ຮອງນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ຮອງລັດຖະມົນຕີຕ່າງປະເທດ ເຢຍລະມັນ

ໃນຕອນເຊົ້າຂອງວັນທີ 3 ມິຖຸນາ 2024 ທີ່ ກະຊວງການຕ່າງປະເທດ ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ດ  ໂທບີອັດສ໌ ລິນເນີ (Dr. Tobias Lindner) ຮອງລັດຖະມົນຕີ ກະຊວງການຕ່າງປະເທດແຫ່ງ ສາທາລະນະລັດ ສະຫະພັນ ເຢຍລະມັນ ໃນໂອ ກາດທີ່ເດີນທາງມາຢ້ຽມຢາມເຮັດວຽກ ຢູ່ ສປປ ລາວ.

ໃນໂອກາດນີ້ ທ່ານຮອງນາຍົກລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ ທ່ານ ດຣ. ໂທບີອັດສ໌ ລິນເນີ ທີ່ໄດ້ເດີນທາງມາຢ້ຽມຢາມເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້ ຖືວ່າເປັນການຢ້ຽມຢາມ ສປປ ລາວ ຂອງເຈົ້າໜ້າທີ່ລະດັບສູງ ຈາກກະຊວງການຕ່າງປະເທດເຢຍລະມັນ ໃນຮອບຫຼາຍສິບປີ ເປັນຂີດໝາຍທີ່ສຳ ຄັນໃນການສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ມີມາຍາວນານ ລະຫວ່າງ ສປປ ລາວ ແລະ ສສ. ເຢຍລະມັນ ໃຫ້ນັບມື້ຂະຫຍາຍຕົວຍິ່ງຂຶ້ນ.

ທ່ານ ຮອງນາຍົກລັດຖະມົນຕີ ຍັງຕີລາຄາສູງຕໍ່ການສະໜັບສະໜູນຂອງ ລັດຖະບານ ເຢຍລະມັນ ທີ່ໄດ້ໃຫ້ການຊ່ວຍເຫຼືອ ແລະ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຢູ່ ສປປ ລາວ ທີ່ຜ່ານມາ ໂດຍສະເພາະໃນຂົງເຂດ ອາຊີວະສຶກສາ ການພັດທະນາເສດຖະກິດແບບຍືນຍົງ ການພັດທະນາຊົນນະບົດ ປົກປັກຮັກສາສິ່ງແວດລ້ອມພື້ນຖານໂຄງລ່າງ ການປົກຄອງທີ່ດີ ການຄຸ້ມຄອງທີ່ດິນ ແລະ ປ່າໄມ້ ແລະ ອື່ນໆ.

ສອງຝ່າຍ ໄດ້ຕີລາຄາສູງຕໍ່ສາຍ​ພົວ​ພັນມິດຕະພາບ ແລະ ການ​ຮ່ວມ​ມືອັນ​ດີລະ​ຫວ່າງ ສອງປະເທດ ໂດຍສະເພາະ ຜ່ານມາ ການນໍາຂັ້ນສູງຂອງລາວ ເຊັ່ນນາຍົກລັດຖະມົນຕີ ກໍໄດ້ໄປຢ້ຽມຢາມ ເຢຍລະມັນ ແລະ ປີ 2023 ລາວ-ເຢຍລະມັນ ໄດ້ຮ່ວມ ກັນຈັດງານສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 65 ປີ ທີ່ ນະຄອນຫຼວງວຽງຈັນ ຢ່າງມີຄວາມຫມາຍສຳຄັນ ພ້ອມດຽວກັນນັ້ນ ລັດຖະບານ ເຢຍລະມັນ ຍັງໄດ້ພິຈາລະນາເອົາ ສປປ ລາວ ເຂົ້າໃນບັນຊີປະເທດບຸລິມະສິດທີ່ໄດ້ຮັບການຊ່ວຍເຫຼືອຈາກ ເຢຍລະມັນ ໃນຂອບການຮ່ວມມືສອງຝ່າຍຄືນ ຊ່ວຍເຫຼືອທາງດ້ານວັກຊີນ ແລະ ອຸປະກອນ ເພື່ອປ້ອງກັນ ແລະ ຄວບຄຸມພະຍາດ Covid-19 ຢູ່ ສປປ ລາວ ໃນໄລຍະທີ່ມີການແຜ່ລະບາດຂອງພະຍາດໂຄວິດ-19 ພ້ອມດຽວກັນນີ້ ທ່ານຮອງນາຍົກລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ກໍ່ສະເໜີໃຫ້ສືບຕໍ່ຊຸກຍູ້ເພີ່ມທະວີການແລກປ່ຽນຢ້ຽມຢາມ ແລະ ພົບປະ ລະຫວ່າງ ຄະນະຜູ້ແທນຂັ້ນສູງຂອງສອງປະເທດ ໃຫ້ຫຼາຍຂຶ້ນໃນຕໍ່ຫນ້າ ໂດຍສະເພາະ ການພົບປະແລກປ່ຽນຄະນະຜູ້ ແທນ ລະຫວ່າງ ສອງກະຊວງການຕ່າງປະເທດ ລາວ ແລະ ເຢຍລະມັນ ໃຫ້ຫຼາຍຂຶ້ນກວ່າເກົ່າ ແລະ ຊຸກຍູ້ໃຫ້ສອງຝ່າຍ ສືບຕໍ່ຈັດກອງປະຊຸມປຶກສາຫາລື ລະຫວ່າງ ສອງກະຊວງການຕ່າງປະເທດ ລາວ ແລະ ເຢຍລະມັນ ໃນຕໍ່ໜ້າ ເພື່ອສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍການພົວພັນ ແລະ ການຮ່ວມມືສອງຝ່າຍ ໃຫ້ແຕກດອກອອກຜົນຍິ່ງໆຂຶ້ນ.

ໃນໂອກາດດຽວກັນນີ້ ທ່ານຮອງນາຍົກລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈຢ່າງຈິງໃຈ ມາຍັງ ລັດຖະບານ ເຢຍລະມັນ ທີ່ໄດ້ໃຫ້ການສະຫນັບສະຫນູນ ແລະ ຊ່ວຍເຫຼືອ ສປປ ລາວ ຕະຫຼອດມາໄລຍະຜ່ານມາ ພ້ອມນີ້ ກໍໄດ້ແຈ້ງໃຫ້ຊາບໂດຍຫຍໍ້ ກ່ຽວກັບ ການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024 ແລະ ຫວັງຢ່າງຍິ່ງວ່າ ລັດຖະບານ ເຢຍລະມັນ ຈະສືບຕໍ່ໃຫ້ການຮ່ວມມື ແລະ ສະໜັບສະໜູນ ສປປ ລາວ ໃນດ້ານຕ່າງໆທີ່ມີທ່າແຮງຮ່ວມກັນ ໃນຖານະທີ່ ເຢຍລະມັນ ກໍ່ເປັນຄູ່ຮ່ວມມືພັດທະນາຂອງອາຊຽນ ເພື່ອເຮັດໃຫ້ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ປະສົບຜົນສໍາເລັດຢ່າງຈົບງາມ ອວຍພອນໃຫ້ສາຍພົວພັນມິດຕະພາບ ແລະ ການຮ່ວມ ມືອັນດີ ລະຫວ່າງ ສປປ ລາວ ແລະ ສສ. ເຢຍລະມັນ ຈົ່ງໄດ້ຮັບການເພີ່ມພູນຄູນສ້າງ ແລະ ແຕກດອກອອກຜົນຍິ່ງຂຶ້ນໃນອະນາຄົດ.

ໃນຂະນະດຽວກັນ ທ່ານຮອງລັດຖະມົນຕີ ດຣ ໂທບີອັດສ໌ ລິນເນີ ກໍ່ໄດ້ສະແດງຄວາໝາຍໝັ້ນຈະສືບຕໍ່ຊຸກຍູ້ພາກສ່ວນກ່ຽວ ຂ້ອງຂອງສອງຝ່າຍ ໃຫ້ມີການພົວພັນຮ່ວມມືກັນຫຼາຍຂຶ້ນ ໂດຍສະເພາະ ການຮັດແຫນ້ນການພົວພັນຮ່ວມມື ລະຫວ່າງ ສອງກະຊວງການຕ່າງປະເທດ ລາວ ແລະ ເຢຍລະມັນ ໃຫ້ເລິກເຊິ່ງຍິ່ງຂຶ້ນ ສະແດງຄວາມຍິນດີຈະສືບຕໍ່ໃຫ້ການຊ່ວຍເຫຼືອ ແລະ ສະໜັບສະໜູນ ການພັດທະນາ ຢູ່ ສປປ ລາວ ແລະ ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ໃຫ້ໄດ້ຮັບຜົນສຳເລັດຕາມຄາດຫມາຍທີ່ວາງໄວ້. ນອກຈາກການປຶກສາຫາລືການພົວພັນສອງຝ່າຍ, ​ທັງສອງຍັງໄດ້ແລກປ່ຽນບັນຫາພາກພື້ນ ແລະ ສາກົນ.

error: Content is protected !!