ລາຍນາກຖືກຮັບຮອງເປັນມໍລະດົກໂລກເປັນການປົກປັກຮັກສາມໍລະດົກອັນລໍ້າຄ່າຂອງຊາດໃຫ້ມີຄວາມຍືນຍົງ

ອົງການເພື່ອການສຶກສາວິທະຍາສາດ ແລະ ວັດທະນະທໍາຂອງສະຫະປະຊາຊົນ ຫຼື ອຸຍແນັສໂກ (UNESCO) ໄດ້ຮັບຮອງ ເອົາລາຍນາກ ພູມປັນຍາ ຂອງຊາວຊ່າງຫັດຖະກໍາ ທີ່ຕິດພັນກັບຄວາມ ເຊື່ອ ໃນການດໍາ ລົງຊີວິດຂອງປະຊາຊົນລາວ ເປັນມໍລະດົກໂລກທາງວັດ ທະນະທໍາ ທີ່ບໍ່ເປັນ ວັດຖຸ ທີ່ເປັນຕົວແທນຂອງມວນມະນຸດຢ່າງເປັນທາງການ ໃນທ້າຍປີ 2023 ແມ່ນມີຄວາມໝາຍ ແລະ ຄວາມສໍາຄັນຕໍ່ການອະນຸຮັກ ປົກປັກຮັກສາມໍລະດົກອັນລໍ້າຄ່າຂອງຊາດໃຫ້ມີຄວາມຍືນຍົງ ທັງເປັນການປະກອບສ່ວນເຂົ້າໃນການສົ່ງເສີມວຽກງານເສດຖະກິດຂອງຊາດ ເປັນການຕໍ່ຍອດໃຫ້ແກ່ຜະລິດຕະພັນ ຫັດຖະກໍາຂອງລາວ ໃຫ້ມີ ບາດກ້າວຂະຫຍາຍຕົວອັນໃໝ່ ແລະ ເປັນທີ່ຮັບຮູ້ຈາກສາກົນຫຼາຍຂຶ້ນ ເຊິ່ງປະຊາຊົນລາວມີຄວາມພາກພູມໃຈເປັນທີ່ສຸດທີ່ລາຍນາກໃນຜ້າແພລາວໄດ້ຖືກຮັບຮອງເປັນມໍລະດົກໂລກ.

ທ່ານ ນາງ ມະນີວອນ ທຸມມະບຸດ ຊ່ຽວຊານມໍລະດົກວັດທະນະທຳ ກະຊວງຖະແຫຼງຂ່າວວັດທະນະທຳ ແລະ ທ່ອງທ່ຽວ ໄດ້ໃຫ້ສຳພາດໃນວັນທີ 6 ມິຖຸນາ 2024 ວ່າ: ສປປ ລາວໄດ້ເຂົ້າເປັນພາຄີສົນທິສັນຍາວ່າດ້ວຍການອະນຸຮັກມໍລະດົກ ວັດທະນະທຳນາມມະທຳ ໃນປີ 2009 ພາຍຫຼັງໄດ້ເຂົ້າເປັນພາຄີດັ່ງກ່າວ ສປປ ລາວ ເຮົາກໍໄດ້ຮີບຮ້ອນກຳນົດມໍລະດົກທາງນາມມະທຳໃດທີ່ມີຄວາມສ່ຽງທີ່ຈະສູນຫາຍໄປຕາມການເວລາດ້ວຍສະພາບເສດຖະກິດ ແລະ ພັດທະນາ ສະນັ້ນ ທາງການນຳກະຊວງ ຖວທ ໄດ້ຮີບຮ້ອນກຳນົດລັກສະນະບັນຊີມໍລະດົກນາມມະທຳ ເຊິ່ງໃນການກຳນົດມໍລະດົກນາມມະທຳນີ້ ແມ່ນໄດ້ເຮັດວຽກຢ່າງເຂັ້ມແຂງຮ່ວມກັບພາກລັດ ແລະ ຕົວແທນຂອງເອກະຊົນ ເພື່ອເປັນການອະນຸຮັກລວດລາຍລາວໃຫ້ອອກສູ່ສາກົນ ໂດຍສະເພາະແມ່ນພູມປັນຍາການຕຳລາຍນາກ ການທີ່ ສປປ ລາວເຮົານຳເອົາລາຍນາກສະເໜີເປັນມໍຣະດົກໂລກນັ້ນກໍຍ້ອນ ລາຍນາກຕິດພັນກັບຊີວິດຂອງຊຸມຊົນເຊື້ອຊາດລາວ ມີຢູ່ໃນປະຫວັດສາດ ແລະ ມີຢູ່ໃນໜັງສືໃບລານ ພ້ອມທັງມີຮ່ອງຮອຍທີ່ຕິດພັນກັບບັນພະບູລຸດຂອງພວກເຮົາ ແລະ ມີການບອກເລົ່າໃນປະຫວັດສາດ ແລະ ທີ່ມາຂອງຊຸມຊົນເຊື້ອຊາດລາວແມ່ນຕິດພັນກັບ ນາກ ເພາະຊຸມຊົນເຊື້ອຊາດລາວແມ່ນໃຫ້ຄວາມເຊື່ອ ຄວາມສັດທາ ຄວາມເຄົາລົບ ບົນພື້ນຖານດ້ວຍປັນຍາ ດັ່ງນັ້ນຈຶ່ງໄດ້ນຳສະ ເໜີ ລາຍນາກໃນຜ້າແພລາວຂຶ້ນເປັນມໍລະດົກໂລກ.

ລາຍນາກທີ່ນຳເຂົ້າເປັນມໍລະດົກໂລກທາງວັດທະນະທຳທີ່ບໍ່ເປັນວັດຖຸ ທີ່ ທາງອົງການ ອຸຍແນັສໂກ (UNESCO) ໄດ້ຮັບຮອງເອົາຕາມການສະເໜີຈາກກົມມໍລະດົກກະຊວງຖະແຫຼງຂ່າວວັດທະນະທຳ ແລະ ທ່ອງທ່ຽວ ໃນປີ 2018 ແມ່ນໄດ້ສະເໜີພຽງ 28 ລາຍນາກເປັນຕົວແບບ ແຕ່ຄວາມຈິງລາຍນາກລາວຍັງມີຫຼາຍລວມປະມານ 100 ກວ່າລາຍ ທີ່ຕິດພັນກັບວິຖີການດຳລົງຊີວິດຂອງປະຊາຊົນລາວບັນດາເຜົ່າ  ແຕ່ສິ່ງທີ່ເປັນການຢັ້ງຢືນໃຫ້ ເຫັນຢ່າງປະຈັກຕາຄືການຕໍ່າຫູກແມ່ນມູນເຊື້ອທີ່ຕິດພັນ ກັບເອື້ອຍ ນ້ອງແມ່ຍິງລາວມາແຕ່ດົນນານ ເຊິ່ງມີການສືບທອດຈາກຮຸ່ນສູ່ຮຸ່ນ ເຊິ່ງການຕໍ່າກໍມີ ລວດລາຍທີ່ແຕກຕ່າງກັນອອກໄປ ແລ້ວແຕ່ຄວາມນິຍົມຊົມຊອບ ແລະ ການເຊື່ອຖືເພາະການຄິດຄົ້ນລວດລາຍໄວ້ໃນຜື່ນຜ້າໝາຍຄວາມວ່າເປັນການ ສະແດງເອກະລັກ ເພື່ອສື່ຄວາມໝາຍ ຜ່ານລວດລາຍຕ່າງໆ ເຊິ່ງກ່ອນຈະໄດ້ມາເຊິ່ງລາງວັນແຫ່ງຄວາມພາກພູມໃຈນີ້ ກໍບໍ່ແມ່ນເລື່ອງ ງ່າຍ ໂດຍສະເພາະແມ່ນການແຂ່ງຂັນຍາດແຍ່ງຈາກປະເທດອ້ອມຂ້າງທີ່ມີສິລະປະວັດທະນະທໍາ ຄ້າຍຄືກັນ ເພື່ອເຮັດໃຫ້ວັດທະນະທໍາທີ່ງົດງາມນີ້ທີ່ຖືກຄົ້ນຄິດລວດລາຍໂດຍເອື້ອຍນ້ອງແມ່ຍິງລາວນີ້ໃຫ້ ຢູ່ຄຽງຄູ່ປະຊາຊົນຄົນລາວເຮົານັ້ນ ໄວໜຸ່ມຜູ້ເກີດໃໝ່ໃຫຍ່ລຸນຕ້ອງພ້ອມກັນ ປົກປັກຮັກສາ ແລະ ສືບທອດວັດທະນະທໍາອັນລໍ້າຄ່າໃຫ້ຢູ່ຄູ່ກັບຄົນລາວເຊື້ອຊາດລາວຕະຫຼອດໄປ.

error: Content is protected !!