ເມືອງ​ເຊ​ບັ້ງ​ໄປ ເປັນ​ເຈົ້າ​ການ​ໃນ​ການ​ສັກ​ຢາ​ກັນ​ພະ​ຍາດ​ໝາກ​ແດງ​ນ້ອຍ-ໝາກ​ແດງ​ໃຫຍ່

ອົງ​ການ​ປົກ​ຄອງ​ເມືອງ​ເຊບັ້ງ​ໄຟ ສົມ​ທົບ​ກັບ​ບັນ​ດາ​ຫ້ອງ​ການ​ອ້ອມ​ຂ້າງ ອຳ​ນາດ​ການ​ປົກ​ຄອງ​ບ້ານ​ໃນ​ທົ່ວ​ເມືອງ ເອົາ​ໃຈ​ໃສ່​ໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ການ​ສັກ​ຢາ​ກັນ​ພະ​ຍາດ​ໝາກ​ແດງ​ນ້ອຍ ແລະ ໝາກ​ແດງ​ໃຫຍ່ ເພື່ອ​ໃຫ້ເດັກ​ໃນ​ເກນ​ອາ​ຍຸ​ໄດ້​ຮັບ​ວັກ​ຊີນ​ບັນ​ລຸ​ເປົ້າ​ 95% ຂຶ້ນ​ໄປ.

ທ່ານ ​ລົດ​ວິ​ໄລ ຈັນ​ທະ​ນຸ​ວົງ ຮອງເຈົ້າ​ເມືອງເຊບັ້ງ​ໄຟ ຜູ້​ຊີ້​ນຳ​ວຽກ​ງານ​ວັ​ດ​ທະ​ນະ​ທຳ-ສັງ​ຄົມ ໃຫ້​ສຳ​ພາດຕໍ່​ສື່ວມນ​ຊົນ​ຈາກ​ສູນ​ກາງ​ໃນ​ວັນ​ທີ 21 ພຶດ​ສະ​ພາ ຜ່ານ​ມາ​​ວ່າ: ເຊບັ້ງ​ໄຟ ໜຶ່ງ​ໃນ​ຈຳ​ນວນ 9 ຕົວ​ເມືອງ​ຂອງ​ແຂວງ​ຄຳ​ມ່ວນ ມີ​ເນື້ອ​ທີ່​ທັງ​ໝົດ 971 ກິ​ໂລ​ຕາ​ແມັດ ມີ 45 ບ້ານ ​ມີປະ​ຊາ​ກອນ​ທັງ​ໝົດກວ່າ 33.000 ຄົນ ໃນ​ໄລ​ຍະ​ຜ່ານ​ມາ ອົງ​ການ​ປົກ​ຄອງ​ເມ​ືອງ ໄດ້​ເອົາ​ໃຈ​ໃສ່​ຢ່າງ​ຕັ້ງ​​ໜ້າ​ຕໍ່​ວຽກ​ງານ​ສັກ​ຢາ​ກັນ​ພະ​ຍາດໝາກ​ແດງ​ນ້ອຍ-ໝາ​ກ​ແດງ​ໃຫຍ່ ໂດຍ​ໄດ້​ປະ​ສານ​ສົມ​ທົບ​ກັບ​ຫ້ອງ​ການ​ກ່​ຽວ​ຂ້ອງ ກໍ​ຄື ຫ້ອງ​ການ​ສາ​ທາ​ລະ​ນ​ະ​ສຸກ​ເມືອງ ໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ແຕ່​ລະ​ແຜນ​ງ​ານ ມາ​ຮອດ​ປັດ​ຈຸ​ບັນ​ແມ່ນ​ໄດ້​ສຸມ​ໃສ່​ແຜນ​ງານ​ປ້​ອງ​ກັນ ແລ​ະ ຄວບ​ຄຸມ​ພະ​ຍາດ​ຕິດ​ຕໍ່ ແລະ ສູ້​ຊົນ​ປະ​ຕິ​ບັດ​ຕາມ 11 ໂຕ​ຊີ້​ວັດ ແລະ ນັ້ນ​ກໍ​ແມ່ນ ​ການ​ປ້​ອງ​ກັນ ແລະ ຄວບ​ຄຸມ​ການ​ລະ​ບາດ​ຂອງ​ພະ​ຍາດ​ໃນ​ແຕ່​ລະ​ປີ.

ໃນ​ແຕ່​ລະ​ປີ ອົງ​ການ​ປົກ​ຄອງ​ໄດ້​ເຮັດ​ແຈ້ງ​ການ​ໃຫ້​ແຕ່​ລະ​ຫ້ອງ​ການອ້ອ​ມ​ຂ້າງ​ ຮາກ​ຖານ​ບ້ານ​ທົ່ວ​ເມືອງ ໃນ​ການ​ເກັບ​ກຳ​ຂໍ້​ມູ​ນ ເດັກ​ໃນ​ກຸ່ມ​ເປົ້າ​ໝາຍ​ສັກ​ຢາ​ກັນ​ພະ​ຍາດຢູ່​ໃນ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ຕົນ ເພື່ອ​ໃຫ້​ພໍ່​ແມ່ ​ຜູ້​ປົກ​ຄອງ ໄດ້​ນຳ​ເອົາ​ລູກຫຼານ​ຂອງ​ຕົນ​ໄປ​ສັກ​ຢາ​ກັນ​ພະ​ຍາດຢູ່​ຕາມ​ຈຸດ​ບໍ​ລິ​ການ​ ໂດຍ​ສະ​ເພາະ​ໂຮງ​ໝໍ​ເມືອງ ໂຮງ​ໝໍ​ນ້ອຍ​ແຫ່ງ​ຕ່າງໆ ສ່ວນ​ຄອບ​ຄົວ​ທີ່​ເຄື່ອນ​ໄຫວ​ເຮັດ​ວຽກ​ຢູ່​ບ້ານ​ອື່ນໆ ທາງ​ບ້ານ​ກໍ​ຈະ​ແຈ້ງ​ໃຫ້​ອຳ​ນາດ​ກາ​ນ​ປົກ​ຄອງ​ບ້ານ​ທີ່​ເຂົາ​ເຈົ້າ​ອາ​ໃສ​ຢູ່ ເພື່ອ​ໃຫ້​ເຂົາ​ເຈົ້າ​ໄດ້​ນຳ​ເອົາ​ລູກຫຼານ​ໄປ​ສັກ​ຢາ​ກັນ​ພະ​ຍາດ​ໃຫ້​ຄົບ​ຕາມ​ຈຳ​ນວນ.

ຜ່ານ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ໃນ​ໄລ​ຍະ​ຜ່ານ​ມາ ຖື​ວ່າ​ເມືອງ​ເຮົາ​ຍັງ​ປະ​ສົບ​ກັບ​ສິ່ງ​ທ້າ​ທາຍຫຼາຍ​ຢ່າງ ເຊິ່ງ​ສົ່ງ​ຜົ​ນ​ໃຫ້​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ວຽກ​ງານ​ດັ່ງ​ກ່າວ​ໃນ​ໄລ​ຍະ​ຜ່ານ​ມາ​ຍັງ​ບໍ່​ທັນ​ບັນ​ລຸ​ຕາມ​ແຜນ​ການ​ເຊັ່ນ: ໃນ​ປີ 2021 ວາງ​ຄາດ​ໝາຍ​ໄວ້ 95% ສາ​ມາດ​ປະ​ຕິ​ບັດ​ໄດ້​ພຽງ 80% ປີ 2022 ປະ​ຕິ​ບັດ​ໄດ້ 87% ສ່ວນ​ປີ 2023 ແມ່ນ​ສາ​ມາດ​ບັນ​ລຸ​ຕາມ​ຄາດ​ໝາຍ​ທີ່​ວາງ​ໄວ້.

ສຳ​ລັບ​ຂະ​ບວ​ນ​ສັກ​ຢາ​ກັນ​ພະ​ຍາດ​ໝາກ​ແດງ​ນ້ອຍ-ໝາກ​ແດງ​ໃຫ​ຍ່ ທີ່​ທົ່ວ​ແຂວງ​ໄດ້​ເປີດ​ຂະ​ບວນ​ການ​ຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ 20-30 ພຶດ​ສະ​ພາ 2024 ທາງ​ເມືອງ​ພວ​ກ​ເຮົາ​ກໍ​ໄດ້​ມີ​ການ​ກະ​ກຽມ​ໄວ​້​ເປັນ​ຢ່າງ​ດີ ໄດ້​ມີ​ການ​ແຕ່ງ​ຕັ້ງ​ຄະ​ນະ​ຮັບ​ຜິດ​ຊອບ ໄດ້​ຈັດ​ກ​ອງ​ປະ​ຊຸມ​ກັບ​ສູນ​ແມ່ ແລະ ເດັກ ແລະ ພ​າກ​ສ່ວນ​ທີ່​ກ່ຽວ​ຂ້ອງ ເພື່ອ​ປຶກ​ສາ​ຫາ​ລື​ໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ວຽກ​ງານ​ສັກ​ຢາ​ກັນ​ພະ​ຍາດ ຫຼັງ​ຈາກນັ້ນ​ກໍ​ໄດົ້ງ​ໂຄ​ສະ​ນາຜ່ານ​ສື່ມວນ​ຊົນ ລົງ​ສຸ​ຂະ​ສຶກ​ສາ​ຢູ່​ຮາກ​ຖານ​ບ້ານ ເພື່ອ​ເຮັດ​ໃຫ້​ພໍ່​ແມ່​ປ​ະ​ຊາ​ຊົນ​ໄດ້​ຮັບ​ຮູ້​ເຂົ້າ​ໃຈ​ກ່ຽວ​ກັບ​ຜົນ​ດີ​ຂອງ​ການ​ສັກ​ຢາ​ກັນ​ພະ​ຍາດ ຫຼັງ​ຈາກນັ້ນ​ພິ​ທີ​ເປີດ​ຂະ​ບວນ​ການ​ດັ່ງ​ກ່າ​ວ​ໃນ​ວັນ​ທີ 20 ພຶດ​ສະ​ພາ 2024 ​ທີ່​ໂຮມ​ໝໍ​ເມືອງ​ດັ່ງ​ກ່າວ ໂດຍ​ມີ​ພໍ່​ແມ​່​ຜູ້​ປົກ​ຄອງ​ໄດ້​ນຳ​ພາ​ລູກຫຼານ​​ເຂົ້າ​ມາ​ຮັບ​ວັກ​ຊີນ​ເປັນ​ຈຳ​ນວນຫຼາຍ.

ສ່ວນ​ການ​ບໍ​ລະ​ການ​ສັກ​ຢາ​ກັນ​ພະ​ຍາດ​ໝາກ​ແດ​ງ​ນ້ອຍ​ ແລະ ໝາກ​ແດງ​ໃຫຍ່ ພໍ່​ແມ່​ຜູ້​ປົກ​ຄອງ​ສາ​ມາດ​ນຳ​ພາ​ລູກຫຼານ​ໄປ​ສັກ​ຢາ​ຕາມ​ຈຸດ​ທີ່​ທາງ​ຄະ​ນະ​ຮັບ​ຜິດ​ຊອບ​ກຳ​ນົດ​ໄວ​້​ເຊັ່ນ: ໂຮງໝໍເມືອງ ໂຮງ​ໝໍ​ນ້​ອຍ ພ້ອມນັ້ນ​ກໍ​ຍັງ​ທີມ​ງານ​ເຄື່ອນ​ທີ່​ 10 ທີມ ໂດຍ​ຈະ​ລົງ​ເຄື່ອນ​ໄຫວ​ຕາມ​ຮາກ​ຖານ​ບ້ານເພື່ອ​ອຳ​ນວຍ​ຄວາມ​ສ​ະ​ດວກ​ໃຫ້​ກັບ​ພໍ່​ແມ່​ປະ​ຊາ​ຊົນ.

ເພື່ອ​ເຮັດ​ໃຫ​້​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ວຽກ​ງານ​ດັ່ງ​ກ່າວ​ບັນ​ລຸ​ໂຕ​ເລກ​ຄາດ​ໝາຍ​ທີ່​ວາງ​ໄວ້ ຂ້າ​ພະ​ເຈົ້າ​ຂໍ​ເຊີນ​ຊວນ​ພໍ່​ແມ່​ຜ​ຢູ້​ປ​ົກ​ຄອງ​ຕ້ອງ​ເປັນ​ເຈົ້າ​ການ​ນຳ​ພາດ​ລູກຫຼາຍ​ມາ​ສັກ​ຢາ​ກັນ​ພະ​ຍາດ ຕາ​ຈຸດ​ບໍ​ລິ​ການ​ຕ່າງໆ ແນ​ໃສ່​ເພື່ອ​ບັນ​ລຸ 95% ໃນ​ຈຳ​ນວນ​ກຸ່ມ​ເປົ້າ​ໝາຍ​ເດັກ​ອາ​ຍຸ​ນັບ​ແຕ່ 9 ເດ​ືອນ​ຂຶ້ນ​ໄປ​ຮອດ 5ປິ ຈຳ​ນວນ 2.375 ຄົນ​ ໃນ​ທົ່ວ​ເມືອງ.

error: Content is protected !!