ສະ​ຫະ​ລັດ​ອາ​ເອ​ຣິ​ກາ ສະ​ໜັບ​ສະ​ໜູນ ການ​ເປັນ​ປະ​ທານ​ອາ​ຊຽນຂອງ ສ​ປ​ປ ລາວ​

ສະ​ຫະ​ລັດ ອາ​ເມ​ຣິ​ກາ ພ້ອ​ມ​ທີ່​ຈະ​ໃຫ້​ການ​ສະ​ໜັບ​ສະ​ໜູນ​ການ​ເປັນ​​ພາ​ຄີ​ທັງ​ຢູ່​ໃນ​ພາກ​ພື້ນ ແລະ ສາ​ກົນ ລວມ​ເຖິງ​ໃຫ້​ກ​ານ​ສະ​ໜັບ​ສະ​ໜູນ​ຢ່າງ​ເຕັມ​ທີ​ໃນ​ການປະ​ທານອາ​ຊຽນ​ຂອງ ສ​ປ​ປ ລາວ ​ໃນ​ປີ 2024 ພາຍ​ໃຕ້​ຫົວ​ຂໍ້ “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງຂອງອາຊຽນ” ​ໃຫ້​ປະ​ສົບ​ຜົນ​ສຳ​ເລັດ.

ເອກອັກຄະລັດຖະທູດສະຫະລັດອາເມ​ຣິກາ ປະຈຳ ສປປ ລາວ ທ່ານ ນາງ ແຮັດເຕີ ວາເຣຍອາວາ ໄດ້​ໃຫ​້​ສ​ຳ​ພາດ​ຕໍ່​ສື່ມວນ​ຊົນ ໃນ​ໂອ​ກາດ​ທີ່​ທ່ານ​ໄດ້​ເຂົ້າ​ມາ​ດຳ​ລົງ​ຕຳ​ແໜ່ງ​ໃໝ່ ໃນ​ວັນ​ທີ 14 ພຶ​ດ​ສະ​ພາ 2024 ເຊິ່ງ​ທ່ານ​ໄດ້​ກ່າວ​ວ່າ: ຂ້າ​ພະ​ເຈົ້າ​ມີ​ຄວາມ​ຮູ້​ສຶກ​ພາກ​ພູມ​ໃຈ ທີ່​ໄດ້​ເປັນ​ຕົວ​ແທນ​ຂອງ ສ​ະ​ຫະ​ລັດ ອາ​ເມ​ຣິ​ກາ ມາ​ເປັນ​ເອກ​ອັກ​ຄະ​ລັດ​ຖ​ະ​ທ​ູ​ດ ປະ​ຈຳ ສ​ປ​ປ ລາວ ເພື່​ອ​ເປັນ​ການ​ສານ​ຕໍ່ເສີມ​ຂະ​ຫຍາຍການ​ເປັນ​ຄູ່​ຮ່ວມ​ມື​ແບບກວມ​ລວມ ຂ​ອງ​ສອງ​ປະ​ເທດ ສ​ປ​ປ ລາວ ແລະ ສະ​ຫະ​ລັ​ດ ອາ​ເມ​ຣິກ​າ ​ທີ່​ການ​ນຳ​ສອ​ງ​ຝ່າຍ​ໄດ້​ລົງ​ນາມ​ໃນ​ປີ 2016 ພ້​ອມນັ້​ນ ກໍ​ຍັງ​ເປັນ​ໄລ​ຍ​ະ​ທີ່ ສ​ປ​ປ ລາວ ເປັນ​ປະ​ທານ​ອາ​ຊຽນ ເຊິ່ງ ສ​ະ​ຫະ​ລັດ ອາ​ເມ​ຣິ​ກາ ກໍ​ພ້ອມ​ທີ່​ໃຫ້​ການ​ສະ​ໜັບ​ສະ​ໜູນ​ ເພື່ອສ້າງ​ເງື່ອນ​ໄຂ​ດ້ານ​ຕ່າງໆໃຫ້​ກັບ ສ​ປ​ປ ລາວ ປະ​ສົບ​ຜົນ​ສຳ​ເລັດ​ໃນ​ການ​ເປັນ​ປະ​ທານ​ອາ​ຊຽນ ​ແນ​ເປັນ​ການ​ຍົກ​ບົດ​ບາດ​ຂອງ ສ​ປ​ປ ລາວ ໃນ​ປະ​ຊາ​ຄົມ​ອ​າ​ຊ​ຽນ.

ທ່ານ ນາງ ແຮັດເຕີ ວາເຣຍອາວາ ກ່າວ​ວ່າ: ອາ​ຊຽນ ແມ່ນ​ເປັນ​ປັດ​ໄຈຫຼັກ ໃນ​ການ​ຮ່ວມ​ມື​ລະ​ຫວ່າງ ສ​ະ​ຫະ​ລັດ ອາ​ເມ​ຣິ​ກາ ແລະ ບັນ​ດາ​ປະ​ເທດ​ໃນ​ພາກ​ພື້ນ ດ້ວຍ​ຈຳ​ນວນ​ປະ​ກ​ອນ ແລະ ເງື່ອນ​ໄງ​ດ​້ານ​ຕ່າງໆ ຈະ​ເຮັດ​ໃຫ້ ອາຊຽນ ເປັນ​ກຳ​ລັງ​ຂັບ​ເຄື່ອນ​ດ້ານ​ເສດ​ຖະ​ກິດ​ທີ່​ສຳ​ຄັນ ທີ່​ຈະ​ສ້າ​ງ​ຄວາມ​ສົມ​ບູນ​ພູນ​ສຸກ​ໃຫ​້​ກັບ​ພາກ​ພື້ນ ຈາກ​ຄວາມ​ສຳ​ຄັນ​ດັ່ງ​ກ່າວ ສ​ະ​ຫະ​ລັດ ອາ​ເມ​ຣິ​ກາ ໄດ້​ມີ​ການ​ຮ່ວມ​ມື​ກັບ ອາ​ຊຽນ ຫຼາຍໆ​ຂົງ​ເຂດ​ເຊັ່ນ: ສິ່ງ​ແວດ​ລ້ອມ ເສດ​ຖະ​ກິດ​ດີ​ຈີ​ຕອລ ການ​ຊ່ວ​ຍ ເຫຼືອ​ດ້ານ​ມະ​ນຸດ​ສະ​ທຳ ແລະ ອື່ນໆ ເຊິ່ງ​ການ​ຮ່ວມ​ມື​ດັ່ງ​ກ່າວນັ້ນ​ຈະ​ສາ​ມາດ​ສ້າງ​ຜົນ​ປະ​ໂຫຍກ​ດ້ານ​ຕ່າງໆ ​ເພື່ອ​ສ້າງໃຫ້​  ພາ​ກ​ພື້ນ ກໍ​ຄື ບັນ​ດາ​ປະ​ເທດ​ສະ​ມາ​ຊິກໃຫ້​ມີ​ຄວາ​ມ​ເຂັ້ມ​ແຂງ.

ສຳ​ລັບ​ການ​ຮ່ວມ​ມື​ໃນ​ໄລ​ຍະ​ທີ່ ສ​ປ​ປ ລາວ ເປັນ​ປະ​ທານ​ອາ​ຊຽນ ທ່ານເອກອັກຄະລັດຖະທູດສະຫະລັດອາເມ​ຣິກາ ກ່າວ​ວ່າ: ການ​ຮ່ວມ​ມື​ໃນ​ໄລ​ຍະ​ການ​ເປັນ​ປະ​ທານ​ອາ​ຊຽນ​ຂອງ ສ​ປ​ປ​ ລາວ ທາງ ສະຫະລັດ ອາເມ​ຣິກາ ໄດ້​ໃຫ້​ການ​ສະ​ໜັບ​ສະ​ໜ​ູນ​ດ້ານ​ຕ່າງໆ ທີ່​ລວມ​ເຖິງ​ການ​ສະ​ໜອງ​ຄອມ​ພິ​ວ​ເຕີ​ແລັບ​ທ໋ອບ ແລະ ອຸ​ປະ​ກອນ​ຕ່າງ​ໆ ເພື່ອ​ນຳ​ໃຊ້​​ເຂົ້າ​​​ໃນ ວຽກ​ງານ​ບໍ​ລິ​ຫານ​ໃນ​ໄລ​ຍະ​ການ​ເປັນ​ປະ​ທານ​ອາ​ຊຽນ ພ້ອມນັ້​ນກ​ໍ​ຈະ​ມີ​ການ​ເດີນ​ທາງ​ມາ​ຢ້ຽ​ມ​ຢາມ ແລະ ເຮັດ​ວຽກ​ ຢູ່ ສ​ປ​ປ ລາວ ​ຂອງ​ຄະ​ນະ​ຜູ້​ແທນຂັ້ນ​ຕ່າງໆ​ຂອງ ສະຫະລັດ ອາເມ​ຣິກາ ແລະ ຍັງ​ຈະ​ມີ​ການ​ຈັດ​ກອງ​ປະ​ຊຸມ​ຕ່າງໆ​ລະ​ຫວ່າງ ສອງ​ຝ່າຍ ເພື່ອ​ເປັນ​ການ​ເສີມ​ຂະ​ຫຍາຍ​ການ​ຮ່ວມ​ມື​ລະ​ຫວ່າງສ​ອງ​ປະ​ເທດ.

error: Content is protected !!