ວັນທີ 31 ພຶດສະພາ 2024 ທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ພ້ອມຄະນະໄດ້ໄປຢ້ຽມຢາມພົບປະກັບຄະນະພັກ ຄະນະນຳ ແລະ ພະນັກງານຫຼັກແຫຼ່ງກະຊວງອຸດສາຫະຫຳ ແລະ ການຄ້າ (ອຄ) ແລະ ຢ້ຽມຢາມສູນການຄ້າທາງອີເລັກໂຕຼນິກ ຖືກຕ້ອນຮັບໂດຍທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງ ອຄ ພ້ອມດ້ວຍຄະນະນຳ ແລະ ພະນັກງານຫຼັກແຫຼ່ງກະຊວງ.

ໂອກາດນີ້ ທ່ານຮອງປະທານປະເທດໄດ້ຮັບລາຍງານຫຍໍ້ກ່ຽວກັບກະຊວງ ອຄ ວຽກງານທີ່ພົ້ນເດັ່ນທີ່ພົວພັນກັບຄວາມຮັບຜິດຊອບຂອງກະຊວງ ອຄ ວຽກງານກອງທຶນສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ວຽກງານຄຸ້ມຄອງການຄ້າ ວຽກງານສົ່ງເສີມການຄ້າ ແລະ ອື່ນໆກ່ຽວກັບຂະແໜງ ອຄ ເປັນຕົ້ນກະຊວງ ອຄ ເຮັດໜ້າທີ່ຄົ້ນຄວ້ານະໂຍບາຍ ແລະ ມາດຕະການໃນການຄຸ້ມຄອງລາຄາຄົ້ນຄວ້າ ວິເຄາະວິໄຈ ກ່ຽວກັບລາຄາ ແລະ ການດຳເນີນທຸລະກິດ ກຳນົດລະບຽບ ເພື່ອເປັນເຄື່ອງມືໃນການຈັດຕັ້ງປະຕິບັດຄຸ້ມຄອງລາຄາ ຊີ້ນຳ-ນຳພາພະແນກ ອຄ ຫ້ອງການ ອຄ ເທສະບານ ແລະ ເປັນໃຈກາງສົມທົບຂະແໜງການທີ່ກ່ຽວຂ້ອງ ເຜີຍແຜ່ ແນະນຳ ຕິດຕາມການເໜັງຕີງ ແລະ ພຶດຕິກຳ ທີ່ກ່ຽວຂ້ອງກັບການຄຸມຄອງລາຄາ ຕິດຕາມ ກວດກາ ສະຫລຸບລາຍງານ ແລະ ສະເໜີ ກ່ຽວການຄຸ້ມຄອງລາຄາ ຄົ້ນຄວ້ານະໂຍບາຍ ແລະ ມາດຕະການ ໃນການຄຸ້ມຄອງລາຄາ ແລະ ຊອກວິທີການແກ້ໄຂບັນຫາ ຂະແໜງການ ເຮັດໜ້າທີ່ກຳນົດໂຄງປະກອບ ແລະ ຄຸ້ມຄອງ ລາຄາສິນຄ້າ ລາຍການ ເປັນໃຈກາງໃນການປະສານງານ ພາກລັດ ແລະ ທຸລະກິດ ລວມທັງສະມາຄົມ ກຸ່ມທຸລະກິດ ເຜີຍແຜ່ ແລະ ຊີ້ນຳ ໃນການປະຕິບັດສິດ ພັນທະ ຂໍ້ຫ້າມ ນະໂຍບາຍ ແລະ ມາດຕະການ ທີ່ລະບຸໄວ້ໃນໝວດ 4-5-6 ຂອງດຳລັດ 474 ຄົ້ນຄວ້າຊີ້ນຳບັນດາຫົວໜ່ວຍທຸລະກິດ ປະຕິບັດການຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ ຕາມກຳນົດໄວ້ໃນ 474 ແຂວງເຮັດໜ້າທີ່ເປັນເຈົ້າການຜັນຂະຫຍາຍການຈັດຕັ້ງປະຕິບັດດຳລັດ 474 ບົດແນະນຳ ແລະ ຂໍ້ກຳນົດ ກົດລະບຽບທີ່ກ່ຽວຂ້ອງກັບວຽກງານຄຸ້ມຄອງລາຄາ ແລະ ຄ່າບໍລິການ ຕິດຕາມ ແລະ ຄົ້ນຄວ້າສະເໜີການປ່ຽນແປງສິນຄ້າຄວບຄຸມ ແລະ ລາຍການທີຕິດຕາມການເໜັງຕີງຂອງລາຄາ ຢ່າງໜ້ອຍປີລະຄັ້ງ ເມື່ອເຫັນວ່າມີຄວາມຈຳເປັນ ຄວບຄຸມລາຄາສິນຄ້າປະເພດເຂົ້າ ປະເພດຊີ້ນ ແລະ ປະເພດປາຕາມລະບຸໄວ້ໃນໂລແມ້ງ II. III. IV ຂອງບັນຊີ ກ ຊີເນຳ ກວດກາ ແລະ ຕິດຕາມ ຫ້ອງການ ອຄ ເມືອງ ທີ່ນອນຢູ່ໃນທ້ອງຖິ່ນຂອງຕົນ ເຜີຍແຜ່ ແນະນຳ ຕິດຕາມການເໜັງຕີງ ແລະ ພຶດຕິກຳ ທີ່ກ່ຽວຂ້ອງກັບການຄຸມຄອງລາຄາ ຄົ້ນຄວ້ານະໂຍບາຍ ແລະ ມາດຕະການໃນການຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການຄວບຄຸມເປັນແຕ່ລະໄລຍະ.
ຕອນທ້າຍທ່ານຮອງປະທານປະເທດໄດ້ສະແດງຄວາມຍ້ອງຍໍຊົມເຊີຍມາຍັງຄະນະພັກຄະນະນຳກະຊວງ ອຄ ທີ່ຍາດໄດ້ຜົນງານພົ້ນເດັ່ນຫຼາຍດ້ານໃນຜ່ານມາ ພ້ອມນີ້ທ່ານຍັງໄດ້ເນັ້ນໃຫ້ກະຊວງ ອຄ ສືບຕໍ່ເປັນເຈົ້າການຊຸກຍູ້ສົ່ງເສີມຜະລິດສິນຄ້າພາຍໃນໃຫ້ຫຼາຍຂຶ້ນ ເປັນຜູ້ຊ່ວຍຊອກຕະຫຼາດພາຍໃນ ແລະ ຕ່າງປະເທດໃຫ້ຜູ້ຜະລິດ ເພື່ອນຳເອົາສິນຄ້າຂອງລາວໄປຈຳໜ່າຍສູ່ທ້ອງຕະຫຼາດ ສົມທົບກັບຂະແໜງການກ່ຽວຂ້ອງເປັນຕົ້ນຂະແໜງກະສິກຳ ແລະ ປ່າໄມ້ ໃນການຜະລິດກະສິກຳເພື່ອບໍລິໂພກພາຍໃນ ແລະ ເປັນສິນຄ້າສົ່ງອອກຕ່າງປະເທດໃຫ້ຫຼາຍຂຶ້ນເພື່ອນຳເອົາເງິນຕາເຂົ້າປະເທດ ສືບຕໍ່ຊຸກຍູ້ສົ່ງເສີມການຜະລິດເປັນສິນຄ້າຂອງຫົວໜ່ວຍທຸລະກິດ ແລະ ໂຮງຈັກໂຮງງານຕ່າງໆ ແລະ ອື່ນໆ.