ຄະນະຜູ້ແທນພັກກອມມູນິດຈີນ ຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ

ຄະນະຜູ້ແທນ ຂອງ ພັກກອມມູນິດຈີນ ນຳໂດຍ ສະຫາຍ ຈ້າວ ຊື້ທົງ ຜູ້ຊ່ວຍຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຈີນ ພ້ອມດ້ວຍຄະນະ ໄດ້ເດີນທາງ​ມາ​ຢ້ຽມ​ຢາມ ແລະ ​ເຮັດ​ວຽກຢູ່ ສ​ປ​ປ ລາວ ແຕ່​ວັ​ນ​ທີ 9-12 ພຶດສະພາ 2024.

ໃນຕອນບ່າຍວັນທີ 10 ພຶດສະພາ ຜ່ານມາ ສະຫາຍ ຈ້າວຊືທົງ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ບຸນທອງ ຈິດມະນີ ກໍາມະການກົມການເມືອງ ຜູ້ປະຈໍາການ ຄະນະເລຂາທິການສູນກາງພັກ ຮອງປະທານປະເທດ ແຫ່ງ ສປປ ລາວ ໃນໂອກາດດັ່ງກ່າວ ສະຫາຍ ບຸນທອງ ຈິດມະນີ ໄດ້ສະແດງຄວາມຄວາມຍີນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ການຢ້ຽມຢາມ-ເຮັດວຽກ ຢູ່ ສປປ ລາວ ຂອງ ສະຫາຍ ຈ້າວ ຊື້ທົງ ພ້ອມດ້ວຍຄະນະໃນຄັ້ງນີ້ ໂດຍສະເພາະແມ່ນ ການພົບປະເຮັດວຽກກັບພາກ ສ່ວນທີ່ກ່ຽວ ຂ້ອງຂອງລາວ ເພື່ອຮ່ວມກັນຕີລາຄາຄືນ ການຈັດຕັ້ງປະຕິບັດ ແຜນແມ່ບົດວ່າດ້ວຍ ການສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ ໃນໄລຍະຜ່ານມາ ແລະ ກໍານົດທິດທາງໃນການຊຸກຍູ້ ການຈັດຕັ້ງປະຕິບັດແຜນແມ່ບົດສະບັບໃໝ່ (ປີ 2024- 2028) ໃຫ້ມີຄຸນ ນະພາບສູງ ມາດຕະຖານສູງ ແລະ ຄຸນນະພາບສູງກວ່າເກົ່າ ໄດ້ຕີລາຄາສູງ ຕໍ່ການພົວພັນຮ່ວມມື ລະຫວ່າງ ສອງພັກ ລາວ-ຈີນ ໃນໄລຍະຜ່ານມາ ກໍຄືການປະສານສົມທົບກັນ ລະຫວ່າງ 2 ຄະ ນະພົວພັນຕ່າງປະເທດສູນກາງພັັກ ລາວ-ຈີນ ທີ່ໄດ້ປະກອບສ່ວນສຳຄັນ ໃນການຈັດຕັ້ງປະຕິບັດແຜນແມ່ບົດ ແຜນການຮ່ວມມື ລະຫວ່າງ ສອງພັກ ແລະ ການຈັດຕັ້ງຜັນຂະຫຍາຍບັນດາເນື້ອໃນຈິດໃຈ ທີ່ການນຳສອງພັກ ສອງລັດ ລາວ-ຈີນ ໄດ້ຕົກລົງເປັນເອກະພາບນກັນ ໃຫ້ປະກົດຜົນເປັນຈິງ. ສະຫາຍ ບຸນທອງ ຈິດມະນີ ຍັງໄດ້ມີຄໍາເຫັນຊີ້ນໍາໃຫ້ 2 ຄະນະພົວພັນຕ່າງປະ ເທດສູນກາງພັັກ ລາວ-ຈີນ ສືບຕໍ່ປະສານສົມທົບກັນ ໃນການເປັນເສນາທິການດ້ານການຕ່າງປະເທດໃຫ້ແກ່ 2 ສູນກາງພັກ ລາວ-ຈີນ ກໍຄື ການຊຸກຍູ້ຈັດຕັ້ງປະຕິບັດ ແຜນແມ່ບົດວ່າດ້ວຍການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ ໃຫ້ເກີດດອກອອກຜົນໃນລະດັບສູງກວ່າເກົ່າ ແລະ ຕາງໜ້າ ພັກ-ລັດລາວ ສະແດງຄວາມຂອບໃຈ ພັກ-ລັດຈີນ ທີ່ໄດ້ໃຫ້ການຊ່ວຍເຫຼືອອຸປະກອນ ແລະ ພາຫະນະ ໃນການເປັນປະທານອາຊຽນ 2024 ຂອງ ສປປ ລາວ.

ສະຫາຍ ຈ້າວ ຊື້ທົງ ໄດ້ສະແດງຄວາມຂອບໃຈຕໍ່ ສະຫາຍ ບຸນທອງ ຈິດມະນີ ທີ່ໃຫ້ກຽດຕ້ອນຮັບຄະນະ ແລະ ໄດ້ລາຍງານຜົນການພົບປະ-ເຮັດວຽກ ກັບພາກສ່ວນກ່ຽວຂ້ອງຂອງຝ່າຍລາວ ໃຫ້ຊາບ ໄດ້ແຈ້ງສະພາບການທີ່ພົ້ນເດັ່ນຈຳນວນໜຶ່ງ ຂອງການພົວພັນຮ່ວມມືສອງຝ່າຍໃນໄລຍະຜ່ານມາ ແລະ ທິດທາງແຜນ ການໃນຕໍ່ໜ້າ ເພື່ອສືບຕໍ່ຈັດຕັ້ງປະຕິບັດບັນດາເນື້ອໃນຈິດໃຈທີ່ການນຳສອງພັກ, ສອງລັດ ໄດ້ຕົກລົງເປັນເອກະພາບກັນ ກໍຄື ການຈັດຕັ້ງປະຕິບັດ ແຜນແມ່ບົດວ່າດ້ວຍການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ ແລະ ແຜນການຮ່ວມມື ລະຫວ່າງ ສອງພັກໃນຕໍ່ ໜ້າໃຫ້ມີປະສິດທິຜົນກວ່າເກົ່າ.

ໃນໂອກາດມາຢ້ຽມຢາມ ສປປ ລາວ ຄັ້ງນີ້ ສະຫາຍ ຈ້າວຊື້ທົງ ພ້ອມດ້ວຍຄະນະ ຍັງໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ຄຳພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກ ສະຫາຍ ທອງສະຫວັນ ພົມວິຫານ ກຳມະການສູນກາງພັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ພົບປະເຮັດວຽກກັບ ສະຫາຍ ວາລະໄຊ ເລັ່ງສະຫວັດ ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ຈັດກອງປະຊຸມແລກປ່ຽນບົດຮຽນກັບ ພາກສ່ວນກ່ຽວຂ້ອງຂອງລາວ ແລະ ຢ້ຽມຢາມສຳນັກງານ ບໍລິ ສັດສາຍສົ່ງໄຟຟ້າແຫ່ງຊາດລາວ (EDL-T) ຢູ່ນະຄອນ ຫຼວງວຽງຈັນ ພ້ອມນັ້ນ ຄະນະຍັງໄດ້ຢ້ຽມຢາມພື້ນຖານການປະຕິວັດ ຢູ່ແຂວງຫົວພັນ ຢ້ຽມຢາມຖໍ້າທູດຈີນ ຊຶ່ງເປັນສະຖານທີ່ສໍາຄັນ ທີ່ສະແດງເຖິງມູນເຊື້ອການພົວພັນ ລາວ-ຈີນ ໃນສະໄໝຕໍ່ສູ້ກູ້ຊາດ ແລະ ເຂົ້າຢ້ຽມຂໍ່ານັບ ສະຫາຍ ເພີດ ມາປັນຍາ ຮອງເລຂາພັກແຂວງ ຜູ້ປະຈໍາການ ຄະນະບໍລິຫານງານພັກແຂວງຫົວພັນ ໃນໂອກາດດັ່ງກ່າວ.

error: Content is protected !!