ນວ ທາບທາມຮ່າງຂໍ້ຕົກລົງເຈົ້າຄອງວ່າດ້ວຍກອງທຶນຄຸ້ມຄອງໄພພິບັດ

ກອງປະຊຸມເປີດກວ້າງເພື່ອທາບທາມຮ່າງຂໍ້ຕົກລົງເຈົ້າຄອງນະຄອນຫຼວງວຽງຈັນ ວ່າດ້ວຍກອງທຶນຄຸ້ມຄອງໄພພິບັດ ນະ ຄອນຫຼວງວຽງຈັນ (ນວ) ຈັດຂຶ້ນວັນທີ 14 ພຶດສະພາ 2024​ ຢູ່ສຳນັກງານອົງການປົກຄອງ ນວ ໂດຍເປັນປະທານຂອງ ທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງ ປະທານຄະນະກຳມະການຄຸ້ມຄອງໄພພິບັດ ນວ ມີ ທ່ານ ສາລະພິດ ສູນວໍລະວົງ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມ ຮອງປະທານຜູ້ປະຈຳການຄະນະກຳມະການຄຸ້ມຄອງໄພພິບັດ ນວ ຄະນະພະແນກ  ຕາງໜ້າຈາກບັນດາເມືອງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. 

ທ່ານ ພູວົງ ວົງຄຳຊາວ ກ່າວວ່າ: ວຽກງານຄຸ້ມຄອງໄພພິບັດ ແມ່ນໜ້າທີ່ຂອງພົນລະເມືອງລາວ ທຸກຄົນໃນສັງຄົມຕ້ອງມີພັນທະໃນການຈໍາກັດ ແລະ ສະກັດກັ້ນໄພພິບັດດ້ວຍການຕິດຕາມ ລາຍງານສະພາບຄວາມສ່ຽງໄພພິບັດ ແລະ ມີສ່ວນຮ່ວມໃນການກຽມພ້ອມຕອບໂຕ້ ຫຼຸດຜ່ອນຄວາມເສຍຫາຍ ລວມທັງໃຫ້ການຊ່ວຍເຫຼືອ ບັນເທົາທຸກ ແລະ ການຟື້ນຟູຫຼັງໄພພິບັດ ພ້ອມທັງປະກອບສ່ວນເຂົ້າໃນກອງທຶນຄຸ້ມຄອງໄພພິບັດໃຫ້ຫຼາຍຂຶ້ນ ໄລຍະຜ່ານມາເຫດການໄພພິບັດທີ່ເກີດຂຶ້ນຢູ່ ນວ ສ່ວນຫຼາຍມີສາເຫດເກີດຈາກຝົນຕົກໜັກເຮັດໃຫ້ນໍ້າຖ້ວມຂັງ ນໍ້າຖ້ວມຊຸ ດິນເຊາະເຈື່ອນ ລົມພະຍຸພັດ ໄຟໄໝ້ເຮືອນ ໄຟໄໝ້ປ່າ ແລະ ອື່ນໆ ອັນໄດ້ສ້າງຜົນກະທົບ ແລະ ຜົນເສຍຫາຍຕໍ່ກັບຊີວິດ ຊັບສິນຂອງລັດ ແລະ ຂອງປະຊາຊົນບັນດາເຜົ່າໃນ ນວ ຄຽງຄູ່ກັນນີ້ການແກ້ໄຂສຸກເສີນໄລຍະຜ່ານມາແມ່ນຍັງມີຄວາມຫຍຸ້ງຍາກສັບສົນ ເນື່ອງຈາກບໍ່ທັນມີກອງທຶນຄຸ້ມຄອງໄພພິບັດເຂົ້າໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວຢ່າງເປັນລະບົບ  ເພື່ອຈັດຕັ້ງຜັນຂະຫຍາຍບັນດາກົດໝາຍ ນິຕິກໍາລຸ່ມກົດໝາຍ ເປັນຕົ້ນກົດໝາຍສະບັບເລກທີ 71/ສພຊ ວ່າດ້ວຍການຄຸ້ມຄອງໄພພິບັດ ດໍາລັດສະບັບເລກທີ 631/ລບ ວ່າດ້ວຍກອງທຶນຄຸ້ມຄອງໄພພິບັດ ເຈົ້າຄອງ ນວ ຈຶ່ງໄດ້ອອກຂໍ້ຕົກລົງແຕ່ງຕັ້ງຄະນະຮັບຜິດຊອບຮ່າງເນື້ອໃນສ້າງຕັ້ງກອງທຶນຄຸ້ມຄອງໄພພິບັດ ນວ  ມາຮອດປັດຈຸບັນຮ່າງຂໍ້ຕົກລົງດັ່ງກ່າວແມ່ນໄດ້ສໍາເລັດໂດຍພື້ນຖານ ເຊິ່ງປະກອບມີ  8 ໝວດ 29 ມາດຕາ ດັ່ງນັ້ນເພື່ອເຮັດໃຫ້ຮ່າງຂໍ້ຕົກລົງສະບັບນີ້ ມີເນື້ອໃນຄົບຖ້ວນສົມບູນ ສອດຄ່ອງຕາມລະບຽບກົດໝາຍ ຈຶ່ງຮຽກຮ້ອງມາຍັງຜູ້ເຂົ້າຮ່ວມ ຈົ່ງພ້ອມກັນປະກອບຄຳຄິດເຫັນແລກປ່ຽນເຂົ້າໃນເນື້ອໃນຂອງຮ່າງຂໍ້ຕົກລົງໃຫ້ເລີກເຊິ່ງ.

ຖ້າຮ່າງຂໍ້ຕົກລົງສະບັບນີ້ ໄດ້ຖືກຮັບຮອງ ແລະ ປະກາດໃຊ້ຢ່າງເປັນທາງການ ຈະເຮັດໃຫ້ການຄຸ້ມຄອງລັດ ຄຸ້ມຄອງສັງຄົມ ໄປຕາມລະບົບກົດໝາຍ ທັງຈະກາຍເປັນເຄື່ອງມືທີ່ສຳຄັນໃຫ້ແກ່ນະຄອນຫຼວງວຽງຈັນ ໃນການຈັດຕັ້ງປະຕິບັດວຽກງານປ້ອງກັນ ແລະ ຄຸ້ມຄອງໄພພິບັດ ຮັບປະກັນ ໃຫ້ມີງົບປະມານໃນການປ້ອງກັນ ແລະ ການຫຼຸດຜ່ອນຄວາມສ່ຽງຈາກໄພພິບັດ ການປະຕິບັດການສຸກເສີນເພື່ອສາມາດຊອກຄົ້ນ ຄົ້ນຫາ ແລະ ກູ້ໄພເອົາຊີວິດ ແລະ ຊັບສິນຂອງລັດ ແລະ ຂອງປະຊາຊົນທັນເວລາ ສາມາດສະໜອງການຊ່ວຍເຫຼືອບັນເທົາທຸກແກ່ຜູ້ປະສົບໄພພິບັດ ເຊັ່ນ: ການຊ່ວຍເຫຼືອສຸກເສີນດ້ານທີ່ຢູ່ອາໄສຊົ່ວຄາວ ອາຫານ ນໍ້າດື່ມ ນໍ້າໃຊ້ ການບໍລິການແພດສຸກເສີນ​ ເຄື່ອງນຸ່ງຫົ່ມ ການສ້າງຕັ້ງສູນບັນຊາການສຸກເສີນບ່ອນເກີດໄພພິບັດ ແລະ ອື່ນໆ.

error: Content is protected !!