ແຂວງຄໍາມ່ວນ ຕັ້ງເປົ້າໂຕເລກສັກຢາກັນໝາກແດງນ້ອຍ-ໝາກແດງໃຫຍ່ໃຫ້ບັນລຸ 95%

ແຂວງຄໍາມ່ວນເປີດຂະບວນການວັນສັກຢາແຫ່ງຊາດ(ວສຊ) ເພື່ອກຳຈັດພະຍາດໝາກແດງໃຫ່ຍ ແລະ ໝາກແດງນ້ອຍ ພ້ອມຕັ່ງເປົ້າໝາຍໃຫ້ບັນລຸ 95% ຂອງປຸ່ມເປົ້າໝາຍ.

ທ່ານ ປອ ແກ້ວອຸດອນ ບຸດສິງຂອນ ຮອງເຈົ້າແຂວງໆ ຄຳມ່ວນ ກ່າວໃນານໂຮມຊຸມນຸມພິທີເປີດຂະບວນການວັນສັກຢາແຫ່ງຊາດ(ວສຊ) ເພື່ອກຳຈັດພະຍາດໝາກແດງໃຫ່ຍ ແລະ ໝາກແດງນ້ອຍວ່າ: ເພື່ອປະຕິບັດນະໂຍບາຍຂອງກະຊວງສາທາລະ ນະສຸກ ກໍຄືນະໂຍບາຍຂອງພັກ ຖືເອົາວຽກ ງານປ້ອງກັນພະຍາດ ແລະ ສົ່ງເສີມສຸຂະພາບເປັນຕົ້ນຕໍ ແລະ ຖືເອົາວຽກງານປີ່ນປົວເປັນສໍາຄັນ ພະແນກສາທາລະນະສຸກ ຄະນະກໍາມະທິການເພື່ອແມ່ ແລະ ເດັກ ຮ່ວມກັບອົງການປົກຄອງຂັ້ນແຂວງ ຂັ້ນເມືອງ ຈື່ງໄດ້ເປີດຂະບວນການວັນສັກວັກຊີນກັນພະຍາດແຫ່ງຊາດຂື້ນ ເພື່ອກໍາຈັດພະຍາດໝາກແດງໃຫ່ຍ-ໝາກແດງນ້ອຍ ແລະ ເປັນການປຸກລະດົມຂົນຂວາຍ ທຸກພາກສ່ວນຂອງສັງຄົມ ທັງພາກລັດ ແລະ ເອກະຊົນໃນທົ່ວແຂວງ ຄຳມ່ວນ ໃຫ້ມີສ່ວນຮ່ວມ ຊຸກຍູ້ຂະບວນການວັນສັກຢາກັນພະຍາດແຫ່ງຊາດ (ວສຊ) ເພື່ອກໍາຈັດພະຍາດໝາກແດງໃຫ່ຍ ແລະ ໝາກແດງນ້ອຍ.

ສປປ ລາວ ມີປະຫວັດການເກີດລະບາດ ຂອງພະຍາດໝາກແດງ ໃນຫລາຍພື້ນທີ່ທົ່ວປະເທດ ເຊັ່ນປີ 2018 ເກີດການ ລະບາດພະຍາດໝາກແດງໃຫ່ຍ-ໝາກແດງນ້ອຍຢູ່ ເຂດທົ່ງນາມີ ເມືອງປາກກະດີງ ປີ 2019 ເກີດການລະບາດຢູ່ນະຄອນ ຫຼວງ ປີ 2020  ລະບາດຢູ່ແຂວງວຽງຈັນ  ຂົງເຂດອື່ນໆໃນທົ່ວປະເທດ ເພື່ອປ້ອງກັນການແພ່ລະບາດ ຂອງພະຍາດໝາກແດງໃຫຍ່ ແລະ ໝາກແດງນ້ອຍ ສາທາລະນະລັດປະຊາທິ ປະໄຕ ປະຊາຊົນລາວເຮົາກໍມີຄວາມ ຈຳເປັນຕ້ອງໄດ້ຈັດວັນສັກວັກຊີນຢ່າງເປັນຂະບວນການ ເຊິ່ງ ສປປ ລາວ ແມ່ນ 1 ໃນ 3 ປະເທດ ທີ່ມີແຜນຈັດຕັ້ງປະຕິບັດ ວັນສັກຢາກັນ ພະຍາດແຫ່ງຊາດ ປີ2024 (ມາເລເຊຍ ກໍາປູເຈຍ ແລະ ລາວ) ປະເທດລາວເຮົາເຄີຍຈັດວັນສັກວັກຊີນກັນພະຍາດແຫ່ງຊາດໝາກແດງໃຫ່ຍ-ໝາກແດງນ້ອຍເທື່ອສຸດທ້າຍ ປີ 2017.

ເພື່ອປະກອບສ່ວນອັນສໍາຄັນໃນການກໍາຈັດພະຍາດໝາກແດງໃຫ່ຍ-ໝາກແດງນ້ອຍ ຢູ່ໃນ ສປປ ລາວ ກໍຄື ແຂວງ ຄໍາມ່ວນ  ປີ 2022, 2023 ເຫັນວ່າອັດຕາການປົກຄຸມການສັກວັກຊີນກັນພະຍາດໝາກແດງຍັງບໍ່ບັນລຸເຖີງ 95% ເປັນຊ່ອງຫວ່າງອາດຈະເກີດການລະບາດຂອງພະຍາດນີ້ໄດ້. ສະນັ້ນແຂວງ ຄຳມ່ວນ ກໍຕ້ອງໄດ້ຈັດວັນໃຫ້ວັກຊີນກັນພະຍາດໝາກແດງໃຫ່ຍ-ໝາກແດງນ້ອຍ ລະຫວ່າງວັນທີ 20 ຫາ 30 ພຶດສະພາ 2024 ໃນກຸ່ມເປົ້າໝາຍເດັກອາຍຸ 9 ເດືອນຫາອາຍຸ 5 ປີ ຕົວຈິງ ທັງໝົດຈໍານວນ 31.985 ຄົນທົ່ວແຂວງ ໃຫ້ໄດ້ຮັບວັກຊີນ 95 ສ່ວນຮ້ອຍຂື້ນໄປ ໂດຍບໍ່ໄດ້ເສຍຄ່າ.

ທ່ານຮອງເຈົ້າແຂວງກ່າວຕື່ມວ່າ: ຂະບວນການສັກຢາໃນຄັ້ງນີ້ແມ່ນຈະໄດ້ນໍາເດີນໄປເຖິງວັນທີ 30 ພຶດສະພາ 2024 ຫລັງຈາກນັ້ນຈະໄດ້ທົບທວນຄືນການຈັດຕັ້ງ ແຕ່ຢ່າງໃດກໍຕາມ ກໍຈະສູ້ຊົນໃຫ້ບັນລຸ 95%.

ສະນັ້ນ ຈຶ່ງຂໍເຊີນຊວນ ພະນັກງານ ທະຫານ ຕໍາຫຼວດຊາວຄ້າຂາຍ ພໍ່ແມ່ປະຊາຊົນ ຊາວລາວ ແລະຊາວຕ່າງປະເທດທີ່ມີລູກອາຍຸ ໃນເກນທຸກຄົນອາໃສຢູ່ແຂວງ ຄຳມ່ວນ ຈົ່ງໄດ້ນໍາພາລູກໄປຮັບວັກຊີນຕາມວັນ ເວລາດັ່ງກ່າວໃນສະຖານທີ່ບໍລິການສຸກສາລາ ແລະ ເວລາທີມແພດລົງເຄື່ອນທີ່ໃຫ້ວັກຊີນດັ່ງກ່າວຢູ່ບ້ານທ່ານ.

ຂະບວນການວັກຢາດັ່ງກ່າວຈັດຂຶ້ນໃນັນທີ 20 ພຶດສະພາ 2024 ທີ່ ໂຮງຮຽນຄຳມ່ວນ-ກວງບິງ ເມືອງ ທ່າແຂກ ແຂວງ ຄຳມ່ວນ ໂດຍມີພາກສ່ວນກ່ຽວຂ້ອງ ແລະ ພໍ່ແມ່ປະຊາຊົນພ້ອມການນ້ອຍເຂົ້າຮ່ວມ ພ້ອມນັ້ນຍັງມີສື່ມວນຊົນຈາກສູນກາງ ທີ່ນໍາພາໂດຍສູນສະຖິຕິ ແລະ ຂ່າວສານສາທາລະນະສຸກ ກະຊວງສາທາລະນະສຸກ ສະໜັບສະໜູນໂດຍອົງການ Unicef.

error: Content is protected !!