ໃນວັນທີ 8 ກໍລະກົດ 2020 ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ພ້ອມດ້ວຍຄະນະ ໄດ້ລົງຕິດຕາມການຜະລິດຜ້າອັດປາກອະນາໄມ ຢູ່ໂຮງງານຜະລິດຜ້າອັດປາກອະນາໄມໄອໂຊລອຍ ແລະ ໂຮງງານຜະລິດຜ້າອັດປາກອະນາໄມນານາຊິນ ຕັ້ງຢູ່ບ້ານດົງນາທອງ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ເປັນກຽດຕ້ອນຮັບຂອງທ່ານ ໂສວັນ ນຸພາບພາວົງສີ ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້ານະຄອນຫຼວງວຽງຈັນ ພ້ອມດ້ວຍຄະນະອຳນວຍການຂອງທັງສອງໂຮງງານ.

ທ່ານ ນາງ ລັດຕະນາ ຈັນທະວີໄຊ ຜູ້ອຳນວຍການໂຮງງານຜະລິດຜ້າອັດປາກອະນາໄມໄອໂຊລອຍ ໄດ້ລາຍງານໃຫ້ຮູ້ວ່າ: ໂຮງງານນີ້ໄດ້ເລີ່ມການສ້າງຕັ້ງຂື້ນໃນຕົ້ນປີ 2020 ທາງໂຮງງານຂອງພວກເຮົາໄດ້ນຳເຂົ້າເຄື່ອງຈັກທີ່ທັນສະໄໝ ແລະ ມີມາດຕະຖານສູງຈາກ ສປ ຈີນ ປະກອບມີເຄື່ອງຈັກຜະລິດຜ້າອັດປາກສາມຊັ້ນຈຳນວນ 2 ເຄື່ອງ ເຄື່ອງຫຍິບສາຍເກາະຫູແບບໂອໂຕມະຕິກຈຳນວນ 1 ເຄື່ອງ ເຄື່ອງຫຍິບສາຍເກາະຫູແບບໃຊ້ແຮງງານຄົນຈຳນວນ 1 ເຄື່ອງ ເຄື່ອງຈັກຂ້າເຊື້ອຈຳນວນ 1 ເຄື່ອງ ເຄື່ອງຈັກຫຸ້ມຫໍ່ຈຳນວນ 1 ເຄື່ອງ ເຄື່ອງຈັກຍິງກາໂລໂກຈຳນວນ 1 ເຄື່ອງ ໂດຍທາງໂຮງງານໄດ້ເນັ້ນການຜະລິດຜ້າອັດປາກ ອັດດັງເພື່ອການຈຳໜ່າຍພາຍໃນ ແລະ ຕ່າງປະເທດ ໂດຍຈະເນັ້ນການຈຳໜ່າຍພາຍໃນເປັນສ່ວນໃຫຍ່ ປັດຈຸບັນ ໂຮງງານຂອງພວກເຮົາແມ່ນໄດ້ເປີດລົດທອງການຜະລິດ ນຳໃຊ້ແຮງງານຜະລິດທັງໝົດ 8 ຄົນ ຄວາມອາດສາມາດໃນການຜະລິດ 3-4 ແສນອັນຕໍ່ມື້ ແລະ ມີຄວາມພ້ອມໃນການຕອບສະໜອງຄວາມຕ້ອງການຂອງສັງຄົມລາວ ແລະ ຕ່າງປະເທດ ປັດຈຸບັນແມ່ນກຳລັງຢູ່ໃນຂັ້ນຕອນການຂໍໃບຢັ້ງຢືນດ້ານຄຸນນະພາບ ຈາກກະຊວງສາທາລະນະສຸກ.

ສຳລັບໂຮງງານຜະລິດຜ້າອັດປາກອະນາໄມນານາຊິນ ທ່ານນາງ ນັນທະໄລ ໄຊເສນາ ຜູ້ອຳນວຍການໂຮງງານດັ່ງກ່າວໄດ້ກ່າວວ່າ: ປັດຈຸບັນ ໂຮງງານຂອງພວກເຮົາແມ່ນໄດ້ຕິດຕັ້ງເຄື່ອງຜະລິດ 1 ເຄື່ອງ ສຳລັບວັດຖຸການຜະລິດ ນຳເຂົ້າຈາກປະເທດໄທ ແລະ ພວມຢູ່ໃນຂັ້ນຕອນທົດລອງການຜະລິດ ແລະ ຕິດຕັ້ງເຄື່ອງຂ້າເຊື້ອສຳລັບພະນັກງານທີ່ຈະເຂົ້າໄປຜະລິດ ພ້ອມທັງຂໍໃບຢັ້ງຢືນມາດຕະຖານດ້ານຄຸນນະພາບຈາກກະຊວງສາທາລະນະສຸກ ຄາດວ່າຈະເລີ່ມເປີດການຜະລິດຜ້າອັດປາກອະນາໄມຍີ່ຫໍ້ NNUP ອອກສູ່ສັງຄົມໃນທ້າຍເດືອນກໍລະກົດນີ້ ເຊິ່ງຄວາມອາດສາມາດໃນການຜະລິດແມ່ນ 1 ນາທີຕໍ່ 80 ອັນໂດຍຈະຈຳໜ່າຍຢູ່ພາຍໃນ 30% ສ່ວນທີ່ເຫຼືອແມ່ນສົ່ງອອກຕ່າງປະເທດ.
ໃນໂອກາດນີ້ ທ່ານ ຮອງນາຍົກລັດຖະມົນຕີ ໄດ້ເປັນກຽດໂອ້ລົມ ໂດຍໄດ້ກ່າວເນັ້ນໃຫ້ບັນດາໂຮງງານຜະລິດເອົາໃຈໃສ່ ສືບຕໍ່ປັບປຸງລະບົບການຜະລິດ ໃຫ້ມີຄວາມເປັນລະບຽບ ພ້ອມທັງຕ້ອງມີວິຊາການຊ່ຽວຊານມາ ໃຫ້ການແນະນຳການຜະລິດ ເພື່ອໃຫ້ການຜະລິດໄດ້ຮັບຄຸນນະພາບສູງສຸດ ຮັບປະກັນໃຫ້ສາມາດນຳໃຊ້ເຂົ້າໃນການປ້ອງກັນເຊື້ອພະຍາດຕ່າງໆ ໃຫ້ປະສານງານກັບກະຊວງສາທາລະນະສຸກເພື່ອກວດກາ ແລະ ອະນຸຍາດມາດຕະຖານຄຸນນະພາບຂອງຜະລິດຕະພັນ ເພື່ອກ້າວໄປເຖິງການນຳອອກຈຳໜ່າຍ ນອກຈາກນັ້ນ ຕ້ອງໄດ້ເອົາໃຈໃສ່ຄວບຄຸມລາຄາຈຳໜ່າຍໃຫ້ມີລາຄາສົມເຫດສົມຜົນ ເພື່ອໃຫ້ປະຊາຊົນລາວ ໄດ້ຊົມໃຊ້ຜະລິດຕະພັນຜ້າອັດປາກທີ່ຜະລິດຢູ່ພາຍໃນ.