ໜ້າກາກຄຸມໜ້າ (face shield) ປ້ອງກັນໂຄວິດ-19 ໄດ້ ຫຼື ບໍ່ ?

ທ່າ​ອ່ຽງ​ໃນ​ໄລ­ຍະ​ນີ້ ນອກ​ເໜືອ​ຈາກ​ໜ້າ​ກາກ​ອະ­ນາ­ໄມ ຫຼື ຜ້າ​ອັດ​ປາກ​ສາ­ລະ­ພັດ​ລາຍ​ແລ້ວ ຫຼາຍ​ຄົນ​ອາດ​ຈະ​ເລີ່ມ​ເຫັນ​ຜ້າ​ອັດ​ປາກ​ຄຸມ​ໜ້າ ຫຼື face shield ທີ່​ເປັນ​ປຼັສ​ຕິກ​ສວມ​ໃສ່​ຫົວ ແລ້ວ​ໃຫ້​ສ່ວນ​ຂອງ​ປຼັສ​ຕິກ ໃສ່​ຄຸມ​ປິດ​ໃບ​ໜ້າ​ຄື​ກັບ​ໝວກ​ໃຫຍ່ໆ ການ​ໃຊ້​ໜ້າ​ກາກ​ຄຸມ​ໜ້າ​ລັກ­ສະ­ນະ​ນີ້​ຊ່ວຍ​ປ້ອງ​ກັນ​ໄວ​ຣັສ ໂຄ​ໂຣ​ນາ 2019 ຫຼື COVID-19 ໄດ້​ຫຼາຍ​ໜ້ອຍ​ພຽງ​ໃດ ?.

“ໜ້າ​ກາກ​ຄຸມ​ໜ້າ” (face shield) ປ້ອງ​ກັນ “ໂຄ​ວິດ-19” ໄດ້ ຫຼື ບໍ່?

“ໜ້າ​ກາກ​ຄຸມ​ໜ້າ face shield ເຮົາ​ຈະ​ໃຫ້​ບຸ​ຄະ­ລາ​ກອນ​ທາງ​ການ​ແພດ ຈະ​ຕ້ອງ​ໃສ່​ທັງ​ໜ້າ​ກາກ​ອະ­ນາ­ໄມ ໂດຍ​ສະ­ເພາະ N95 ແລະ ແວ່ນ­ຕາ goggle ເພື່ອ​ປ້ອງ​ກັນ​ການ​ຕິດ​ໂຣກ​ໃຫ້​ສົມ­ບູນ.

“ໃນ​ຄົນ​ປົກ­ກະ­ຕິ ທີ່​ມີ​ຂ່າວ​ອອກ​ມາ​ໃຫ້​ໃສ່​ໜ້າ​ກາກ​ຄຸມ​ໜ້າ face shield ແທນ​ການ​ໃສ່​ຜ້າ​ອັດ​ປາກ ຈຶ່ງ​ບໍ່​ເປັນ​ອັນ​ສົມ­ຄວນ ເພາະ​ຍັງ​ມີ​ຊ່ອງ​ເຂົ້າ​ສູ່​ດັງ ແລະ ປາກ ແລະ ໜ້າ​ຕາ ແຕ່​ຖ້າ​ໃຜ​ຈະ​ໃສ່​ຜ້າ​ອັດ​ປາກ ແລະ ຄຸມ​ດ້ວຍ​ໜ້າ​ກາກ​ຄຸມ​ໜ້າ face shield ໃນ​ຄົນ​ປົກ­ກະ­ຕິ​ກໍ​ບໍ່​ວ່າ​ກັນ ໜ້າ​ກາກ​ຄຸມ​ໜ້າ­ທີ່​ໃຊ້​ປຼັສ​ຕິກ​ບາງ​ໃສໆ ອ່ອນ​ໄປ​ອ່ອນ​ມາ ຈະ​ຍິ່ງ​ຫຼຸດ​ຄວາມ​ປອດ​ໄພ​ລົງ​ອີກ ແຕ່​ຕ້ອງ​ບໍ່​ລືມ​ວ່າ ຈະ​ຕ້ອງ​ໃສ່​ຜ້າ​ອັດ​ປາກ​ນຳ”.

ໃນ​ຄົນ​ສຸ­ຂະ­ພາບ​ແຂງ­ແຮງ​ດີ ຜ້າ​ອັດ​ປາກ​ຜ້າ​ກໍ​ພຽງ­ພໍ​ໃນ​ການ​ສວມ​ໃສ່ ເມື່ອ​ຈຳ­ເປັນ​ຕ້ອງ​ອອກ​ນອກ​ເຮືອນ​ໃນ​ຄົນ​ທີ່​ມີ​ອາ­ການ​ໄຂ້​ຫວັດ ໄອ ຈາມ ຄວນ​ເລືອກ​ໃສ່​ຜ້າ​ອັດ​ປາກ​ທີ່​ຊ່ວຍ​ປ້ອງ​ກັນ​ລະ­ອອງ​ຝອຍ​ນ້ຳ ລາຍ​ຈາກ​ການ​ໄອ ຈາມ ອອກ​ໄປ​ສູ່​ຜູ້​ອື່ນ ແລະ ໃນ​ໄລ­ຍະ​ຜ້າ​ອັດ​ປາກ​ຂາດ­ແຄນ​ເຊັ່ນ​ນີ້ ຈຶ່ງ​ຂໍ​ຄວາມ​ຮ່ວມ​ມື​ສະ­ຫງວນ​ໜ້າ​ກາກ N95 ເອົາ​ໄວ້​ໃຫ້​ບຸ​ຄະ­ລາ​ກອນ​ທາງ​ການ​ແພດ​ໃຊ້​ເທົ່າ​ນັ້ນ ທີ່​ສຳ­ຄັນ​ອີກ​ຢ່າງ​ໜຶ່ງ​ຄື ການ​ຮັກ­ສາ​ໄລ­ຍະ​ຫ່າງ​ທາງ​ຮ່າງ­ກາຍ​ກັບ​ຄົນ​ອື່ນ ຮັບ​ປະ­ທານ​ອາ­ຫານ​ໃຫ້​ຄົບ​ໝູ່ ອອກ­ກຳ­ລັງ​ກາຍ​ຢ່າງ​ສະ​ໝ່ຳ​ສະ­ເໝີ ແລະ ການ​ລ້າງ​ມື​ເລື້ອຍໆ ເພື່ອ​ຫຼຸດ​ການ​ຕິດ­ເຊື້ອ​ໄວ​ຣັສ​ຈາກ​ມື​ເຂົ້າ​ປາກ ດັງ ຕາ ເທົ່າ​ນີ້​ກໍ​ຈະ​ຊ່ວຍ​ຫຼຸດ​ຄວາມ​ສ່ຽງ​ການ​ຕິດ­ເຊື້ອ​ໄວ​ຣັສ​ໂຄ​ໂຣ​ນາ 2019 ຫຼື ໂຄ​ວິດ-19 ໄດ້.

ຊາວ­ບ້ານ – ນຳ​ສະ­ເໜີ

error: Content is protected !!