ຈະກໍ່ສ້າງລະບົບນໍ້າປະປາກຸ່ມບ້ານຢູ່ 4 ເມືອງຂອງແຂວງຜົ້ງສາລີ

ພິທີເຊັນສັນຍາກໍ່ສ້າງລະບົບນໍ້າປະປາກຸ່ມບ້ານຢູ່ເມືອງໃໝ່ ເມືອງຂວາ ເມືອງສຳພັນ ແລະ ເມືອງບຸນໃຕ້ ແຂວງຜົ້ງສາລີ ຂອງໂຄງການຂະຫຍາຍນໍ້າປະປາສຸຂາພິບານ ແລະ ອະນາໄມຢູ່ 4 ແຂວງພາກເໜືອງຂອງ ສປປ ລາວ ຈັດຂຶ້ນວັນທີ 30 ພຶດສະພາ 2024 ທີ່ນະຄອນຫຼວງວຽງຈັນ ຮ່ວມລົງນາມລະຫວ່າງທ່ານ ສົມປອງ ສິດທິວົງ ຫົວໜ້າກົມນໍ້າປະປາ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທ່ານ ບຸນພານິດ ແກ້ວຮຸ່ງ ຫົວໜ້າພະແນກ ຍທຂ ແຂວງຜົ້ງສາລີ ແລະ ທ່ານ ຊັງ ຫຼຽງ ຜູ້ຕາງໜ້າບໍລິສັດ Shamhai Constraction Group Co Ltd ເປັນກຽດເຂົ້າຮ່ວມຂອງທ່ານ ລັນ ແສງອາພອນ ຮອງລັດທະມົນຕີກກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມດ້ວຍຂະແໜງການກ່ຽວຂ້ອງ.


ໂຄງການຂະຫຍາຍນໍ້າປະປາ ສຸຂາພິບານ ແລະ ອະນາໄມ ຢູ່ 4 ແຂວງພາກເໜືອຂອງ ສປປ ລາວແມ່ນໂຄງການໜຶ່ງໂດຍໄດ້ຮັບເງິນກູ້ຢືມຈາກທະນາຄານໂລກ ມີ 2 ກະຊວງຈັດຕັ້ງປະຕິບັດຮ່ວມກັນ ຄື ມີກົມນໍ້າປະປາ ກະຊວງ ຍທຂ ເປັນຂະແໜງ ການຫຼັກ ແລະ ກົມອະນາໄມ ແລະ ສົ່ງເສີມສຸຂະພາບ ກະຊວງສາທາລະນະສຸກເປັນຄູ່ຮ່ວມພັດທະນາ ມີມູນຄ່າລວມທັງໝົດ 18 ລ້ານ ເອັດດີອາຣ໌ ຫຼື ທຽບເທົ່າ 25 ລ້ານໂດລາສະຫະລັດໃນປີ 2019 ໂດຍຈະຈັດຕັ້ງປະຕິບັດຢູ່ 12 ເມືອງຂອງ 4 ແຂວງພາກເໜືອຂອງ ສປປ ລາວ ຄື ເມືອງໃໝ່ ເມືອງຂວາ ເມືອງສໍາພັນ ແລະ ເມືອງບຸນໃຕ້ (ແຂວງຜົ້ງສາລີ) ເມືອງຫຼາ ແລະ ເມືອງນາໝໍ້ (ແຂວງອຸດົມໄຊ) ເມືອງຫົວເມືອງ ເມືອງຊໍາໃຕ້ ເມືອງກວັນ ແລະ ເມືອງຊ່ອນ (ແຂວງຫົວພັນ) ແລະ ເມືອງຄໍາ ແລະ ເມືອງໜອງແຮດ (ແຂວງຊຽງຂວາງ). ຈຸດປະສົງຫຼັກຂອງໂຄງການແມ່ນເພື່ອເຂົ້າເຖິງການສະໜອງນ້ຳທີ່ສະອາດ ແລະ ປອດໄພ ສຸຂາພິບານ ແລະ ການບໍລິການດ້ານອະນາໄມໃນພື້ນທີ່ເປົ້າໝາຍໂຄງການ ພ້ອມທັງສ້າງຄວາມເຂັ້ມແຂງ ໃຫ້ແກ່ບັນດາອົງການຈັດຕັ້ງທີ່ກ່ຽວຂ້ອງໃນການປັບປຸງການບໍລິການໃຫ້ມີຄວາມຍືນຍົງ ເຊິ່ງມີ 4 ອົງປະກອບຄື ກໍ່ສ້າງລະບົບນໍ້າປະປາກຸ່ມບ້ານ ກໍ່ສ້າງ-ປັບປຸງ ລະບົບນໍ້າຊຸມຊົນ ແລະ ສຸຂາພິບານ ແບບຍືນຍົງ (ກະຊວງ ຍທຂ ເປັນຜູ້ຮັບຜິດຊອບ) ຊຸກຍູ້ຊຸມຊົນໃນການສົ່ງເສີມແບບຍືນຍົງກ່ຽວກັບການນຳໃຊ້ນໍ້າ ສຸຂາພິບານ ແລະ ອະນາໄມ (ກະຊວງ ສາທາລະນະສຸກເປັນຜູ້ຮັບຜິດຊອບ) ຊຸກຍູ້ການຈັດຕັ້ງປະຕິບັດໂຄງການ ແລະ ການພັດທະນາຂະແໜງການ (ກະຊວງ ຍທຂ ເປັນຜູ້ຮັບຜິດຊອບ) ໃນກໍລະນີເກີດໄພພິບັດທີ່ລັດຖະບານອອກຖະແຫຼງການ (ທັງ 2 ກະຊວງ ຮັບຜິດຊອບຮ່ວມກັນ).
ສຳລັບການເຊັນສັນຍາຄັ້ງນີ້ຈະກໍ່ສ້າງລະບົບນໍ້າປະປາຢູ່ກຸ່ມບ້ານທີ່ຂຶ້ນກັບເມືອງໃໝ່ ເມືອງຂວາ ເມືອງສຳພັນ ແລະ ເມືອງບຸນໃຕ້ ມູນຄ່າທັງໝົດ 2 ລ້ານກວ່າໂດລາສະຫະລັດ ໃນນີ້ການກໍ່ສ້າງລະບົບນໍ້າປະປາກຸ່ມບ້ານທີ່ຂຶ້ນກັບຢູ່ເມືອງໃໝ່ ແລະ ເມືອງຂວາມູນຄ່າ 1.080.315,48 ໂດລາສະຫະລັດ ສ່ວນການກໍ່ສ້າງລະບົບນໍ້າປະປາກຸ່ມບ້ານຢູ່ເມືອງສຳພັນ ແລະ ເມືອງບຸນໃຕ້ ມູນຄ່າ 1.183.178,30 ໂດລາສະຫະລັດ ເຊິ່ງຈະມີຜູ້ໄດ້ຮັບຜົນປະໂຫຍດທັງໝົດ 800 ກວ່າຄອບຄົວ ການອອກແບບລະບົບໂຮງງານບຳບັດນໍ້າໄດ້ຖືກອອກແບບເພື່ອຮອງຮັບການນຳໃຊ້ນໍ້າຂອງປະຊາກອນທີ່ຈະເພີ່ມຂຶ້ນໃນຕໍ່ໜ້າອີກ 15 ປີ ຮອດປີ 2039 ແລະ ລະບົບການແຈກຢາຍນໍ້າແມ່ນ 20 ປີ ໂຄງການດັ່ງກ່າວມີໄລຍະການຈັດຕັ້ງປະຕິບັດສັນຍາ 10 ເດືອນ.
ອ້າຍ​ສົມ ຖ່າຍ​ຮູບ​ພະ​ຍາ​ຍາມ​ຈຶ່ງ​ແດ່ ກ້ອງ​ຖ່າຍ​ໄດ້​ຢູ່ ແຕ່​ຖ່າຍ​ຟ້າວ​ແບບນີ້ບໍ່​ໄດ້​ເດີ້ ທັງ​ມືດ ທັງ​ບໍ່​ແຈ້ງ ປະ​ສົບ​ການຫຼາຍ​ແລ້ວ ພະ​ຍາ​ຍາມ​ຕື່ມ​ແດ່
ຖ່າຍ​ແລ້ວ​ພະ​ຍາ​ຍາມ​ເປີດ​ເບິ່ງ​ກ່ອນ​ແດ່ ເພາະ​ມັນ​ບໍ່​ແມ່ນ​ເຫດ​ການ​ດ່ວນ ຍັງ​ມີ​ເວ​ລາ​ຖ່າຍ​ໃໝ່
​ຄົນ​ອື່ນ​ຄື​ກັນ​ເດີ້ ຖ້າ​ເຫ​ດ​ການບໍ່​ຮີບ​ດ່ວນ ຖ່າຍ​ແລ້ວ​ເປີ​ດ​ເບິ່ງ​ກ່ອນ​ແດ່ ບໍ່​ໄດ້​ກໍ​ຖ່າຍ​ໃໝ່
ຖ້າ​ເປັນ​ແບບນີ້​ມັນ​ໃຊ້​ບໍ່​ໄດ້​
ຮູບນີ້​ຄື​ກັນ ເວ​ລາ​ເອົາ​ໂທ​ລະ​ສັບ​ຖ່າຍ​ພະ​ຍາ​ຍາມ​ຢ່າ​ຊູມ ພາບ​ມັນ​ແຕກ ເປັນ​ໄປ​ໄດ້​ມ​ຫ້​ຍ່າງ​ເຂົ້າ​ໄປ​ຖ່າຍ​ໃກ້​ແດ່​ກໍ​ໄດ້ເດີ້
ຂ່າວ​ຊາວ​ໝຸ່ມ​ໃຫ້​ຊອກ​ຮູບ​ໃໝ່​ໃຫ້​ແດ່ເດີ ມີ​ແຕ່​ຜູ້​ຟັງ ເລ​ຂາ​ຊາວ​ໜຸ່ມ ກັບ ທ່ານ​ຖະ​ໜອມ ບໍ່​ໄດ້​ຈັກ​ໃບ

error: Content is protected !!