ໂດຍ: ສ.ແສງງາມ
ປັດຈະບັນ ໃນທົ່ວປະເທດ ໄດ້ຂຸ້ນຂ້ຽວໃນການສັກຢາກັນພະຍາດ ໂດຍສະເພາະແມ່ນການສັກຢາກັນພະຍາດໝາກແດງໃຫຍ່ ແລະ ໝາກແດງນ້ອຍ ເຊິ່ງໃນທ້າຍເດືອນ ພຶດສະພາ ຜ່ານມາ ໃນບັນດາແຂວງຕ່າງໆ ໄດ້ເປີດບັ້ນສັກຢາກັນພະຍາດດັ່ງກ່າວ ໂດຍໄດ້ວາງໂຄເລກແຜນການຢ່າງຈະແຈ້ງ ໂດຍລວມແລ້ວກໍເພື່ອສູ້ຊົນໃຫ້ບັນລຸ 95% ຂອງຈຳນວນເດັກໃນເກນອາຍຸ 9 ເດືອນ ຫຼາ ລຸ່ມ 5 ປີ.

ເຊບັ້ງໄຟ ອີກເມືອງໜຶ່ງຂອງແຂວງຄຳມ່ວນ ທີ່ຍາມໃດກໍຖືວຽກງານສັກຢາກັນພະຍາດເປັນຕົ້ນຕໍ ແນໃສ່ເພື່ອສ້າງພູມຕ້ານທານໃຫ້ ເຊິ່ງເມືອງດັ່ງກ່າວ ໄດ້ກຽມຄວາມພ້ອມດ້ານຕ່າງໆ ໂດຍສະເພາະຂະຫຍາຍຈຸດບໍລິການເພື່ອໃຫ້ປະຊາຊົນໄດ້ເຂົ້າເຖິງ ພ້ອມນັ້ນກໍໄດ້ສົມທົບກັບອຳນາດການປົກຄອງທ້ອງຖິ່ນ ໃນການປຸກລະດົມພໍ່ແມ່ປະຊາຊົນ ກໍຄື ພໍ່ແມ່ ຜູ້ປົກຄອງ ນຳເອົາລູກຫຼານມາສັກຢາ ເພື່ອເຮັດໃຫ້ບັ້ນສັກຢາກັນພະຍາດໝາດແດງໃຫຍ່ ແລະ ໝາກແດງນ້ອຍ ໃຫ້ບັນລຸຕາມໂລກຄາດໝາຍທີ່ວາງໄວ້.

ທ່ານ ບຸນບັງ ມາດນີວົງ ຫົວໜ້າຫ້ອງການສາທາລະນະສຸກ ເມືອງເຊບັ້ງໄຟ ໃຫ້ສໍ່ພາດຕໍ່ສື່ມວນຊົນຈາກສູນກາງເມື່ອບໍ່ດົນຜ່ານມາວ່າ: ໃນໄລຍະເປີດບັ້ນສັກຢາກັນພະຍາດໝາກແດງໃຫຍ່ ແລະ ໝາກແດງນ້ອຍ ທາງຫ້ອງການສາທາລະນະສຸກເມືອງພວກເຮົາ ໄດ້ເອົາໃຈໃສ່ກະກຽມດ້ານຕ່າງໆ ພ້ອມນັ້ນກໍໄດ້ສົມທົບກັບອຳນາດການປົກຄອງບ້ານ ເພື່ອເອົາໃຈໃສ່ໃນການໂຄສະນາສຸຂະສຶກສາໃຫ້ພໍ່ແມ່ປະຊາຊົນໄດ້ຮັບຮູ້ ແລະ ເຂົ້າໃຈ ຕໍ່ກັບຜົນກະທົບຂອງພະຍາດດັ່ງກ່າວຕໍ່ກັບລູກຫຼາຍ ລວມເຖິງຜົນດີຂອງການທີ່ເດັກໄດ້ຮັບວັກຊີນ ແລະ ອື່ນໆ ພ້ອມນັ້ນພວກເຮົາກໍມີທີມງານວິຊາການເຖິງ 10 ທີມ ລົງປະຈຳຢູ່ຕາມຈຸດ ຕາມບ້ານຕ່າງໆ ທັງນີ້ກໍເພື່ອເຮັດໃຫ້ປະຊາຊົນ ພໍ່ແມ່ຜູ້ປົກຄອງ ນຳພາລູກຫຼານເຂົາເຂົາເຈົ້າເຂົ້າມາຮັກບວັກຊີນ ເພື່ອບັນລຸກຕາມຕົວເລກຄາດໝາຍທີ່ວາງໄວ້.

ທ່ານ ນາງ ໄຂ່ກາ ລິນຊົມພູ ຮອງອໍສນວຍການໂຮງໝໍເມືອງເຊບັ້ງໄຟ ໃຫ້ສຳພາດວ່າ: ໃນບັ້ນສັກຢາກັນພະຍາດໝາກແດງໃຫຍ່ ແລະ ໝາກແດງນ້ອຍ ສຳລັບໜ່ວຍສັກຢາຂອງໂຮງໝໍເມືອງພວກເຮົາ ແມ່ນລົງຢູ່ 3 ຈຸດ ຈຸດທີໜຶ່ງຢູ່ສູນ ຈຸດທີສອງເຂດລ່ອງເຊ ແລະ ຈຸດທີສາມ ເຂດສີບຸນເຮືອງ ໂດຍໄດ້ແຕ່ງຕັ້ງວິຊາການແພດ ໝໍ ລົງໄປປະຈຳເພື່ອໃຫ້ບໍລິການແກ່ປະຊາຊົນຈຸດລະ 1 ຄົນ ຜູ້ຊ່ວຍ 2 ຄົນ ເພື່ອໃຫ້ບໍລິການພໍ່ແມ່ປະຊາຊົນ.

ທ່ານ ຄຳພອນ ໄຊຍະເພັດ ນາບ້ານ ບ້ານດົງໝາກບ້າ ເມືອງເຊບັ້ງໄຟ ແຂວງຄຳມ່ວນ ໃຫ້ສຳພາດວ່າ: ພາຍຫຼັງທີ່ໄດ້ຮັບແຈ້ງການຈາກຫ້ອງການສາທາລະນະສຸກເມືອງ ທາງອຳນາດການປົກຄອບ້ານ ກໍໄດ້ເອົາໃຈໃສ່ໃນການໂຄສະນາເຜີຍແຜ່ໃຫ້ພໍ່ແມ່ປະຊາຊົນໄດ້ຮັບຮູ້ ແລະ ເຂົ້າໃຈຕໍ່ວຽກງານດັ່ງກ່າວ ເພື່ອນຳເອົາລູກ ຫຼານ ເຂົ້າມາສັກຢາ ເຊິ່ງການໂຄສະນາເຜີຍແຜ່ນັ້ນ ຫຼັກໆແມ່ນຜ່ານທາງໂທລະໂຄ່ງ ສຳລັບປະຊາຊົນທີ່ໄປເຮັດວຽກ ເຮັດຮົ້ວສ່ວນ ໄຮນາ ທາງອຳນາດການປົກຄອງບ້ານກໍບໍ່ໄດ້ນິ້ງນອນໃຈ ໂດຍໄດ້ປະສານສົມທົບກັບບ້ານທີ່ເຂົາເຈົ້າໄປອາໃສຢູ້ ເພື່ອໃຫ້ເຂົາເຈົ້າຮັບຮູ້ ແລະ ນຳພາສລູກໝານຂອງເຂົາເຈົາມາຮັບວັກຊີນໃຫ້ທົ່ວເຖິງ.

ນາງ ເພັດລຳພັນ ປະຊາຊົນບ້ານດົງໝາກບ້າ ກ່າວວ່າ: ພາຍຫຼັງທີ່ຂ້າພະເຈົ້າໄດ້ຮັບຂ່າວຈາກການປະກາດຂອງອຳນາດການປົກຄອງບ້ານຜ່ານທາງໂທລະໂຄ່ງ ແລະ ລົດໂຄສະນາສຸຂະສຶກສາຂອງໜ່ວຍງານສັກຢາ ຂ້າພະເຈົ້າກໍໄດ້ນໍາເອົາລູກມາສັກຢາກັນໝາກແດງໃຫຍ່-ໝາກແດງນ້ອຍຢູ່ຈຸດທີ່ບ້ານກຳນົດໄວ້ ເຊິ່ງຂ້າພະເຈົ້າກໍຮູ້ສຶກດີໃຈຫຼາຍທີ່ຍາມໃດພັກ-ລັດ ທີ່ໄດ້ເປັນຫ່ວງເປັນໄຍຕໍ່ສຸຂະພາບຂອງພໍ່ແມ່ປະຊາຊົນ ແລະ ລູກຫຼານຂອງພວກເຮົາ.

ນາງ ສີຈັນ ປະຊາຊົນບ້ານດົງໜາກບ້າ ກ່າວວ່າ: ເພື່ອເປັນການປະກອບສ່ວນເຮັດໃຫ້ບັ້ນສັກຢາກັນພະຍາດບັນລຸຕາມຕົວເລກແຜນການ ບວກກັບຄວາມເປັນຫ່ວງເປັນໄຍຕໍ່ສຸຂະພາບຂອງລູກຫຼານ ພາຍຫຼັງທີ່ອຳນາດການປົກຄອງບ້ານປະກາດ ຂ້າພະເຈົ້າກໍໄດ້ນຳເອົາຫຼາຍໄປສັກຢາກັນໝາກແດງໃຫຍ່-ໝາກແດງນ້ອຍ ຕາມຈຸດທີ່ບ້ານໄດ້ກຳນົດໄວ້ ເພື່ອສ້າງພູມຕ້ານທາງໃຫ້ກັບຫຼານ ແລະ ບໍ່ສະເພາະແຕ່ບັ້ນສັກຢາຄັ້ງນີ້ ແຕ່ທຸກໄລຍະທີ່ອຳນາດການປົກຄອງບ້ານໄດ້ປະກາດ ຂ້າພະເຈົ້າກໍຮູ້ສຶກຕື່ມຕົວ ແລະ ເຂົ້າຮ່ວມທຸກຄັ້ງ.
ສຳລັບການລົງເຄື່ອນໄຫວສຳພາດຂອງນັກຂ່າວຈາກສູນການໃນເທື່ອນີ້ ນຳໂດຍ ສູນສະຖິຕິ ແລະ ຂ່າວສານສາທາລະນະສຸກ ກະຊວງສາທາລະນະສຸກ ໄດ້ຮັບການສະໜັບສະໜູນໂດຍ ອົງການ UNICEF.