ນະ​ຄອນ​ຫຼວງຈັດ​ກິດ​ຈະ​ກຳ​ປູກ​ຕົ້ນ​ໄມ້​ໃສ່​ສວນ​​ປະ​ຕູ​ໄຊ​ພາກ​ຂະ​ຫຍາຍ

ວັນທີ 1 ມິ​ຖຸ​ນາ 2024 ນະຄອນຫຼວງວຽງຈັນ (ນວ) ໄດ້​ຈັດພິ​ທີ​ປູກ​ຕົ້ນ​ໄມຢູ່ສວນ​ສາ​ທາ​ລະ​​ນະ ນວ (ສວນ​ປະ​ຕູ​ໄຊ​ພາກ​ຂະ​ຫຍາຍ) ເນື່ອງ​ໃນ​ໂອ​ກາດ​ວັນ​ເດັກ​ນ້ອຍ​ສາ​ກົນ ແລະ ​ວັນ​ປູກ​ຕົ້ນ​ໄມ້ແຫ່ງ​ຊາດ​1 ມິ​ຖຸ​ນາ ມີ​ທ່ານ ອາ​ນຸ​ພາບ ຕຸ​ນາ​ລົມ ເລ​ຂາ​ຄະ​ນະ​ພັກ ປະ​ທານ​ສະ​ພາ​ປະ​ຊາ​ຊົນ ນວ ທ່ານ ອາດ​ສະ​ພັງ​ທອງ ສີ​ພັນ​ດອນ ເຈົ້າ​ຄອງ​ ນວ ທ່ານ ຈະ​ເລີນ ເຍຍ​ປາວ​ເຮີ ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ບັນ​ດາ​ລັດ​ຖະ​ມົນ​ຕີ ຮອງ​ລັດ​ຖະ​ມົນ​ຕີ ຫົວ​ໜ້າ​ຮອງ​ຫົວ​ໜ້າ​ພະ​ແນກ ເຈົ້າ​ເມືອງ​ຮອງ​ເຈົ້າ​ເມືອງ ແລະ ພະ​ນັກ​ງານ​​ຫຼັກ​ແຫຼ່ງ ນວ ເຂົ້າ​ຮ່ວມ.

ສຳ​ລັບ​ຕົ້​ນ​ໄມ້​ທີ່​ນຳ​ມາ​ປູກ​ຢູ່​ສວນ​​ປະ​ຕູ​ໄຊ​ພາກ​ຂະ​ຫຍາຍ​ຄັ້ງ​ນີ້​ເປັນ​ຕົ້ນ​ໄມ້​ປະ​ດັບ​ຕົ້ນ​ໃຫຍ່​ມີ 49 ຕົ້ນ ໃນ​ນັ້ນ​ໄມ້​ເປືອຍ​ນ້ຳ 15 ​ຕົ້ນ ​ຕົ້ນໄມ້​ດູ່ 11 ຕົ້ນ ​ຕົ້ນກາ​ກະ​ເລົາ 12 ຕົ້ນ ​​ຕົ້ນໄມ້​ຊຸມ​ແສງ 8  ຕົ້ນ​ ຕົ້ນສະ​ເມັກ 2 ​ຕົ້ນ ແລະ ຕົ້ນດອກ​ຈານ 1 ​ຕົ້ນ ທັງ​ນີ້​ເພື່ອ​ເຮັດ​ພື້ນທີ່​ສວນ​ສາ​ທາ​ລະ​ນະໃຈກາງ​ຕົວ​ເມືອງ ນວ ແຫ່ງນີ້ມີພື້ນທີ່ສີຂຽວ ເປັນບ່ອນຮົ່ມເຢັນ ແລະ ສວ​ຍ​ງາມ​ທີ່​ເຕັມ​ໄປ​ດ້ວຍ​ຕົ້ນ​ໄມ້​ນາງໆ​ຊະ​ນິດ ​ພາຍ​ຫຼັງ​ການ​ປັບ​ປຸງ​ພື້ນ​ທີ່​ດັ່ງ​ກ່າວ​ສຳ​ເລັດ​ຈະ​ເຮັດ​ໃຫ້​ສະ​ຖານ​ທີ່​ແຫ່ງນີ້​ທີ່​ສາ​ມາດ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ທັງ​ພາຍ​ໃນ ແລະ ຕ່າງ​ປະ​ເທດ ນອກນີ້​ເວ​ລາ​ນັກ​ທ່ອງ​ທ່ຽວ​ມາ​ທ່ຽວ​ຊົມ​ສະ​ຖານ​ທີ່​ແຫ່ງນີ້ຈະ​ໄດ້​ເຫັນ​ຕົ້ນ​ໄມ້​ປະ​ດັບ​​ທີ່​ຂຽນ​ຊື່​ຕົ້ນ​ໄມ້​ແຕ່​ລະ​​​ຊະ​ນິດຕິດ​ຕັ້ງ​ໃສ່​ເພື່ອ​ໃຫ້​ຮູ້​ວ່າ​ຊື່​ຂອງ​ແຕ່​ລະ​ຕົ້ນ​ໄມ້​ທີ່​ນ້ຳ​ປູກ​ມີ​ຕົ້ນ​ຫຍັງ​ແດ່ ທັງ​ເປັນ​ຂໍ້​ມູນ​ໃຫ້​ຄົນ​ຮຸ່ນ​ໃໝ່​ໄດ້​ສຶກ​ສາ​ຮຽນ​ຮູ້​ຕື່​ມ​ອີກ.

ໂຄງການປັບປຸງພື້ນທີ່ກະຊວງຍຸຕິທໍາ (ຫຼັງເກົ່າ) ​ໃຫ້ເປັນສວນປະ​ຕູ​ໄຊ​ພາກ​ຂະ​ຫຍາຍ​ເພື່ອ​ແນໃສ່ເຮັດໃຫ້ໃຈກາງ ນວ ມີພື້ນທີ່ສາທາລະນະສີຂຽວໃຫ້ຄວາມຮົ່ມເຢັນ ເປັນບ່ອນພັກຜ່ອນຢ່ອນອາລົມ ມີສວນຮົ່ມໄມ້ ຮ້ານຂາຍອາຫານເບົາ ແລະ ເຄື່ອງທີ່ລະນຶກ ມີຫ້ອງນໍ້າສາທາລະນະ ມີບ່ອນຈອດລົດ ມີລະບົບໄຟຟ້າ ນໍ້າປະປາ ແລະ ອື່ນໆ ພາຍຫຼັງສ້າງສໍາເລັດແລ້ວສວນສາທາລະນະແຫ່ງນີ້ຈະເພີ່ມສີສັນ ແລະ ສ້າງບັນຍາກາດໃໝ່ໃຫ້ ນວ ໂດຍສະເພາະປີ 2024 ທີ່ລາວ​ເຮົາໄດ້ຮັບກຽດເປັນປະທານອາຊຽນ ທັງເປັນປີທ່ອງທ່ຽວລາວ ແລະ ນວ ກໍເປັນເຈົ້າພາບຈັດກອງປະຊຸມບັນດາເຈົ້າຄອງນະຄອນຫຼວງອາຊຽນ ແລະ ໂຄງການ​ປັບ​ປຸງຈະ​ໃຫ້ສຳເລັດໃນເດືອນກັນຍາ 2024.

error: Content is protected !!