື່ອໃຫ້ສາມາດນໍາໃຊ້ທ່າແຮງຂອງເສັ້ນທາງລົດໄຟລາວ-ຈີນ ໃຫ້ມີປະສິດທິຜົນ ໂດຍສະເພາະແມ່ນການຂົນສົ່ງສິນຄ້າພາຍໃນ ແລະ ສິນຄ້າຜ່ານແດນ ເຊິ່ງໄດ້ສຸມໃສ່ຈັດຕັ້ງປະຕິບັດແຜນພັດທະນາພື້ນຖານໂຄງລ່າງດັ່ງນີ້:

ພັດທະນາຕາໜ່າງທາງບົກ: ສຸມໃສ່ຍົກລະດັບ ແລະ ປັບປຸງ ບັນດາເສັ້ນທາງຫຼວງແຫຼ່ງຊາດ 8 ເສັ້ນ ທີ່ເປັນທາງຫຼວງອາຊຽນໃຫ້ໄດ້ມາດຕະຖານຊັ້ນ 3 ຮັບນໍ້າໜັກໄດ້ 11 ໂຕນຕໍ່ເພົາ ປັດຈຸບັນກໍາລັງ ຈັດຕັ້ງປະຕິບັດການຈັດຊື້ ຈັດຈ້າງ ແລະ ກໍາລັງກໍ່ສ້າງທາງເລກ 13 ເໜືອ (AH12) ທາງເລກ 13 ໃຕ້ (AH11) ທາງ 2E ແລະ 2W (AH13) ທາງເລກ 12 (AH131) ກໍ່ສ້າງຂົວໃໝ່ ຢູ່ທາງເລກ 8 ແລະ ທາງເລກ 20 ກໍ່ສ້າງຂົວຂ້າມນໍ້າຂອງລາວ-ໄທ ແຫ່ງທີ 5 ສໍາລັບເສັ້ນທາງອື່ນໆ ພວມຂົນຂວາຍທຶນເພື່ອມາຈັດຕັ້ງປະຕິບັດ.

ນອກນັ້ນ ຍັງສືບຕໍ່ຊຸກຍູ້ເອກະຊົນທັງພາຍໃນ ແລະ ຕ່າງປະເທດ ສຶກສາຄວາມເປັນໄປໄດ້ທາງດ່ວນ ພັດທະນາຕາໜ່າງທາງລົດໄຟ ໄປພ້ອມ​ໆກັບການສືບຕໍ່ກໍ່ສ້າງພື້ນຖານໂຄງລ່າງ ແລະ ການໃຫ້ບໍລິການເສັ້ນທາງລົດໄຟລາວ-ຈີນ ຄຽງຄູ່ກັນນັ້ນ ຍັງໄດ້ສຸມໃສ່ການພັດທະນາເສັ້ນທາງລົດໄຟລາວ-ໄທນະຄອນຫຼວງວຽງຈັນ ສະຖານີຄໍາສະຫວາດ-ໜອງຄາຍ ​ເຊິ່ງມີແຜນຈະເປີດໃຫ້ບໍລິການລົດຂົນສົ່ງໂດຍສານນະຄອນຫຼວງວຽງຈັນ-ກຸງເທບ (ປະເທດໄທ) ໃນທ້າຍເດືອນກໍລະກົດ ຫຼື ຕົ້ນເດືອນສິງຫາ 2024 ນີ້.

ພ້ອມດຽວກັນນັ້ນ ກໍໄດ້ວາງແຜນຂະຫຍາຍຕາໜ່າງທາງລົດໄຟເພີ່ມຕື່ມໂດຍກໍາລັງສຸມໃສ່ສຶກສາຄວາມເປັນໄປໄດ້ຄື: ເສັ້ນທາງລົດໄຟແຕ່ນະຄອນຫຼວງວຽງຈັນ-ທ່າແຂກ-ມຸຢາ ສສ ຫວຽດນາມ ແລະ ເສັ້ນທາງລົດໄຟແຕ່ສະຫວັນນະເຂດ-ລາວບາວ ແລະ ກຳລັງຂົນຂວາຍແຫຼ່ງທຶນມາສຶກສາຄວາມເປັນໄປໄດ້ ເສັ້ນທາງລົດໄຟລາວ-ກຳປູເຈຍ.

ສ່ວນພັດທະນາທ່າບົກ ເຊິ່ງປັດຈຸບັນ ມີ 3 ແຫ່ງ ທີ່ກຳລັງໃຫ້ການບໍລິການ ແລະ ກຳລັງດຳເນີນການສ້າງຕັ້ງທ່າບົກນາເຕີຍ ຢູ່ແຂວງຫຼວງນໍ້າທາ ແລະ ກຳລັງຮັບຮອງບົດ ມາສຶກສາຄວາມເປັນໄປໄດ້ທ່າບົກ ຢູ່ແຂວງຫຼວງພະບາງ ແລະ ແຂວງອຸດົມໄຊ; ພັດທະນາການຂົນສົ່ງທາງນໍ້າ: ປັດຈຸບັນ ກະຊວງ ຍທຂ ໄດ້ສົມທົບກັບກະຊວງການເງິນ ແລະ ພາກສ່ວນກ່ຽວຂ້ອງ ໃນການດໍາເນີນການໂອນຫຸ້ນທ່າເຮືອ ວຸ້ງອ່າງ ໃຫ້ຝ່າຍລາວຖືຫຸ້ນ 60% ເພື່ອຈະເຂົ້າໄປພັດທະນາ ແລະ ໃຫ້ບໍລິການທ່າເຮືອແຫ່ງທໍາອິດຂອງ ສປປ ລາວ ພ້ອມດຽວກັນນັ້ນ ກໍາລັງສຸມໃສ່ພັດທະນາລະບົບການຂົນສົ່ງທາງນໍ້າຢູ່ທາງພາກ     ເໜືອ ໂດຍມີແຜນຈະພັດທະນາທ່າເຮືອ 3 ແຫ່ງຕາມແມ່ນໍ້າຂອງຕອນເໜືອ ເພື່ອອໍານວຍຄວາມສະດວກໃຫ້ແກ່ວຽກງານການຂົນສົ່ງທາງນໍ້າລະຫວ່າງລາວ-ໄທ-ມຽນມ້າ-ຈີນ ຄື: ທ່າເຮືອຊຽງກົກ (ແຂວງຫຼວງນໍ້າທາ) ກໍາລັງສຶກສາຄວາມເປັນໄປໄດ້ ທ່າເຮືອປາກແບ່ງ (ແຂວງອຸດົມໄຊ) ແລະ ທ່າເຮືອຄົກຈອງ (ແຂວງຫຼວງພະບາງ) ກໍາລັງຂົນຂວາຍແຫຼ່ງທຶນ ແລະ ໄດ້ພັດທະນາວຽກງານການບິນ ເພາະວ່າການບິນເປັນໜຶ່ງຂະແໜງການທີ່ມີຄວາມສໍາຄັນໃນການຫັນປະເທດເປັນປະເທດເຊື່ອມໂຍງ-ເຊື່ອມຈອດກັບພາກພື້ນ-ສາກົນ.

ນອກນັ້ນ ກະຊວງ ຍທຂ ໄດ້ເອົາໃຈໃສ່ໃນການພັດທະນາຂະແໜງການການບິນ ໂດຍສຸມໃສ່ພັດທະນາ ແລະ ຍົກລະດັບສະໜາມບິນສາກົນທີ່ມີຢູ່ ໄດ້ເປີດນໍາໃຊ້ສະໜາມບິນບໍ່ແກ້ວ ແລະ ສໍາເລັດການສຶກສາຄວາມເປັນໄປໄດ້ໃນການຂະ ຫຍາຍສະໜາມສາກົນບິນວັດໄຕ.

error: Content is protected !!