ທູດລາວ ຍື່ນສານຕາຕັ້ງຕໍ່ ປະທານາທິບໍດີ ສີລັງກາ

ໃນຕອນບ່າຍຂອງ ວັນທີ 5 ມິຖຸນາ 2024, ຢູ່ ສໍານັກງານປະທານາທິບໍດີ (President’s House) ນະຄອນຫຼວງໂກລົມໂບ ສາທາລະນະລັດ ປະຊາທິປະໄຕ ສັງຄົມນິຍົມ ສີລັງກາ ທ່ານ ບຸນມີ ວັນມະນີ ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ ພະນະທ່ານ ຣານຽວ ວິກາມະສິງເຫ/H.E Mr. Ranil Wickremesingheປະທານາທິບໍດີແຫ່ງ ສາທາລະນະລັດ ປະຊາທິປະໄຕ ສັງຄົມນິຍົມ ສີລັງກາ ເພື່ອດຳລົງຕຳແໜ່ງ ເປັນເອກອັກຄະລັດຖະທູດ ວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົນໃໝ່ ປະຈຳ ສີລັງກາ ເຊິ່ງມີສໍານັກງານຕັ້ງ ຢູ່ ນະຄອນຫຼວງ ນິວແດນລີ ປະເທດ ອິນເດຍ.

ໃນໂອກາດດັ່ງກ່າວ ພະນະທ່ານ ຣານຽວ ວິກາມະສິງເຫ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ທ່ານ ບຸນມີ ວັນມະນີ ທີ່ໄດ້ຮັບການແຕ່ງຕັ້ງເປັນເອກອັກຄະລັດຖະທູດ ວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ຄົນໃໝ່ ປະຈຳສາທາລະນະລັດ ປະຊາທິປະໄຕ ສັງຄົມນິຍົມ ສີລັງກາ ແລະ ເຊື່ອຫມັ້ນວ່າ ທ່ານທູດ ຈະເປັນຂົວຕໍ່ທີ່ດີເຮັດໃຫ້ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມທີ່ມີມາແຕ່ດົນນານ ໄດ້ຮັບການສືບຕໍ່ເສີມຂະຫຍາຍ ແລະ ຈະເລີນງອກງາມຍິ່ງໆຂຶ້ນ ໃນອະນາຄົດ ພ້ອມດຽວກັນນັ້ນ ພະນະທ່ານ ກໍໄດ້ຝາກຄວາມຢື້ຢາມຖາມຂ່າວ ຄວາມຮັກແພງ ຄໍາອວຍພອນໄຊອັນປະເສີດ ແລະ ມິດຕະພາບການພົວພັນທີ່ດີ ມາຍັງ ພະນະທ່ານ ທອງລຸນ ສີສຸລິດປະທານປະເທດ ແຫ່ງ ສປປ ລາວ ລັດຖະບານ ແລະ ປະຊາຊາຊົນລາວ ທຸກທົ່ວໜ້າ.

ທ່ານເອກອັກຄະລັດຖະທູດ ໄດ້ສະແດງຄວາມຂອບໃຈ ແລະ ຖືໂອກາດດັ່ງກ່າວ ນຳເອົາ ຄວາມຢື້ຢາມຖາມຂ່າວອັນອົບອຸ່ນ ແລະ ພອນໄຊອັນປະເສີດ ຈາກ ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ເຖິງ ພະນະທ່ານ ປະທານາທິບໍດີ ຣານຽວ ວິກາມະສິງເຫ ແລະ ຜ່ານພະນະທ່ານ ໄປຍັງລັດຖະບານ ແລະ ປະຊາຊົນ ສາທາລະນະລັດ ປະຊາທິປະໄຕ ສັງຄົມນິຍົມ ສີລັງກາ ພ້ອມທັງໄດ້ຕີລາຄາສູງ ຕໍ່ການພົວພັນ ທີ່ມີມູນເຊື້ອອັນດີງາມມາແຕ່ດົນນານ ລະຫວ່າງ ສປປ ລາວ ແລະ ສາທາລະນະລັດ ປະຊາທິປະໄຕ ສັງຄົມນິຍົມ ສີລັງກາ ນັບແຕ່ສ້າງຕັ້ງສາຍພົວພັນການທູດນໍາກັນ ໃນປີ 1965 ເປັນ ຕົ້ນມາ ພ້ອມກັນນັ້ນ ທ່ານທູດ ກໍໄດ້ຕາງໜ້າລັດຖະບານລາວ ສະ ແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ລັດຖະບານ ແລະ ປະຊາຊົນ ສີລັງກາ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ການຊ່ວຍເຫຼືອ ສປປ ລາວ ໄລຍະຜ່ານມາ ໂດຍສະເພາະດ້ານການສຶກສາ ແລະ ການສະໜັບສະໜູນເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ.

ນອກນັ້ນ ທ່ານເອກອັກຄະລັດຖະທູດ ຍັງໄດ້ອວຍພອນໄຊໃຫ້ ພະນະທ່ານປະທານາທິບໍດີ ຣານຽວ ວິກາມະສິງເຫ ພ້ອມດ້ວຍຄອບຄົວ ມີພາລານາໄມສົມບູນ ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດໃນໜ້າທີ່ວຽກງານອັນສູງສົ່ງ ຂອງ ພະນະທ່ານ ພິທີຍື່ນສານ ໄດ້ດຳເດີນໄປດ້ວຍບັນຍາກາດທີ່ດີ ແລະ ສົມກຽດ.

ພາຍຫຼັງສໍາເລັດການຍື່ນສານຕາຕັ້ງ ທ່ານເອກອັກຄະລັດຖະທູດ ຍັງໄດ້ເຂົ້າພົບ ທ່ານຫົວໜ້າກົມອາຊີຕາເວັນ ອອກສ່ຽງໃຕ້ ແລະ ກາງ ກະຊວງການຕ່າງປະເທດ ສີລັງກາ ຢ້ຽມຂຳນັບ ທ່ານ Mohamed Uvais Mohamed Ali Sabry ລັດຖະມົນຕີກະຊວງການຕ່າງປະເທດ ສີລັງກາ ເພື່ອແນາະນຳຕົວ ແລະ ແລກປ່ຽນຄຳຄິດເຫັນເຖິງການສົ່ງເສີມການພົວພັນ ແລະ ທ່າແຮງໃນການຮ່ວມມືສອງຝ່າຍ ລາວ-ສີລັງກາ ໃນອານາຄົດ.

error: Content is protected !!