ກອງປະຊຸມອົງການປົກຄອງນະຄອນຫຼວງວຽງຈັນ (ນວ) ຄັ້ງທີ 36 ຈັດຂຶ້ນວັນທີ 31 ພຶດສະພາ 2024 ທີ່ຫ້ອງວ່າການ ນວ ເປັນປະທານຂອງ ທ່ານ ອາດສະພັງທອງ ສີພັນດອນ ເຂົ້າຄອງນະຄອນຫຼວງວຽງຈັນ ມີບັນດາສະມາຊິກອົງການປົກຄອງ ນວ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.

ກອງປະຊຸມໄດ້ຮັບຟັງລາຍງານກ່ຽວກັບການກະກຽມຄົ້ນຄວ້າໃນການສ້າງຕັ້ງຕາແສງໃໝ່ຢູ່ ນວ ການປະເມີນຄືນຜົນການຈັດຕັ້ງປະຕິບັດຂໍ້ຕົກລົງຂອງເຈົ້າຄອງ ນວ ວ່າດ້ວຍການພັດທະນາ ແລະ ຄຸ້ມຄອງເຂດສະຫງວນຄອງນ້ຳວຽງຈັນຕາມຄຳເຫັນເຈາະຈີ້ມຂອງຄະນະປະຈຳສະພາປະຊາຊົນ ນວ ການປັບປຸງທັດສະນີຍະພາບບໍລິເວນເດີ່ນສະໜາມຫຼວງ ສວນສະພັງເລນ ແລະ ພື້ນທີ່ອ້ອມຮອບພະທາດຫຼວງ ຄວາມຄືບໜ້າໃນການກະກຽມຮອບດ້ານໃຫ້ແກ່ການປະກອບສ່ວນເປັນເຈົ້າພາບກອງປະຊຸມສຸດຍອດອາຊຽນ ການກະກຽມຈັດງານມະຫາກຳກີລາແຫ່ງຊາດ ຄັ້ງທີ 12 ທີ່ ນວ ເປັນເຈົ້າພາບ ປີ 2025 ນອກນີ້ຍັງໄດ້ຮັບຟັງສະຫຼຸບສະພາບພົ້ນເດັ່ນປະຈຳເດືອນພຶດສະພາ ແລະ ແຜນຈຸດສຸມປະຈຳເດືອນມິຖຸນາ 2024 ຂອງອົງການປົກຄອງ ນວ.
ທ່ານເຈົ້າຄອງ ນວ ກ່າວໃນກອງປະຊຸມຄັ້ງດັ່ງກ່າວວ່າ: ໃນ 1 ເດືອນຜ່ານມາເຖິງວ່າສະພາບລວມຢູ່ພາຍໃນປະເທດເຮົາ ເວົ້າສະເພາະກໍ່ຄື ນວ ຍັງສືບຕໍ່ປະເຊີນກັບຄວາມຫຍຸ້ງຍາກຫຼາຍປະການເປັນຕົ້ນຄວາມຫຍຸ້ງຍາກດ້ານການເງິນ-ງົບປະມານ ໜີ້ສິນການລົງທຶນຂອງລັດ ການຜັນຜວນຂອງອັດຕາແລກປ່ຽນເງິນ ຕາ ເງິນກີບອ່ອນຄ່າ (ເງິນເຟີ້) ລາຄານໍ້າມັນເໜັງຕີງເປັນໄລຍະ ແລະ ບັນຫາຫາງສຽງຂອງສັງຄົມທີ່ປະ ກົດຕາມສື່ສັງຄົມອອນລາຍ ແຕ່ເຖິງຢ່າງໃດກໍຕາມດ້ວຍຄວາມພະຍາຍາມຢ່າງຕັ້ງໜ້າ ແລະ ຄວາມເປັນເຈົ້າການຂອງບັນດາສະມາຊິກອົງການປົກຄອງທຸກຂັ້ນ ບັນດາຂະແໜງການຂັ້ນຕ່າງໆ ແລະ ການມີສ່ວນຮ່ວມປະກອບສ່ວນຢ່າງຕັ້ງໜ້າຂອງປະຊາຊົນບັນດາເຜົ່າພາຍໃນນະຄອນຫຼວງຈຶ່ງເຮັດໃຫ້ການຈັດຕັ້ງປະຕິ ບັດບັນດາຄາດໝາຍຕ່າງໆ ໄດ້ມີຜົນສໍາເລັດບາງດ້ານຕາມສະພາບເງື່ອນໄຂປະຈຸບັນ ສິ່ງສໍາຄັນນະຄອນ ຫຼວງຍັງສຶບຕໍ່ຮັບປະກັນສະ ຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ ສັງຄົມມີຄວາມສະຫງົບ-ປອດໄພ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ ບໍ່ມີເຫດການຮ້າຍແຮງໃດໆເກີດຂຶ້ນ ເສດຖະກິດຂອງ ນວ ເຖິງວ່າພົບກັບບັນຫາຄວາມຫຍຸ້ງຍາກຫຼາຍຢ່າງແຕ່ໂດຍລວມແລ້ວເສດຖະກິດມະຫາພາກຂອງ ນວ ຍັງມີການເຕີບໂຕໄປຕາມຈັງວະ ແລະ ທຸກຂະແໜງການທີ່ປິ່ນອ້ອມກໍເຫັນວ່າມີການເຄື່ອນໄຫວຢ່າງຕັ້ງໜ້າມີຜົນງານທີ່ພົ້ນເດັ່ນໃນຫຼາຍດ້ານພໍສົມຄວນ.
ສ່ວນໃນຕໍ່ໜ້າໃຫ້ສືບຕໍ່ເພີ່ມທະວີວຽກງານການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃຫ້ຮັກສາໄດ້ສະຖຽນລະພາບທາງດ້ານການເມືອງ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ ສຸມໃສ່ແກ້ໄຂປກົດການຫຍໍ້ທໍ້ໃນສັງຄົມໃຫ້ຫຼຸດນ້ອຍຖອຍລົງເທື່ອລະກ້າວ ສືບຕໍ່ຈັດເກັບລາຍຮັບເຂົ້າງົບປະມານ ແລະ ຄຸ້ມຄອງການປະຕິບັດລາຍຈ່າຍຢ່າງເຂັ້ມງວດ ໂດຍຕິດພັນກັບການຫັນເປັນທັນສະໄໝໃຫ້ໄດ້ໄປຕາມແຜນ ຮັບປະ ກັນໃຫ້ແກ່ການເບິກຈ່າຍເງິນເດືອນໃຫ້ທ່ວງທັນເວລາບໍ່ໃຫ້ແກ່ຍາວຊັກຊ້າ ຊຸກຍູ້ສົ່ງເສີມການລົງທຶນພາຍໃນ ແລະ ຕ່າງປະເທດ ຕິດຕາມກວດກາ ການຈັດຕັ້ງປະຕິບັດບັນດາໂຄງການລົງທຶນຂອງລັດ ໃຫ້ສຳເລັດຕາມແຜນການທີ່ວາງໄວ້ ແລະ ບັນຫາອື່ນໆ.