ຮອງເຈົ້າຄອງລົງຊຸກຍູ້ວຽກງານຂະແໜງພະລັງງານ-ບໍ່ແຮ່

ວັນທີ 16 ພຶດສະພາ 2024 ທ່ານ ສີລິລາດທົງສິນ ທອງເພັງ ຮອງເຈົ້າຄອງນະຄອນຫຼວງວຽງຈັນ (ນວ) ຜູ້ຊີ້ນໍາຂົງເຂດວຽກງານເສດຖະກິດພ້ອມຄະນະຕິດຕາມປະກອບມີບັນດາຫົວໜ້າຮອງຫົວໜ້າພະແນກ ແລະ ຫ້ອງການຂົງເຂດເສດຖະກິດ ອ້ອມຂ້າງ ນວ ໄດ້ລົງຢ້ຽມຢາມ ແລະ ຊຸກຍູ້ວຽກງານຂອງພະແນກພະລັງງານ ແລະ ບໍ່ແຮ່ (ພບ) ນວ ຖືກຕ້ອນຮັບໂດຍທ່ານ ເສີມຄຳ ທຸມມະວົງສາ ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ ນວ ພ້ອມດ້ວຍຮອງຫົວໜ້າພະແນກ ຫົວໜ້າຮອງຫົວໜ້າຂະແໜງ ຫ້ອງການພະລັງງານ ແລະ ບໍ່ແຮ່ເມືອງ ແລະ ພະນັກງານພາຍໃນພະແນກ ພບ.

ທ່ານ ເສີມຄໍາ ທຸມມະວົງສາ ໄດ້ຂຶ້ນລາຍງານການຈັດຕັ້ງປະຕິບັດວຽກງານພົ້ນເດັ່ນຂົງແຂກ ພບ ໃນ 1 ປີຜ່ານມາ ແລະ ທິດ ທາງແຜນການຕໍ່ໜ້າຄື:ວຽກງານພະລັງງານໄດ້ເອົາໃຈໃສ່ຄຸ້ມຄອງ ຕິດຕາມ ແລະ ກວດກາບັນດາຫົວໜ່ວຍທຸລະກິດທີ່ເຄື່ອນ ໄຫວກິດຈະການດ້ານໄຟຟ້າໃນ ນວ ປີ 2023 ໄດ້ຄົ້ນຄວ້າອອກອະນຸຍາດໄດ້ທັງໝົດ 47 ຫົວໜ່ວຍ ໃນນີ້ເປັນການອອກອະນຸ ຍາດໃໝ່ 7 ຫົວໜ່ວຍ ແລະ ຂໍຕໍ່ອະນຸຍາດ 40 ຫົວໜ່ວຍ ອະນຸຍາດໃຫ້ບໍລິສັດຕ່າງແຂວງເຂົ້າມາເຄື່ອນໄຫວ 5 ຫົວໜ່ວຍ ຊຸກຍູ້ໃຫ້ບັນດາຫົວໜ່ວຍທຸລະກິດປະຕິບັດພັນທະອາກອນເຂົ້າລັດ 11,27 ຕື້ກີບ ເອົາໃຈໃສ່ຊຸກຍູ້ຕິດຕາມໂຄງການກໍ່ສ້າງ ແລະ ຕິດຕັ້ງລະບົບສາຍສົ່ງໄຟຟ້າແຮງສູງທີ່ຜ່ານ ນວ 5 ໂຄງການ.

ສ່ວນວຽກງານທໍລະນີ-ບໍ່ແຮ່ ໃນ 1 ປີຜ່ານມາສາມາດຄົ້ນຄວ້າອອກອະນຸຍາດ 11 ຫົວໜ່ວຍ ໄດ້ຊຸກຍູ້ຕິດຕາມກວດກາໂຄງ ການຊອກຄົ້ນສໍາຫຼວດ ຂຸດຄົ້ນ ປຸງແຕ່ງແຮ່ທາດຕ່າງໆທີ່ຂັ້ນ ນວ ຄຸ້ມຄອງຕິດຕາມໃຫ້ເຄື່ອນໄຫວຖືກຕ້ອງຕາມສັນຍາ ຕິດ ຕາມ ແລະ ກວດກາການລັກລອບຂຸດຄົ້ນແຮ່ທາດຊະຊາຍ(ບໍ່ມີໃບອະນຸຍາດ) ນອກນີ້ຍັງໄດ້ລາຍງານແຜນພັດທະນາວຽກ ງານ ພບ ປີ 2024 ບັນຫາຂໍ້ຫຍຸ້ງຍາກໃນການ ຈັດຕັ້ງປະຕິບັດວຽກງານຜ່ານມາ ແລະ ຂໍ້ສະເໜີໃຫ້ຂັ້ນເທິງແກ້ໄຂໃນຕໍ່ໜ້າຈຳນວນໜຶ່ງຕື່ມອີກ.

ຈາກນັ້ນທ່ານຮອງເຈົ້າຄອງ ນວ ໄດ້ໂອ້ລົມໂດຍໄດ້ເນັ້ນໃຫ້ປັບປຸງແກ້ໄຂດ້ານອ່ອນຂໍ້ຄົງຄ້າງທີ່ພາໃຫ້ເກີດເປັນບັນຫາທີ່ຄຸມເຄືອແກ່ຍາວໃນຜ່ານມາໃຫ້ໄດ້ຮັບການແກ້ໄຂຢ່າງມີລັກສະນະວິທະຍາສາດສອດຄ່ອງກັບລະບຽບກົດໝາຍ ມີຄວາມວ່ອງໄວ ໂປງໃສ ແລະ ມີປະສິດທິຜົນສູງຂຶ້ນກວ່າເກົ່າ ແກ້ໄຂຄວາມບໍ່ເປັນລະ ບຽບຮຽບຮ້ອຍຊຸມສາຍໄຟຟ້າ ສາຍໂທລະຄົມມະນາຄົມ ສາຍໂທລະສັບ ແລະ ສາຍອື່ນໆ ມອບໃຫ້ບັນດາບໍລິສັດໂທລະຄົມມະນາຄົມ ແລະ ທຸກພາກສ່ວນທີ່ມີສາຍໂທລະຄົມມະນາຄົມ (ສາຍໂທລະສັບ ໂທລະພາບ ອິນເຕີເນັດ) ທີ່ເກາະຫ້ອຍຢູ່ຕາມເສົາໄຟຮີບຮ້ອນດຳການຈັດສັນຊຸມສາຍໄຟຟ້າ ສາຍໂທລະຄົມມະນາຄົມ ສາຍອິນເຕີເນັດ ສາຍໂທລະພາບທີ່ຕົນເອງຮັບຜິດຊອບທີ່ເກາະຫ້ອຍຢູ່ຕາມເສົາໄຟຟ້າ ນວ ໃຫ້ໄດ້ມາດຕະ ຖານເຕັກນິກ ມີຄວາມເປັນລະບຽບຮຽບຮ້ອຍ ແລະ ຮັບປະກັນຄວາມປອດໄພ ເປັນເຈົ້າການຄຸ້ມຄອງ ຕິດ ຕາມຊຸກຍູ້ກວດກາ ແລະ ດຳເນີນມາດຕະການຕາມລະບຽບກົດໝາຍທີ່ກ່ຽວຂ້ອງ ຕໍ່ຝ່າຍຄຸ້ມຄອງລະບົບໄຟ ຟ້າດ້ວຍການກ່າວເຕືອນ ປັບໄໝ ສັ່ງຮື້ຖອນ ຫາກບໍ່ຮັບຜິດຊອບຄຸ້ມຄອງເສົາໄຟຟ້າທີ່ເປັນຊັບສິນຂອງຕົນ ປະປ່ອຍໃຫ້ບຸກຄົນ ນິຕິບຸກຄົນ ແລະ ການຈັດຕັ້ງ ຕິດຕັ້ງສາຍໄຟຟ້າ ແລະ ສາຍໂທລະຄົມມະນາຄົມສາຍ ອື່ນໆ ໂດຍບໍ່ມີການກວດກາ ຄຸ້ມຄອງຢ່າງຫັດກຸມ ແລະ ຖືກ ຕ້ອງຕາມມາດຕະຖານເຕັກ ນິກ ສືບຕໍ່ປັບປຸງຂອດການຄົ້ນຄວ້າການອະນຸຍາດໃນການດໍາເນີນທຸລະກິດດ້ານນີ້ໃຫ້ເຄັ່ງຄັດ ເຂັ້ມງວດ ໂປ່ງໃສ ແລະ ສອດຄ່ອງກັບກົດໝາຍ ແບ່ງຂັ້ນຄຸ້ມຄອງໃຫ້ຖືກຕ້ອງມີປະສິດທິຜົນ ແກ້ໄຂປາກົດການຫຍໍ້ທໍ້ຕ່າງໆ ໃນຂະແໜງການບໍ່ແຮ່ໃຫ້ຫຼຸດລົງຢ່າງຈະແຈ້ງ ເພີ່ມທະວີວຽກງານກວດກາຄືນການອະນຸມັດໂຄງການຂຸດຄົ້ນແຮ່ທາດແຕ່ລະປະເພແຕ່ລະບ່ອນຂອງແຕ່ລະບໍລິສັດ ກວດຄືນສັນຍາສໍາປະທານການປະຕິບັດພັນ ທະສັນຍາເພື່ອຈະປັບປຸງໃຫ້ມີຄວາມຊັດເຈນ ມີການປະຕິບັດທີ່ຖືກຕ້ອງ ເຂັ້ມງວດ ເອົາໃຈໃສ່ກ່ຽວກັບຜົນກ ະທົບຕໍ່ສິ່ງແວດລ້ອມ-ສັງຄົມ ຊຸກຍູ້ໃຫ້ບັນດາຫົວໜ່ວຍທຸລະກິດເຂົ້າຮ່ວມປະກອບສ່ວນພັດທະນາພື້ນຖານໂຄງລ່າງ ແລະ ພັດທະນາການສຶກສາຢູ່ທ້ອງຖິ່ນໃຫ້ຫຼາຍຂຶ້ນ.

error: Content is protected !!