ກອງປະຊຸມຄະນະກໍາມະການຜູ້ຕາງໜ້າຖາວອນປະຈໍາອາຊຽນ ຄັ້ງທີ 6

ໃນຕອນເຊົ້າຂອງວັນທີ 5 ມິຖຸນາ 2024 ທີ່ນະຄອນຫຼວງວຽງຈັນ ທ່ານ ບໍວອນທັດ ດວງຈັກ ເອກອັກຄະລັດຖະທູດຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈໍາອາຊຽນ ໃນນາມປະທານຄະນະກໍາມະການຜູ້ຕາງໜ້າຖາວອນປະຈໍາອາ ຊຽນ ສໍາລັບປີ 2024 ໄດ້ເປັນປະທານກອງປະຊຸມຄະນະກໍາມະການຜູ້ຕາງໜ້າຖາວອນປະຈໍາອາຊຽນ ຄັ້ງທີ 6 (The Sixth Meeting of the Committee of Permanent Representatives to ASEAN (CPR) – 6/2024 CPR Meeting) ເຂົ້າຮ່ວມກອງປະຊຸມມີບັນດາຜູ້ຕາງໜ້າຖາວອນປະຈໍາອາຊຽນ ຕີມໍແລັດສະເຕ ໃນນາມຜູ້ສັງເກດການ ແລະ ກອງເລຂາອາຊຽນ.

ກອງປະຊຸມໄດ້ປຶກສາຫາລື ແລະ ທົບທວນຄືນຄວາມຄືບໜ້າຂອງວຽກງານການສ້າງປະຊາຄົມອາຊຽນ ການພົວພັນ ແລະ ຮ່ວມມືກັບພາຍນອກຂອງອາຊຽນ ປັບປຸງການເປັນປະເທດປະສານງານຂອງອາຊຽນ ກັບບັນດາ ອົງການ ຈັດຕັ້ງພາກພື້ນທີ່ກ່ຽວຂ້ອງ ແລະ ປັບປຸງແຜນວຽກປະຈໍາປີຂອງຄະນະກໍາມະການຜູ້ຕາງໜ້າຖາວອນປະຈໍາອາຊຽນ ລວມທັງການກະກຽມໃຫ້ແກ່ກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ຈັດຂຶ້ນ ໃນເດືອນ ມິຖຸນາ 2024.

ຄະນະກໍາມະການຜູ້ຕາງໜ້າຖາວອນປະຈໍາອາຊຽນ ຫຼື CPR ໄດ້ຮັບການສ້າງຕັ້ງຂຶ້ນໃນປີ 2009 ພາຍຫຼັງ ກົດບັດ ອາຊຽນມີຜົນບັງຄັບໃຊ້. CPR ມີພາລະບົດບາດຕາມທີ່ກໍານົດໄວ້ໃນມາດຕາທີ 12 ຂອງກົດບັດອາຊຽນ ລວມມີ:

(ກ)      ສະຫນັບສະຫນູນວຽກງານຂອງບັນດາສະພາປະຊາຄົມອາຊຽນ ແລະ ບັນດາ ອົງກອນລັດຖະມົນຕີຂະແໜງ ການຂອງອາຊຽນ.

(ຂ)      ປະສານງານກັບບັນດາກອງເລຂາອາຊຽນແຫ່ງຊາດ ແລະ ກັບບັນດາອົງກອນ ລັດຖະມົນຕີຂະແໜງການຂອງອາຊຽນ.

(ຄ)      ປະສານງານ ກັບ ເລຂາທິການໃຫຍ່ອາຊຽນ ແລະ ກອງເລຂາອາຊຽນ ກ່ຽວກັບ ທຸກວຽກງານທີ່ກ່ຽວຂ້ອງ.

(ງ)      ອຳນວຍຄວາມສະດວກໃນການຮ່ວມມືຂອງອາຊຽນກັບພາຍນອກ.

(ຈ)      ປະຕິບັດຫນ້າທີ່ອື່ນໆ ທີ່ອາດຈະກຳນົດໂດຍສະພາປະສານງານອາຊຽນ.

error: Content is protected !!