ບັນດາປະເທດອາຊຽນ ຫາລືການເຂົ້າເຖິງຄຸນນະພາບຂອງການດູແລ ແລະ ການສຶກສາເດັກກ່ອນໄວຮຽນ

ກອງປະຊຸມພາກພື້ນອາຊີຕາເວັນອອກສ່ຽງໃຕ້ກ່ຽວກັບການຮັບປະກັນການເຂົ້າເຖິງຄຸນນະພາບຂອງການດູແລ ແລະ ການສຶກສາເດັກກ່ອນໄວຮຽນ ຈັດຂຶ້ວັນທີ 14 ພຶດສະພາ 2024 ທີ່ໂຮງແຮມແລນມາກ ເປັນປະທານຂອງ ທ່ານ ນາງ ສີພາພອນ ມະນີວົງ ຫົວໜ້າກົມການສຶກສາກ່ອນໄວຮຽນ ກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ ທ່ານ ໂຣເຈີ ຢັບ ຈາວ ຜູ້ຊ່ວຍຜູ້ອໍານວຍການ ຫົວໜ້າພະແນກການສຶກສາ ຊາວໜຸ່ມ ແລະ ກີລາ ກອງເລຂາອາຊຽນ ບັນດາຫົວໜ້າຄະນະຜູ້ແທນປະເທດສະມາຊິກອາຊຽນ ແລະ ຕີມໍເລສເຕ ບັນດາບັນຕາງໜ້າຄູ່ຮ່ວມພັດທະນານາ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.


ທ່ານ ນາງ ສີພາພອນ ມະນີວົງ ກ່າວວ່າ: ກອງປະຊຸມໃນຄັ້ງນີ້ ເປັນກອງປະຊຸມລະດັບວິຊາການຂອງອາຊຽນເພື່ອກະກຽມກອງປະຊຸມລັດຖະມົນຕີສຶກສາອາຊຽນກ່ຽວກັບວຽກງານການດູແລ ແລະ ສຶກສາກ່ອນໄວຮຽນ ພ້ອມນີ້ ຍັງເປັນເວທີທີ່ຈະຊ່ວຍໃຫ້ພວກເຮົາປັບປຸງ ແລະ ຮຽນຮູ້ຈາກປະສົບການຂອງກັນ ແລະ ກັນກ່ຽວກັບການດູແລ ແລະ ການສຶກສາເດັກກ່ອນໄວຮຽນເພື່ອການພັດທະນາທີ່ດີກວ່າຂອງເດັກນ້ອຍເຊັ່ນດຽວກັນກັບການບັນລຸແຜນພັດທະນາເສດຖະກິດ-ສັງຄົມ (SDG 4.2)ໃນປີ 2030 ພ້ອມນີ້ ກອງປະຊຸມດັ່ງກ່າວແມ່ນໄດ້ຜັນຂະຫຍາຍຖະແຫຼງການຂອງສາກົນກ່ຽວກັບການດູແລ ແລະ ສຶກ ສາກ່ອນໄວຮຽນ ທີ່ປະກາດໃນປີ 2022 ແລະ ສືບຕໍ່ຜັນຂະຫຍາຍຖະແຫຼງການຂອງລັດຖະມົນຕີອາຊຽນກ່ຽວກັບການດູແລ ແລະ ສຶກສາກ່ອນໄວຮຽນຢູ່ໃນອາຊຽນທີ່ໄດ້ປະຊຸມກັນໃນປີ 2023 ຜ່ານມາ ພ້ອມທັງເປັນການເຕົ້າໂຮມເອົາບັນດາວິຊາການ ຜູ້ຊ່ຽວຊານ ຄູ່ຮ່ວມພັດທະນາ ແລະ ພາກສ່ວນຕ່າງໆທີ່ເຮັດວຽກກ່ຽວກັບການສຶກສາກ່ອນໄວຮຽນ ໂດຍສະເພາະແມ່ນ ລະດັບຜູ້ອໍານວຍການໂຮງຮຽນລ້ຽງເດັກອານຸບານ ບັນດາພາກສ່ວນທີ່ກ່ຽວຂ້ອງ ຄູ່ຮ່ວມພັດທະນາໂດຍສະເພາະແມ່ນບັນດາອົງການທີ່ໃຫ້ການສະໜັບສະໜູນຊ່ວຍເຫຼືອເບິ່ງແຍງໂຄງການເດັກກ່ອນໄວຮຽນ.


ກອງປະຊຸມຄັ້ງນີ້ປຶກສາຫາຫລື ແລະ ແລກປ່ຽນຫຼາຍຫົວຂໍ້ສຳຄັນເປັນຕົ້ນແມ່ນ ເສີມຂະຫຍາຍການຫັນປ່ຽນຈາກການສຶກສາກ່ອນໄວຮຽນໄປສູ່ຊັ້ນປະຖົມສຶກສາ ຄູສອນ ຜູ້ດູແລເດັກ ແລະ ພໍ່ແມ່ຜູ້ປົກຄອງ ການເງິນຂອງການດູແລ ແລະ ການສຶກສາເດັກກ່ອນໄວຮຽນ ການດູແລ ແລະ ການສຶກສາເດັກກ່ອນໄວຮຽນ ແລະ ການປຽ່ນແປງຂອງດິນຟ້າອາກາດ.

error: Content is protected !!