ວັນທີ 10 ພຶດສະພາ 2024 ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ (ນວ) ພ້ອມດ້ວຍບັນດາຫົວ ໜ້າຮອງຫົວໜ້າພະແນກການ ຫ້ອງການ ເຈົ້າເມືອງ ແລະ ພະນັກງານຂະແໜງການກ່ຽວຂ້ອງໄດ້ລົງກວດກາຕິດຕາມການກໍ່ສ້າງໂຄງການປ້ອງກັນຕາຝັ່ງ ແລະ ພັດທະນາແຄມຂອງໄລຍະທີ 2 ແຕ່ຫຼັກ 3 ໂຮງຮຽນການຊ່າງລາວ-ເຢຍລະມັນເມືອງສີສັດຕະນາກ ຫາ ຫາດດອກແກ້ວ ເມືອງຫາດຊາຍຟອງມີຄວາມຍາວ 8,36 ກິໂລແມັດ ຖືກຕ້ອນຮັບ ແລະ ຮັບຟັງການລາຍ ງານໂດຍທ່ານ ພຸດທະເສນ ສິນທະວົງ ຮອງຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ ນວ ຫົວໜ້າໂຄງການປ້ອງກັນຕາຝັ່ງ ແລະ ພັດທະນາແຄມຂອງໄລຍະທີ 2 ແລະ ພະນັກງານບໍລິສັດຜູ້ຮັບເໝົາກໍ່ສ້າງ.

ທ່ານ ພຸດທະເສນ ສິນທະວົງ ໄດ້ລາຍງານວ່າ: ໂຄງການປ້ອງກັນຕາຝັ່ງ ແລະ ພັດທະນາແຄມຂອງໄລຍະທີ 2 ຢູ່ ນວ ເລີ່ມຈັດ ຕັ້ງປະຕິບັດເດືອນກຸມພາ 2022 ໂດຍປະກອບມີໜ້າວຽກລະບົບປ້ອງກັນຕາຝັ່ງ ກໍ່ສ້າງຄູປ້ອງກັນນໍ້າຖ້ວມທີ່ສາມາດນໍາໃຊ້ເປັນທາງລຽບຕາມແຄມຂອງ ແລະ ກໍ່ສ້າງລະບົບປ້ອງກັນຕາຝັ່ງບໍ່ໃຫ້ມີການເຊາະເຈື່ອນມີຄວາມຍາວ 8,36 ກິໂລແມັດ ຈາກຫຼັກ 4 ເມືອງສີສັດຕະນາກຫາບ້ານຫາດດອກແກ້ວ ເມືອງຫາດຊາຍຟອງ ເຊິ່ງປະກອບດ້ວຍເສັ້ນທາງຍ່າງຊົມວິວ ແລະ ຊົມຕາເວັນຕົກດິນ ສວນກີລາກາງແຈ້ງ ແລະ ຈຸດທ່ອງທ່ຽວທຳມະຊາດທີ່ເຊື່ອມຈອດກັບຕົວເມືອງໄດ້ ໂຄງການເລີ່ມຈັດຕັ້ງປະຕິ ບັດເດືອນກຸມພາ 2022 ແລະ ມາຮອດເດືອນມີນາ 2024 ສຳເລັດ 53,3% ທຽບໃສ່ແຜນການ (56,6%) ແມ່ນຊັກຊ້າສາເຫດຍ້ອນໂຄງການຕັ້ງຢູ່ເຂດຕົວເມືອງມີຄວາມຫຍຸ້ງຍາກໃນການຂົນສົ່ງວັດສະດຸກໍ່ສ້າງຈາກພາກສະ ໜາມເຂົ້າຫາໂຄງການທີ່ຕ້ອງໄດ້ຜ່ານເສັ້ນທາງຕົວເມືອງ ຈຳກັດໂມງເວລາການຂົນສົ່ງ ແລະ ນໍ້າໜັກ ໂຄງ ການຄາດວ່າຈະໃຫ້ສຳເລັດທ້າຍປີ 2025 ເຊິ່ງໂຄງການທີ່ໄດ້ຮັບການສະໜັບສະໜູນເງິນກູ້ຢືມດອກເບ້ຍຕໍ່າຈາກ ສ ເກົາຫຼີ ມູນຄ່າ 257.605.000 ໂດລາສະຫະລັດ ແລະ ສົມທົບຂອງລັດຖະບານລາວ ມູນຄ່າ 9.957.000 ໂດລາ ລວມມູນຄ່າທັງໝົດ 67.562.000 ໂດລາ ໂດຍແມ່ນບໍລິສັດ ຮ່ວມ JV-Saman Corp ແລະ Korea Engineering Consultants (SAMAN ແລະ KECEC) ສ ເກົາຫຼີ ເປັນທີ່ປຶກສາໂຄງ ການ ແລະ ບໍລິສັດຮ່ວມ Dongbu Corporation ແລະ Kumho Industrail Co.,Ltd ສ ເກົາຫຼີເປັນຜູ້ຮັບເໝົາກໍ່ສ້າງ.







ໂອກາດນີ້ພາຍຫຼັງຮັບຟັງການລາຍງານການຈັດຕັ້ງປະຕິບັດໂຄງການ ການຊົດເຊີຍສິ່ງກີດຂວາງ ແລະ ຄວາມຫຍຸ້ງຍາກການຈັດຕັ້ງປະຕິບັດໂຄງການໃນຜ່ານມາແລ້ວທ່ານເຈົ້າຄອງ ນວ ໄດ້ສະແດງຄວາມຊົມ ເຊີຍມາຍັງຜູ້ຮັບຜິດຊອບໂຄງການ ແລະ ບໍ ລິສັດຜູ້ຮັບເໝົາກໍ່ສ້າງທີ່ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດໜ້າວຽກສຳເລັດໄປໄດ້ດີ ພ້ອມນີ້ທ່ານຍັງໄດ້ເນັ້ນໃຫ້ຄະນະກຳມະການ ແລະ ຜູ້ຮັບຜິດຊອບໂຄງການສືບຕໍ່ຊີ້ນໍາຜູ້ຮັບເໝົາກໍ່ສ້າງຈັດຕັ້ງປະຕິບັດໂຄງການໃຫ້ສຳເລັດໄປຕາມແຜນການ ການກໍ່ສ້າງໃຫ້ຖືກຕາມເຕັກນິກ ແລະ ມີຄຸນນະພາບ ສ່ວນການໄກ່ເກ່ຍການຊົດເຊີຍສິ່ງກີດຂວາງໃຫ້ອີງໃສ່ນິຕິກຳ ແລະ ຄວາມເໝາະສົມ ການຕິດຕັ້ງດອກໄຟແສງສະຫວ່າງໃຫ້ເປັນເອກະລັກຂອງເມືອງຂອງບ້ານໃຫ້ມີຄວາມໝາຍ ແລະ ມີຄວາມສວຍງາມ ການຈັດສັນສະຖານທີ່ທ່ອງທ່ຽວ ແລະ ການອອກແບບສວນສາທາລະນະໃຫ້ສົມທົບກັບຂະແໜງການກ່ຽວຂ້ອງ ນອກນີ້ອອກນິຕິກຳກ່ຽວກັບການຄຸ້ມຄອງພາຍຫຼັງສຳເລັດການກໍ່ສ້າງກໍໃຫ້ມີຄວາມເໝາະສົມກັບສະພາບຕົວຈິງ ແລະ ອື່ນໆ.