ຮ່ວມມືພັດທະນາເພື່ອການລົງທຶນ ໃນຂະແໜງພະລັງງານຢູ່ລາວ

ພິທີເຊັນສັນຍາຮ່ວມມືການພັດທະນາເພື່ອການລົງທຶນໃນຂະແໜງການພະລັງງານລະຫວ່າງລັດຖະບານລາວ ຕາງໜ້າໂດຍກະຊວງການເງິນ ແລະ ບໍລິສັດ ພະລັງງານບໍລິສຸດ ຈຳກັດ ມະຫາຊົນ (EA) ແຫ່ງປະເທດໄທ ຈັດຂຶ້ນວັນທີ 13 ພຶດສະພາ 2024 ທີ່ນະຄອນຫຼວງວຽງຈັນ ຮ່ວມລົງນາມລະຫວ່າງ ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ແລະ ທ່ານ ສົມໂພດ ອະຫຸໄນ  ປະທານບໍລິສັດ ພະລັງງານສະອາດ ຈຳກັດ ມະຫາຊົນ ມີ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະ ມົນຕີ ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ບັນດາລັດຖະມົນຕີ ຜູ້ວ່າການທະນາຄານແຫ່ງ ສປປ ລາວ ຫົວໜ້າຮອງຫົວໜ້າກົມ ແລະ ພາກສ່ວນກ່ຽວຂ້ອງສອງຝ່າຍເຂົ້າຮ່ວມ.

ການຮ່ວມມືຄັ້ງນີ້ສອງຝ່າຍໄດ້ສ້າງຕັ້ງບໍລິສັດຮ່ວມທຶນຊຸບເປີໂຮນດິງ ເພື່ອບໍລິຫານພະລັງງານໄຟຟ້າຈາກພະລັງງານສະອາດແບບລວມສູນ ເພື່ອເປັນສູນກາງການຈັດຈຳໜ່າຍ ແລະ ບໍລິຫານພະລັງງານສະອາດຢ່າງຄົບວົງຈອນ ສົ່ງເສີມການນຳໃຊ້ຍານຍົນໄຟຟ້າ ເພີ່ມທ່າແຮງໃຫ້ປະເທດ ຟື້ນຟູທຶນສຳຮອງຕັ້ງເປົ້າ   ໝາຍພາຍໃນ 3 ປີເພີ່ມລາຍຮັບຄ່າໄຟຟ້າ ຫຼຸດຜ່ອນພາລະການນໍາເຂົ້ານໍ້າມັນດິບ ພັດທະນາໂຄງການເກັບຮັກສາພະລັງງານໄຟຟ້າ ສະໜອງການແກ້ໄຂ EV ລົງທຶນໃນພະລັງງານທົດແທນເພີ່ມເຕີມ ເຂົ້າຮ່ວມການຊຸກຍູ້ເປົ້າໝາຍຍຸດທະສາດແຫ່ງຊາດຂອງ“ໝໍ້ໄຟອາຊີ” ເລີ່ມສ້າງສູນການກາງຈໍາໜ່າຍ ແລະ ບໍລິຫານພະລັງງານສະອາດຢ່າງຄົບວົງຈອນໃນທົ່ວປະເທດ  ສົ່ງເສີມການນຳໃຊ້ເຕັກໂນໂລຊີລົດໄຟຟ້າ ແລະ ສ້າງມູນຄ່າເພີ່ມໃຫ້ປະເທດເພີ່ມທະວີຄວາມສາມາດແຂ່ງຂັນ ແລະ ແກ້ໄຂບັນຫາເສດຖະກິດຂອງປະເທດໃຫ້ມີຄວາມໝັ້ນຄົງໃນໄລຍະຍາວ

ພາລະກິດຫຼັກກຂອງການສ້າງຕັ້ງບໍລິສັດ Super Holding ເພື່ອເປັນບໍລິສັດທີ່ບໍລິຫານຈັດການພະລັງງານສະອາດໃນປະ ເທດຢ່າງຄົບວົງຈອນ ທັງການບໍລິຫານຈັດການຊັບສິນບໍລິຫານການຈັດຈຳໜ່າຍພະລັງງານຢູ່ຕ່າງປະເທດ ແລະ ເປັນບໍລິສັດຫຼັກທີ່ຈະໃຊ້ເຂົ້າໃນການລົງທຶນໃນທຸລະກິດພະລັງງານສະອາດຂອງປະ ເທດ ຫຼື ທຸລະກິດອື່ນທີ່ກ່ຽວຂ້ອງໃນອະນາຄົດ ໂດຍ ສປປ ລາວ ຮັກຍັງຄົງຮັກສາການຖືຫຸ້ນສ່ວນໃຫຍ່  ແລະ ຈະໃຫ້ສິດໃນການບໍລິຫານໂດຍມືອາຊີບ ສົ່ງຜົນໃຫ້ເກີດການປະຕິ ຮູບພື້ນຖານເສດຖະກິດສູ້ການເພິ່ງຕົນເອງໄດ້ ເພື່ອເປັນການຂັບເຄື່ອນພະລັງງານສະອາດ ແລະ ສ້າງການເຕີບໂຕທາງດ້ານເສດ ຖະກິດແບບຍືນຍົງໃນລາວ.

ໃນໄລຍະທໍາອິດບໍລິສັດຈະໄດ້ຮັບໂອນໂຄງການເຂື່ອນຕ່າງໆເຂົ້າມາບໍລິຫານຈັດການພາຍໃຕ້ບໍລິ ສັດກວ່າ 7 GW ແລະ ຈະເປັນຕົວແທນໃນການບໍລິຫານຈັດການໂຄງການພະລັງງານທົດແທນ ແລະ ການສົ່ງອອກພະລັງງານໄຟຟ້າທັງໝົດ ໂດຍບໍລິສັດຈະໄດ້ຮັບໄລຍະເວລາສໍາປະທານຕື່ມອີກ 25 ປີ ທັງນີ້ລັດຖະບານຈະສະໜັບສະໜູນການນໍາໃຊ້ຍານພາຫະນະໄຟຟ້າເພື່ອຫຼຸດຜ່ອນການນໍາເຂົ້ານໍ້າມັນດິບຂອງປະເທດຄຽງຄູ່ກັບການໃຫ້ສິດ EA ໃນການບໍລິຫານຈັດການບໍລິສັດ   ການລະດົມທຶນໂດຍ EA ມີຈຸດ ປະ ສົງເພື່ອລະດົມທຶນເປັນມູນຄ່າທັງໝົດ 1 ຕື້ໂດລາສະຫະລັດ  ເພື່ອຟື້ນຟູທຶນສຳຮອງລະຫວ່າງປະ ເທດ  ຫຼຸດຜ່ອນໜີ້ສິນ ເພີ່ມມູນຄ່າຂອງເງິນກີບ ແລະ ເພີ່ມທະວີຄວາມເຊື່ອໝັ້ນຂອງນັກລົງທຶນໃນໄລຍະກາງ  2-3 ປີ ຈະສ້າງບັນດາໂຄງການທີ່ມີມູນຄ່າເພີ່ມຄືລະບົບເກັບຮັກສາພະລັງງານແສງຕາເວັນ Floating  ແລະ ປັບປຸງປະສິດທິພາບຂອງໂຄງການຕ່າງໆ ຂະຫຍາຍຕະຫຼາດສົ່ງອອກໄຟຟ້າຂອງລາວສະໜັບສະໜູນການນຳໃຊ້ຍານພາຫະນະໄຟຟ້າໃນປະເທດລາວ ພ້ອມກັບການຂະຫຍາຍສະຖານີສາກໄຟໃຫ້ກວມເອົາທົ່ວປະເທດ ເພື່ອເພີ່ມລາຍຮັບໃຫ້ປະເທດລາວ ແລະ ຫຼຸດຜ່ອນການນໍາເຂົ້ານໍ້າມັນໂດຍ EA ຈະເປັນຜູ້ບໍລິຫານຫຼັກ ແລະ ເຮັດວຽກກັບລັດຖະບານລາວ.

error: Content is protected !!