ສາທາແຂວງຄໍາມ່ວນ ຮຽກຮ້ອງທົ່ວສັງຄົມເປັນເຈົ້າການຊຸກຍູ້ຂະບວນສັກຢາໝາກແດງນ້ອຍ-ໝາກແດງໃຫຍ່

ແຂວງຄໍາມ່ວນ ເປີດຂະບວນສັກຢາກັນພະຍາດແຫ່ງຊາດ ປ້ອງກັນ     ໝາກແດງນ້ອງ-ໝາກແດງໃຫຍ່  ພ້ອມຮຽກຮ້ອງໃຫ້ທຸກພາກ ສ່ວນໃນສັງຄົມ ເປັນເຈົ້າການເພື່ອເຮັດໃຫ້ການຈັດຕັ້ງວຽກງານດັ່ງກ່າວໄດ້ຮັບປະສິດທິຜົນ.

ທ່ານ ດຣ ແສງທອງ ເສີມລໍາວັນ ຮອງຫົວໜ້າພະແນກສາທາລະນະສຸກແຂວງຊຽງຂວາງ ໃຫ້ສໍາພາດຕໍ່ທີມງານສື່ມວນຊົນຈາກສູນກາງ ໂດຍທ່ານໄດ້ກ່າວວ່າ:  ໃນໄລຍະຜ່ານມາທາງພະແນກສາທາລະນະສຸກຂອງພວກເຮົາໄດ້ເອົາໃຈໃສ່ນໍາພາ-ຊີ້ນາທາງ ດ້ານວິຊາການເປັນຕົ້ນແມ່ນວຽກງານສັກຢາກັນພະຍາດຂັ້ນແຂວງ ຂັ້ນເມືອງ ແລະ ສຸກສາລາ ລົງ ເຄື່ອນໄຫວສັກຢາກັນພະຍາດໃຫ້ເດັກນ້ອຍຕາມເກນອາຍຸເປົ້າໝາຍໃນທຸກໆເດືອນ ການຈັດຕັ້ງປະຕິ ບັດຍັງເຫັນວ່າ ການສັກຢາກັນພະຍາດ ໝາກແດງໃຫຍ່ ແລະ ໝາກແດງນ້ອຍໃນໄລຍະຜ່ານມາຍັງບໍ່ ບັນລຸຄາດໝາຍທີ່ວາງໄວ້ ປີ 2023 ປະຕິບັດໄດ້ພຽງ 85,1%.

ເພື່ອເຮັດໃຫ້ວຽກງານສັກຢາກັນພະຍາດໄດ້ຈັດຕັ້ງປະຕິບັດຢ່າງມີປະສິດ ທິຜົນ ແລະ ບັນລຸຕາມ ລະດັບຄາດໝາຍຂ້າພະເຈົ້າໃນນາມຕ່າງໜ້າຄະ ນະນໍາຂອງພະແນກສາທາລະນະສຸກແຂວງຄໍາມ່ວນ ແລະ ໃນນາມສ່ວນຕົວ ຂໍຮຽກຮ້ອງມາຍັງອໍານາດການປົກຄອງທຸກຂັ້ນ ອົງການຈັດຕັ້ງຂອງບ້ານ ພໍ່ຄ້າຊາວ ຂາຍ ແລະ ພໍ່ແມ່ປະຊາຊົນຕະຫຼອດຮອດພໍ່ແມ່ຂອງເດັກໃນກຸ່ມເປົ້າໝາຍທົ່ວແຂວງຄໍາມ່ວນຈົ່ງໃຫ້ການ ຮ່ວມມື ແລະ ມີສ່ວນຮ່ວມປະກອບສ່ວນທຸກກໍາລັງ ແລະ ເຫື່ອແຮງ ຊ່ວຍປຸກລະດົມຂົນຂວາຍພໍ່ແມ່ ຂອງເດັກໃນກຸ່ມເປົ້າໝາຍອາຍຸ 9 ເດືອນ ຫາ ລຸ່ມ 5 ປີ ໄປຮັບບໍລິການສັກຢາວັກຊີນ ເພື່ອປ້ອງກັນ ພະຍາດໝາກແດງນ້ອຍ- ໝາກແດງໃຫຍ່ໃນຄັ້ງ ວັນທີ່ 20-30 ພຶດສະພາ 2024 ໝົດທຸກໆຄົນ ເປັນ ການສ້າງພູມຄຸ້ມກັນໃນຮ່າງກາຍຂອງເດັກເພື່ອຕ້ານຕໍ່ການລະ ບາດຂອງພະຍາດດັ່ງກ່າວ.

ພ້ອມນັ້ນກໍຈະໄດ້ສຸມໃສ່ສ້າງຄວາມເຂົ້າໃຈໃຫ້ພໍ່ແມ່ປະຊາຊົນໃຫ້ເຫັນໄດ້ຄວາມສໍາຄັນຂອງການສັກວັກຊີນກັນພະຍາດ ໂດຍການສືບຕໍ່ລົງໂຄສະນາສຸຂະສຶກສາໃຫ້ທົ່ວເຖິິງ ເປັນຕົ້ນແມ່ນເຂດທີ່ກາງໄກສອກຫຼີກບ່ອນ ເຂົ້າເຖິງຍາກ ປຸກລະດົມໃຫ້ສັງຄົມມີສ່ວນຮ່ວມນາຍຂຶ້ນ ເພື່ອເຮັດໃຫ້ການຈັດຕັັ້ງປະຕິບັດວຽກງານດັ່ງກ່າວມີປະສິດທິພາບ ແລະ ປະສິດທິຜົນສູງຂຶ້ນ ແນໃສ່ເພື່ອບັດລຸຕາມໂຕເລກແຜນການ.

ສໍາລັບການລົງເຄື່ອນໄຫວເກັບກໍາຂ່າວຂອງສື່ມວນຊົນຈາກສູນກາງໃນເທື່ອນີ້ ນໍາໂດຍ ສູນສະຖິຕິ ແລະ ຂ່າວສານສາທາລະນະສຸກ ກະຊວງສາທາລະສະສຸກ ໂດຍໄດ້ນັບການສະໜັບສະໜູນຈາກ ອົງການ UNICEF.

error: Content is protected !!