ສໍາເລັດອົບຮົມທິດສະດີການເມືອງ 3 ເດືອນ ຊດທີ

I

ພິທີປິດຊຸດຮຽນທິດສະດີການເມືອງ ຂັ້ນຕົ້ນໄລຍະ 3 ເດືອນຊຸດທີ I ປະຈຳປີ 2024 ຂອງກະຊວງສາທາລະນະສຸກ ໄດ້ຈັດຂຶ້ນໃນ ວັນທີ 7 ມິຖຸນາ 2024 ທີ່ສະຖາບັນສາທາລະນະສຸກສາດ ກະຊວງສາທາລະນະສຸກ ໂດຍມີສະຫາຍ ປອ ດຣ ບຸນແຝງ ພູມມະໄລສິດ ກໍາມະການສູນກາງພັກ ເລຂາຄະນະພັກກະຊວງ ລັດຖະມົນຕີກະຊວງສາທາລະນະສຸກ ແລະ ສະຫາຍ ປອ ດາວສະຫວັນ ເຄືອມີໄຊ ກໍາມະການປະຈໍາພັກ ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ພ້ອມດ້ວຍບັນດາຫົວໜ້າກົມ ຫົວໜ້າຫ້ອງການກະຊວງ ຫົວໜ້າສະຖາບັນ ຄະນະຮັບຜິດຊອບການຮຽນ-ການສອນ ແລະ ບັນດານັກສຶກສາເຂົ້າຮ່ວມ.

ຊຸດຮຽນທິດສະດີການເມືອງຂັ້ນຕົ້ນໄລຍະ 3 ເດືອນຊຸດທີ I ປະຈຳປີ 2024 ຂອງກະຊວງສາທາລະນະສຸກ ໄດ້ເລີ່ມຮຽນແຕ່ວັນທີ 4 ມີນາ 2024 ເຖິງວັນທີ 5 ມິຖຸນາ 2024 ໂດຍການປະສານສົມທົບລະຫວ່າງ ກົມຈັດຕັ້ງ ແລະ ພະນັກງານ ຮ່ວມກັບ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເພື່ອຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່.

ບັນດານັກສຶກສາທີ່ເຂົ້າຮຽນທິດສະດີການເມືອງຂັ້ນຕົ້ນ ຄັ້ງນີ້ແມ່ນພະນັກງານນຳພາ-ຄຸ້ມຄອງ ຂັ້ນຄະນະພັກຮາກຖານ ຄະນະໜ່ວຍພັກຮາກຖານ ຄະນະສູນ ຫົວໜ້າພະແນກ ຮອງຫົວໜ້າພະແນກ ຫົວໜ້າຂະແໜງ ຮອງຫົວໜ້າຂະແໜງ ແລະ ຈຳນວນໜຶ່ງເປັນພະນັກງານວິຊາການທີ່ເປັນສະມາຊິກພັກສົມບູນ ຈາກບັນດາກົມ ກອງ ​ສູນ ສະຖາບັນ ມະຫາວິທະຍາໄລ ໂຮງງານຜະລິດຢາ ແລະ ໂຮງຮຽນ ອ້ອມຂ້າງກະຊວງສາທາລະນະສຸກ ທັງໝົດ 60 ສະຫາຍ ຍິງ 26 ສະຫາຍ ເພື່ອເປັນການເຝິກຝົນຫຼໍ່ຫຼອມຕົນເອງທາງດ້ານຄຸນທາດການເມືອງ ຄຸນສົມບັດສິນທຳປະຕິວັດ ແບບແຜນການນຳພາ-ຄຸ້ມຄອງ ແລະ ການພົວພັນປະສານງານໃນຂົງເຂດວຽກງານທີ່ຕົນຮັບຜິດຊອບຫຼາຍຂຶ້ນ.

ໃນໂອກາດນີ້ ສະຫາຍ ປອ ດຣ ບຸນແຝງ ພູມມະໄລສິດ ໄດ້ໃຫ້ກຽດໂອ້ລົມວ່າ: ຫຼັກມູນທິດສະດີການເມືອງ-ການປົກຄອງໃນໄລຍະໃໝ່ນັ້ນມັນບໍ່ພຽງແຕ່ຍົກລະດັບຄວາມຮູ້ທາງດ້ານທິດສະດີເທົ່ານັ້ນ ສິ່ງສໍາຄັນໃນການຮຽນ ທິດສະດີໃນຄັ້ງນີ້ ຍັງໄດ້ສ້າງທັດສະນະຫຼັກໝັ້ນ ມີຈຸດຢືນ ມີຈິນຕະນາການໃໝ່ໃນການສັງເກດຕີລາຄາບັນຫາ ຕ່າງໆຢ່າງຖືກຕ້ອງ ແລະ ເປັນການຕີຖອຍບັນຫາທີ່ຫຍໍ້ທໍ້ໃນສັງຄົມເຊັ່ນ: ແນວຄິດປຽບທຽບຊັ່ງຊາ ເຫັນແກ່ຕົວ ໜັກໄປທາງຜົນປະໂຫຍດ ແລະ ອື່ນໆທີ່ເກີດຂຶ້ນ ອີກດ້ານໜຶ່ງຕ້ອງໄດ້ສືບຕໍ່ເຝິກຝົນຫຼໍ່ຫຼອມຕົນເອງໃຫ້ກາຍເປັນສະມາຊິກພັກ ພະນັກງານທີ່ດີຂອງຂະແໜງການສາທາລະນະສຸກ ເປັນຜູ້ທີມີຄຸນສົມບັດສິນທຳປະຕິວັດ ມີຈັນຍາທຳແພດຖືກຕອ້ງ ເປັນຜູ້ຊ່ວຍການນຳຂອງຕົນ ເປັນຜູ້ທີມະຫາຊົນໄວ້ເນື້ອວາງໃຈ ເປັນຜູ້ທີກຳເອົາແນວທາງນະໂຍບາຍຂອງພັກ-ກົດໝາຍຂອງລັດ ໂດຍສະເພາະຕອ້ງຮັບຮູ້ແຈ້ງທິດທາງຍຸດທະສາດລວມ ແລະ ໜ້າທີການເມືອງຂອງຕົນ ໃນການນຳພາແນວຄິດການເມືອງ ແລະ ນຳພາຈັດຕັ້ງປະຕິບັດແຜນການທີ່ ກົມກອງຂອງຕົນວາງອອກຢ່າງຕັ້ງໜ້າ ແລະ ມີປະສິດທິຜົນດີຂື້ນເລື້ອຍໆ.

error: Content is protected !!