ສຳມະນາ ການພັດທະນາວິຊາຊີບທາງການແພດຂອງພະຍາດໄຂ່ຫຼັງ

ສຳມະນາ ການພັດທະນາວິຊາຊີບທາງການແພດຂອງພະຍາດໄຂ່ຫຼັງຢ່າງຕໍ່ເນື່ອງ ຄັ້ງທີ 1 (The 1st workshop for Nephrology Continuing Professional Development) ຈັດຂຶ້ນລະຫວ່າງວັນທີ 9-10 ພຶດສະພາ 2024 ທີ່ໂຮງແຮມສຸພັດຕຣາ ນະຄອນຫຼວງພະບາງ ເປັນປະທານໂດຍ ທ່ານ ປອ ດຣ ນາງ ພູວັງ ແສງເມືອງ ຄະນະບໍດີ ຄະນະແພດສາດ ມີນັກວິທະຍາກອນ ທີ່ຊ່ຽວຊານທາງດ້ານພະຍາດໄຂ່ຫຼັງ ຈາກໂຮງໝໍ ແລະ ຊ່ຽວຊານຈາກ ສ ເກົາຫຼີ ພ້ອມດ້ວຍ ບຸກຄະລະກອນການແພດກ່ຽວຂ້ອງຈາກໂຮງໝໍແຂວງ ແລະ ໂຮງໝໍທະຫານເຂົ້າຮ່ວມ.

ກອງປະຊຸມໃນຄັ້ງນີ້ ໄດ້ແນ່ໃສ່ເພື່ອເສີມສ້າງຄວາມເຂັ້ມແຂງ ແລະ ຄວາມອາດສາມາດທາງດ້ານວິຊາການເພີ່ມຂຶ້ນ ພ້ອມທີ່ຈະໃຫ້ບໍລິການ ແລະ ປິ່ນປົວດູແລຄົນເຈັບທີ່ເປັນພະຍາດໄຂ່ຫຼັງ ໃນຂອບເຂດທົ່ວປະເທດ.

ໃນການສຳມະນາໃນຄັ້ງນີ້ ລວມມີໝົດ 6 ຫົວຂໍ້: ເຊິ່ງວ່າໃນບັນດາເນື້ອໃນທັງໝົດ ແມ່ນກ່ຽວຂ້ອງກັບການປິ່ນປົວ ຮັກສາ ຄົນເຈັບພະຍາດໄຂ່ຫຼັງ ໃນລະດັບແຂວງ ເຊັ່ນ: ການຟອກໄຂ່ຫຼັງ ພະຍາດໄຂ່ຫຼັງຊ້ຳເຮື້ອ ການຕິດເຊື້ອທາງດ້ານລະບົບຖ່າຍເທ Electrolytes disorder Renal ReplacementTherapy Glomerular Disease ພ້ອມທັງກໍລະນີສຶກສາຂອງແຕ່ລະພະຍາດທີ່ກ່ຽວຂອງ ແລະ ໄດ້ສົນທະນາ ປະກອບສ່ວນແລກປ່ຽນຄວາມຄິດຄວາມເຫັນທາງດ້ານວິຊາການຢ່າງຟົດຟື້ນ.

error: Content is protected !!