ທ່ານ ໄຊປະເສີດ ພົງຊະນິດ ຫົວໜ້າພະແນກກຳມະການຕັດສິນ ທັງເປັນກຳມະການຕັດສິນ ຟີຟ່າ ກ່າວວ່າ: ມາຮອດປັດຈຸບັນ ທາງດ້ານກຳມະການຕັດສິນ ແມ່ນມີຄວາມພ້ອມເຕັມຮ້ອຍ ໃນການກະກຽມຕັດສິນການແຂ່ງຂັນບານເຕະເປບຊີ ລາວລີກ 1 ພາຍຫຼັງໃນອາທິດທີ່ຜ່ານມາ ໄດ້ມີການເຝີກອົບຮົມກຳມະການຕັດສິນ ແລະ ທົດສອບພາລະກຳລັງຂອງກຳມະການ ເຊິ່ງໃນປີນີ້ຈະໃຊ້ກຳມະການທັງໝົດ 34 ຄົນ ໃນນັ້ນ ມີກຳມະການຕັດສິນ 13 ຄົນ ແລະ ຜູ້ຊ່ວຍກຳມະການຕັດສິນ 21 ຄົນ ທີ່ມາຈາກຫຼາຍພາກສ່ວນເຊັ່ນ ສະຫະພັນບານເຕະແຫ່ງຊາດລາວ ກົມກີລາລະດັບສູງ ມຊ ຄະນະວິທະຍາສາດການກີລາ-ກາຍະກຳກະຊວງປ້ອງກັນຄວາມສະຫງົບ ກະຊວງປ້ອງກັນປະເທດ ພະແນກສຶກສາທິການ ແລະ ກີລາ ເມືອງໄຊເສດຖາ ວິທະຍາໄລພະລະສືກສາທົ່ງປົ່ງ ໂຄສະນາອົບຮົມສູນກາງພັກ ມສ ຈັນທະບູລີ ມສ ໂຊກນ້ອຍ ແຂວງສະຫວັນນະເຂດ ແຂວງວຽງຈັນ ແລະ ແຂວງຈຳປາສັກ ພິເສດໄປກວ່ານັ້ນ ໃນປີນີ້ ຍັງໃຊ້ຜູ້ຊ່ວຍກຳມະການຕັດສິນຍິງ ຟີຟ່າ ນາງ ພຸດສະຫວັນ ຈັນທະວົງ ເຊິ່ງເປັນຄັ້ງປະຫວັດສາດ ທີ່ມີຜູ້ຊ່ວຍກຳມະການຍິງ ເຂົ້າຮ່ວມຕັດສິນລາຍການລີກສູງສຸດຂອງປະເທດ ຂະນະທີ່ຜູ້ປະເມີນກຳມະການຕັດສິນແມ່ນໃຊ້ທັງໝົດ 5 ຄົນ.
ປີ 2020 ລາວເຮົາ ມີກຳມະການຕັດສິນຟີຟ່າ 3 ຄົນ ຜູ້ຊ່ວຍກຳມະການຕັດສິນຟີຟ່າ 6 ຄົນ ເປັນຍິງ 1 ຄົນ ແລະ ກຳມະການຕັດສິນຟີຟ່າຟຸດຊໍ 1 ຄົນ.
ການແຂ່ງຂັນກຳນົດຈະເປີດແຂ່ງຂັນຢ່າງເປັນທາງການໃນວັນທີ 11 ກໍລະກົດນີ້ ຈົນເຖິງວັນທີ 3 ຕຸລາ 2020 ໂດຍຮູບແບບການແຂ່ງຂັນແມ່ນແຂ່ງຂັນແບບໄປກັບຈະໃຊ້ 2 ສະໜາມຄື: ສະໜາມກີລາແຫ່ງຊາດຫຼັກ 16 ສະໜາມໃນ ແລະ ສະໜາມນອກ.
ສຳລັບການແຂ່ງຂັນອາທິດທຳອິດວັນທີ 11 ກໍລະກົດ 2020 ມີການແຂ່ງຂັນ 2 ຄູ່ ເວລາ 16:00 ສະໂມສອນ ມາສເຕີ້ ເຊເວັ້ນ ເອັຟຊີ ພົບ ສະໂມສອນ ລາວໂຕໂຢຕ້າ ເອັຟຊີ ແຂ່ງຂັນຢູ່ທີ່ສະໜາມກີລາແຫ່ງຊາດຫຼັກ 16 (ສະໜາມໃນ) ເວລາ 16:00 ສະໂມສອນ ຊ້າງນ້ອຍ ເອັຟຊີ ພົບ ສະໂມສອນ ເອສະຣາ ເອັຟຊີ ແຂ່ງຂັນຢູ່ທີ່ສະໜາມກີລາແຫ່ງຊາດຫຼັກ 16 (ສະໜາມນອກ) ວັນທີ 12 ກໍລະກົດ 2020 ມີການແຂ່ງຂັນ 1 ຄູ່ ເວລາ 16:00 ສະໂມສອນ ປກສ ເອັຟຊີ ພົບ ສະໂມສອນວຽງຈັນ ເອັຟຊີ ຈາກແຂວງວຽງຈັນ ແຂ່ງຂັນຢູ່ທີ່ສະໜາມກີລາແຫ່ງຊາດຫຼັກ 16 (ສະໜາມໃນ) ໂດຍທຸກໆນັດແມ່ນມີການຖ່າຍທອດສົດຜ່ານທາງ Mycujoo.
