ເຖິງເວລາທີ່ຕ້ອງໄດ້ປ່ຽນແລ້ວ! ກັບ App ສຸດປັງ ນະຕອນນີ້ ຫວຍອິນຊີ Insee Hub.

ໃນວັນທີ 20 ພຶດສະພາ 2024 ທີ່ພັດຕະຄານເຊັນພິລາ ໄດ້ຈັດງານເປີດໂຕປັບປຸງແບຣນຂອງບໍລິສັດໃຫ້ມີຄວາມທັນສະໄໝຂຶ້ນກວ່າເກົ່າ ຫັນປ່ຽນເຂົ້າສູ່ຍຸກສະໄໝໃໝ່ ພ້ອມທັງເປີດໂຕໂລໂກ້ໃໝ່, ພີເຊັນເຕີໃໝ່ຂອງແຕ່ລະຜະລິດຕະພັນ ແລະ ໂຄງການດີດີທີ່ຈະເປັນອີກແຮງສະໜັບສະໜູນໃນການພັດທະນາສັງຄົມ ໂດຍງານໃນຄັ້ງນີ້ໃຫ້ກຽດເຂົ້າຮ່ວມໂດຍທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີ ກະຊວງການຕ່າງປະເທດ,​ ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ, ທ່ານ ຄຳເຜັ່ນ ບຸບຜາວົງ ອຳນວຍການ ຫວຍພັດທະນາລາວ ພ້ອມດ້ວຍຄະນະ.

ງານດັ່ງກ່າວໄດ້ລິເລີ່ມມາຈາກການຕົກລົງເຫັນດີຂອງຄະນະຜູ້ບໍລິຫານ ຂອງ ບໍລິສັດ ອິນຊີ ກຣຸບ ທີ່ເຫັນເຖິງຄວາມສຳຄັນຂອງແບຣນ ແລະ ການປັບປຸງແບຣນຂອງບໍລິສັດໃຫ້ມີຄວາມທັນສະໄໝຂຶ້ນກວ່າເກົ່າ. ບໍລິສັດ ອິນຊີ ກຣຸບ ໄດ້ລິເລີ່ມມາຕັ້ງແຕ່ປີ 2003 ຈົນເຖິງປັດຈຸບັນ (ລວມເປັນ 21 ປີ) ເຊິ່ງການທີ່ບໍລິສັດມີການ Re-branding ໃນຄັ້ງນີ້ ກໍເພື່ອປັບກັບສະພາບຕະຫຼາດ ທີ່ພຶດຕິກຳຂອງຜູ້ຄົນປ່ຽນໄປຖ້າທຽບໃສ່ເມື່ອກ່ອນ ເຊິ່ງທາງບໍລະສັດເລີຍໄດ້ກ້າວຂ້າມຜ່ານຈາກຍຸກ Analog ມາສູ່ ຍຸກຂອງ Digital ສ້າງພາບລັກ ແລະ ປັບບຸກຄະລິກຂອງຫວຍອິນຊີໃຫ້ກົມກືນກັບຄົນຍຸກໃໝ່ໃຫ້ຫຼາຍຂຶ້ນ ແລະ ທັນສະໄໝອີກດ້ວຍ.

ປະຈຸບັນ, ບໍລິສັດ ອິນຊີ ກຣຸບ ມີຫຼາກຫຼາຍຜະລິດຕະພັນປະກອບມີ: ຫວຍ 6 ໂຕ, ຫວຍ 12 ລາສີ, INSEE SHOPPING 1414, ອິນຊີ ເງິນຕິດປີກບິນ ແລະ ອິນຊີ ປະກັນຊີວິດ. ພະລິດຕະພັນ ແລະ ບໍລິການອື່ນໆອີກຫຼາກຫຼາຍໃນອານາຄົດ. ໂດຍພາຍໃນການຄັ້ງນີ້ ກໍໄດ້ມີການພັດທະນາແອັບພິເຄຊັນ INSEE HUB ພ້ອມທັງ Option ຫຼັກທີ່ໜ້າສົນໃຈ ເຊັ່ນ: ຫວຍ 6 ໂຕ, ຫວຍ 12 ລາສີ ການຊຳລະການຊື້ເລກໄດ້ຫຼາຍທະນາຄານ ບໍ່ວ່າຈະເປັນທະນາຄານການຄ້າ, ທະນາຄານພັດທະນາລາວ, ທະນາຄານລາວຫວຽດ, ທະນາຄານອິນໂດຈີນ, ທະນາຄານຮ່ວມພັດທະນາ ແລະ ສາມາດໃຊ້ຄະແນນຊຳລະໄດ້ອີກດ້ວຍ. ນອກຈາກນີ້ໃນອານາຄົດອັນໃກ້ ຍັງຈະສາມາດຊຳລະສະສາງຜ່ານ M Money ແລະ U Money, Insee Wallet, INSEE SHOPPING 1414, ໂລໂກ້ໃໝ່ຂອງຫວຍອິນຊີ ຈາກມາດຕະຖານເກົ່າ ສູ່ໂສມໜ້າໃໝ່ທີ່ດີຂຶ້ນກ່ວາເດີມ ເພື່ອເປັນການສ້າງພາບລັກທີ່ຈື່ຈໍາໄດ້ງ່າຍ ແລະ ເຂົ້າກັບການປັບປ່ຽນແນວຄິດໃນການພັດທະນາຜະລິດຕະພັນ ແລະ ບໍລິການພ້ອມທັງການບໍລິຫານຈັດການອົງກອນ ກະຕຸ້ນໃຫ້ເໝາະກັບຍຸກ Digital Platform ຊຶ່ງເປັນຍຸກສະໄໝທີ່ປ່ຽນແປງຢ່າງເໝາະສົມ ແລະ ເຕີບໂຕຢ່າງຢັ້ງຢືນ ພ້ອມກັນນັ້ນ, ກໍໄດ້ເປີດໂຕພີເຊັນເຕີທັງ 4 ທ່ານ ໄດ້ແກ່:

  • ນາງ ອາໂນມາ ລັດທິດາ, ພີທີກອນ ແລະ ຜູ້ປະກາດຂ່າວຊື່ດັງ ຈາກໂທລະພາບແຫ່ງຊາດ ພີເຊັນເຕີ ອິນຊີປະກັນຊີວິດ ຈຳກັດ ຜູ້ດຽວ.
  • ທ່ານ ສຸລິຍັນ ຍັງນຸວົງ (ກິນ້ອຍ ລາວສະຕາ), ພີທີກອນອາລົມດີທີ່ມີເອກະລັກເປັນຂອງຕົວເອງ ພີເຊັນເຕີ ສະຖາບັນການເງິນຈຸລະພາກທີ່ບໍ່ຮັບເງິນຝາກ ອິນຊີ ຈຳກັດ.
  • ທ່ານ ສຸດທະວີ ອຸບົນພາສຸດ (ລັກກີ້), ນາຍແບບ ແລະ ລີວິວສິນຄ້າ ພີເຊັນເຕີ ແອັບພິເຄຊັນ INSEE HUB.
  • ທ່ານ ນາງ ວຽງສະຫວັນ ສຸທັນນຸວົງ (ຈູລີ້), ຮອງອັນດັບສອງ Miss Laos 2022 ພີເຊັນເຕີ ອິນຊີ INSEE SHOPPING 1414.

ພິເສດສຳລັບຜະລິດຕະພັນຫຼັກນັ້ນກໍຄື “ຫວຍອິນຊີ INSEE HUB” ເຊິ່ງໄດ້ມີການປັບປຸງຄັ້ງໃຫຍ່ນັບຕັ້ງແຕ່ ເອກະລັກຂອງແບຣນ ໃຫ້ຊື້ເລກໄດ້ງ່າຍ ແລະ ເຮັດທຸລະກຳໄດ້ໄວໄດ້ຮັບເງິນທັນທີ, ມີບໍລິການທີ່ປຶກສາດ້ານການເງິນສ່ວນບຸກຄົນຟຣີໃຫ້ກັບຜູ້ທີ່ຖືກເລກລາງວັນໃຫຍ່ເພື່ອເປັນການສົ່ງເສີມການໃຊ້ຈ່າຍທີ່ບໍ່ຟຸ້ມເຟືອຍ ເຊິ່ງການປັບໂລໂກ້ໃນຄັ້ງນີ້ ຍັງມາພ້ອມກັນກັບສະໂລແກນທີ່ວ່າ “ສິ່ງດີດີເກີດຂຶ້ນໄດ້ສະເໝີ”, ເຊິ່ງສະໂລແກນນີ້ໄດ້ຮັບແຮງບັນດານໃຈຈາກລູກຄ້າຂອງຫວຍອິນຊີທີ່ຖືກລາງວັນ 12 ລາສີ ແລະ ໄດ້ພົບປະແລກປ່ຽນຄວາມຄິດເຫັນກັນວ່າ ເມື່ອຄົນເຮົາຕັ້ງໃຈເຮັດວຽກ ມີຄວາມຕັ້ງໃຈໃນການປະຕິບັດຕົນ ເຊື່ອວ່າສິ່ງດີໆຈະເກີດຂື້ນໄດ້ສະເໝີ ແລະ ກໍເປັນເຊັ່ນນັ້ນແທ້ໆ ນອກນັ້ນ, ກໍຍັງໄດ້ປັບປະສານລາຍແຕ້ມໂຫລາສາດທີ່ງົດງາມແບບລາວໆພາຍໃນແອັບອີກດ້ວຍ ແລະ ພິເສດໄປກວ່ານັ້ນຍັງໄດ້ເປີດໂຕ ວີດີໂອໂຄສະນາ ທີ່ສ້າງຂຶ້ນແບບພິເສດ ເຊິ່ງມີເນື້ອຫາໃນການສົ່ງເສີມໃຫ້ສ່ຽງໂຊກແບບມີສະໄຕລ, ໃຊ້ຈ່າຍຢ່າງມີເຫດຜົນ, ລົງທຶນເພື່ອອະນາຄົດ.

ນອກນັ້ນ, ບໍລິສັດ ອິນຊີ ກຣຸບ ຍັງໄດ້ລິເລີ່ມໂຄງການທີ່ຈະຊ່ວຍສ້າງອາຊີບໃຫ້ກັບຄົນຍຸກໃໝ່ເຊັ່ນ: ໂຄງການສຸດຍອດນັກຂາຍຍອດນິຍົມ ແລະ ໂຄງການສຸດຍອດນັກຂາຍແຫ່ງຍຸກສະໄໝ, ໂຄງການເຫຼົ່ານີ້ ເປັນໂຄງການທີ່ຈະຊ່ວຍສ້າງອາຊີບ ສ້າງລາຍໄດ້ ໃຫ້ແກ່ບຸກຄົນທົ່ວໄປທີ່ຕ້ອງການມີລາຍໄດ້ ຈາກການເປັນຕົວແທນຂາຍກັບທາງບໍລິສັດ ມີທັງຜົນຕອບແທນ ການຝຶກອົບຮົມ ເພື່ອເພີ່ມພູນທັກສະຢ່າງແບບບໍ່ຢຸດຢັ້ງ ແລະ ເປັນອີກໜຶ່ງທາງເລືອກສໍາລັບທ່ານທີ່ຕ້ອງການສ້າງອາຊີບເສີມ ຫຼື ເຮັດເປັນອາຊີບປະຈໍາ ເພື່ອໄດ້ຮັບຜົນຕອບແທນຢ່າງໝັ້ນຄົງ ແລະ ຢັ້ງຢືນ.

ຕະຫຼອດໄລຍະເວລາທີ່ຜ່ານມາ ບໍລິສັດ ອິນຊີ ກຣຸບ ໄດ້ໃຫ້ຄວາມສຳຄັນຕໍ່ກັບສັງຄົມເປັນຢ່າງສູງ ໄດ້ຊ່ວຍເຫຼືອລັດຖະບານເອົາເງິນສົດທີ່ຈໍລະຈອນຢູ່ທ້ອງຕະຫຼາດກັບເຂົ້າສູ່ລະບົບການເງິນ, ທະນາຄານຂອງລັດ ແລະ ເພີ່ມລາຍຮັບເຂົ້າງົບປະມານແຫ່ງລັດ ເພື່ອຮັບໃຊ້ເຂົ້າໃນສາທາລະນະປະໂຫຍດລວມຂອງຊາດ ແລະ ຊ່ວຍປະກອບສ່ວນເປັນກຳລັງແຮງໜຶ່ງໃນການສ້າງວຽກເຮັດງານທຳ ໃຫ້ກັບປະຊາຊົນລາວບັນດາເຜົ່າຈຳນວນໜຶ່ງໃນຂອບເຂດທົ່ວປະເທດ.

ສາມາດດາວໂຫຼດແອັບ INSEE HUB ໄດ້ແລ້ວຕອນນີ້, ດາວໂຫຼດເລີຍ!

error: Content is protected !!