ສປປ ລາວ ຫາລືການຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ

ຄະນະຊີ້ນໍາລະດັບຊາດ ເພື່ອຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ (ປພຍ) ຈັດກອງປະຊຸມປະຈໍາປີ 2024 ເພື່ອຄົ້ນຄວ້າການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ ຂຶ້ນວັນທີ 4 ມິຖຸນາ 2024 ຢູ່ສູນການຮ່ວມມືສາກົນ ແລະ ການເຝີກອົບຮົມ (ICTC) ໂດຍເປັນປະທານຂອງ ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ຮອງປະທານຜູ້ປະຈໍາການ ຄະນະຊີ້ນໍາລະດັບຊາດ ເພື່ອຈັດຕັ້ງປະຕິບັດ ປພຍ ມີບັນດາລັດຖະມົນຕີ ຮອງລັດຖະມົນຕີ ຕາງໜ້າຈາກບັນດາກະຊວງ ອົງການ ແລະ ຂະແໜງການກ່ຽວຂ້ອງອ້ອມຂ້າງສູນກາງເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້ ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ເນັ້ນໜັກເຖິງຄວາມສຳຄັນໃນການສືບຕໍ່ເພີ່ມທະວີຄວາມພະຍາຍາມ ເພື່ອຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດໃຫ້ມີປະສິດທິຜົນຫຼາຍຂຶ້ນ ໄປຄຽງຄູ່ກັບການເລັ່ງໃສ່ການຈັດຕັ້ງປະຕິບັດວາລະ 2030 ເພື່ອການພັດທະນາແບບຍືນຍົງ ລວມທັງຄວາມຈຳເປັນໃນການປຶກສາຫາລືຢ່າງລະອຽດ ເພື່ອຊອກຫາວິທີທາງແກ້ໄຂສິ່ງທ້າທາຍຕ່າງໆ ທີ່ເປັນສິ່ງກີດຂວາງຕໍ່ການພັດທະນາຂອງປະເທດເຮົາ ແນໃສ່ເພື່ອຮັບປະກັນການຈັດຕັ້ງປະຕິບັດ ປພຍ ໃຫ້ບັນລຸຕາມຈຸດປະສົງ ແລະ ລະດັບຄາດໝາຍ ປະກອບສ່ວນສຳຄັນເຂົ້າໃນຄວາມພະຍາຍາມນໍາພາປະເທດໃຫ້ຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາພາຍໃນປີ 2026 ຕາມການຕົກລົງຂອງອົງການສະຫະປະຊາ ຊາດ (ສປຊ) ຢ່າງມີຄຸນນະພາບ ໂລ່ງລ່ຽນ ແລະ ຍືນຍົງ ເປັນການສ້າງຄວາມເຂັ້ມແຂງໃຫ້ແກ່ ສປປ ລາວ ດ້ານການຄ້າ-ການລົງທຶນ ການພັດທະນາຊັບພະຍາກອນມະນຸດ ການຮັບມືກັບໄພພິບັດທຳມະຊາດ ແລະ ການປ່ຽນແປງດິນຟ້າອາກາດ ໂດຍສຸມໃສ່ການພັດທະນາແບບຍືນຍົງ ຕາມທິດເຕີບໂຕສີຂຽວ ສະອາດ ແລະ ການຫັນເປັນທັນສະໄໝໃນອະນາຄົດ ພ້ອມນັ້ນ ທ່ານຮອງນາຍົກລັດຖະມົນຕີ ຍັງໄດ້ຮຽກຮ້ອງໃຫ້ທຸກກະຊວງຂະແໜງການ ແລະ ພາກສ່ວນທີ່ກ່ຽວຂ້ອງ ຕ້ອງສືບຕໍ່ເພີ່ມທະ ວີຄວາມເປັນເຈົ້າການໃນການປະສານງານ ໃຫ້ມີຄວາມກົມກຽວກັນ ພ້ອມກັນຊຸກຍູ້ການຈັດຕັ້ງປະຕິບັດ ປພຍ ໃຫ້ທົ່ວເຖິງ ໂດຍຕ້ອງກຳນົດບູລິມະສິດ ເຮັດວຽກມີຈຸດສຸມຫຼາຍຂຶ້ນກວ່າເກົ່າ ມີການເກັບກໍາຂໍ້ມູນ ມີການຕິດຕາມປະເມີນຜົນ ແລະ ລາຍງານຢ່າງຖືກຕ້ອງ ແລະ ເປັນປົກກະຕິໃນແຕ່ລະໄລຍະ ພ້ອມທັງສືບຕໍ່ຄວາມພະຍາຍາມສ້າງຄວາມເຂົ້າໃຈຢ່າງກວ້າງຂວາງ ແລະ ສົ່ງເສີມການມີສ່ວນຮ່ວມຂອງທຸກພາກສ່ວນໃນສັງຄົມ ລວມທັງພາກລັດ ແລະ ເອກະຊົນ ທັງຢູ່ໃນຂັ້ນສູນກາງ ແລະ ທ້ອງຖິ່ນ ເພື່ອເຮັດໃຫ້ການພັດທະນາເສດຖະກິດ-ສັງຄົມຂອງປະເທດເຮົາ ມີຜົນສໍາເລັດຢ່າງເປັນຮູບປະທໍາ.

ກອງປະຊຸມຄັ້ງນີ້ ໄດ້ພິຈາລະນາ ແລະ ປະກອບຄຳເຫັນຕໍ່ການລາຍງານຄວາມຄືບໜ້າອັນພົ້ນເດັ່ນ ຂໍ້ຄົງຄ້າງ ແລະ ສິ່ງທ້າທາຍຕ່າງໆ ໃນການຈັດຕັ້ງປະຕິບັດ ປພຍ 1 ປີຜ່ານມາ ທີ່ໄດ້ເຊື່ອມສານເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງ ຊາດ 5 ປີ ຄັ້ງທີ IX ກໍຄື ແຜນພັດທະນາຂອງຂະແໜງການ ແລະ ການນໍາສະເຫນີກ່ຽວກັບຮ່າງບົດລາຍງານແຫ່ງຊາດແບບສະໝັກໃຈ ວ່າດ້ວຍການຈັດຕັ້ງປະຕິບັດວາລະ 2030 ເພື່ອການພັດທະນາແບບຍືນຍົງ ສະບັບທີ 3 ຂອງ ສປປ ລາວ ທີ່ຈະນຳໄປລາຍງານຕໍ່ກອງປະຊຸມເວທີການເມືອງລະດັບສູງ ເພື່ອການພັດທະນາແບບຍືນຍົງ ຂອງອົງການ ສປຊ ໃນເດືອນກໍລະກົດ ປີ 2024 ທີ່ຈະມາເຖິງນີ້ ເຊິ່ງບົດລາຍງານແຫ່ງຊາດແບບສະໝັກໃຈ ສະບັບທີ 3 ນີ້ ໄດ້ກວມເອົາການວິເຄາະວິໄຈທ່າອ່ຽງລວມຂອງທັງໝົດ 18 ເປົ້າໝາຍ ແລະ ການວິເຄາະວິໄຈແບບລົງເລິກ 11 ເປົ້າໝາຍ ທີ່ເຫັນວ່າເປັນບູລິມະສິດສໍາຄັນ ແລະ ຄວນໄດ້ເອົາໃຈໃສ່ຕື່ມອີກ ພ້ອມທັງວຽກປິ່ນອ້ອມກັບ 6 ແນວທາງການຫັນປ່ຽນຂອງເລຂາທິການໃຫຍ່ອົງການ ສປຊ ໃນການຂັບເຄື່ອນການຈັດຕັ້ງປະຕິບັດວາລະສາກົນ ແຕ່ນີ້ຮອດປີ​ 2030 ພ້ອມນັ້ນຍັງໄດ້ປຶກສາຫາລືກ່ຽວກັບທິດທາງແຜນການໃນຕໍ່ໜ້າ ເພື່ອເລັ່ງລັດການຈັດຕັ້ງປະຕິບັດ ປພຍ ຮອດປີ 2030 ໄດ້ມີການແລກປ່ຽນຄໍາຄິດຄໍາເຫັນກ່ຽວກັບ ການຈັດຕັ້ງປະຕິບັດ ປພຍ ຂອງຂະແໜງການ ຕີລາຄາ ຂໍ້ສະດວກ ຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍ ພາຍໃນ ແລະ ພາຍນອກ ຈັດລຽງບູລິມະສິດໃນການຈັດຕັ້ງປະຕິບັດ ແລະ ການເຊື່ອມສານ ປພຍ ໃຫ້ມີຈຸດສຸມຫຼາຍຂຶ້ນກວ່າເກົ່າ.

error: Content is protected !!