ເປີດໂຕແພລັດຟອມການຄ້າເອເລັກໂຕຣນິກ ສຳລັບຜະລິດຕະພັນກະສິກຳລາວ

ກົມສົ່ງເສີມການຄ້າ ແລະ ຫັດຖະກຳ ກະຊວງອຸດສາຫະກໍາ ແລະ ການຄ້າ ເປີດໃຫ້ບໍລິການລະບົບການຄ້າແພລັດຟອມເອ ເລັກໂຕຣນິກສຳລັບຜະລິດຕະພັນກະສິກຳລາວ ໂດຍໄດ້ຮັບການຊ່ວຍເຫຼືອລ້າຈາກ ລັດ ຖະບານ ສປ ຈີນ ໃຫ້ແກ່ລັດຖະບານ ສປປ ລາວ ເພື່ອສາມາດເຊື່ອມໂຍງດ້ານຂໍ້ມູນ ໃຫ້ເກີດໝາກຜົນບັນ ລຸໄດ້ການ ຊື້-ຂາຍ ອອນລາຍ ລະຫວ່າງຜູ້ຜະລິດ ແລະ ຜູ້ບໍລິໂພກ ຊຸກຍູ້ການຜະລິດກະສິນກຳຂອງລາວ ໃຫ້ເປັນຜະລິດຕະພັນສົ່ງອອກໄປຕ່າງປະເທດ ຂະຫຍາຍຕົວກວ້າງຂວາງຂຶ້ນ.

ໂອກດານີ້ ທ່ານ ວິທູນ ສິດທິມໍລະດາ ຫົວໜ້າກົມສົ່ງເສີມການຄ້າ ແລະ ຫັດຖະກຳ ກະຊວງອຸດສາ ຫະກຳ ແລະ ການຄ້າ ກ່າວວ່າ: ກົມສົ່ງເສີມການຄ້າ ແລະ ຫັດຖະກຳ ໃນນາມຜູ້ຈັດຕັ້ງປະຕິບັດໂຄງການຊ່ວຍເຫຼືອກໍ່ສ້າງລະບົບການຄ້າຜ່ານທາງເອເລັກໂຕຣນິກ ຫຼື E-commerce ສໍາລັບຜະລິດຕະພັນກະສິກໍາລາວ ເຊິ່ງເປັນໜຶ່ງໃນໂຄງການທີ່ສຳຄັນ ທີ່ໄດ້ຮັບການຊ່ວຍເຫຼືອລ້າຈາກ ລັດຖະບານ ແລະ ປະຊາຊົນ ສປ ຈີນ ນອກນີ້ ການກໍ່ສ້າງລະບົບການຄ້າເອເລັກໂຕຣນິກສຳລັບສິນຄ້າກະສິກຳລາວ ກໍຄື ການສ້າງແພລັດ ຟອມ ທີ່ເປັນແຫຼ່ງຂໍ້ມູນສິນຄ້າກະສິກຳລາວ ເປັນເວັບໄຊທີ່ຮັບໃຊ້ສາທາລະນະແລ້ວ ຍັງເປັນການ ລິເລີ່ມສ້າງພື້ນຖານໂຄງລ່າງດ້ານເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ການສື່ສານ ໃນຂົງເຂດການຄ້າ ແລະ ບໍລິ ການ ສ້າງຈຸດບໍລິການ E-commerce ໃນທົ່ວປະເທດ ເຝິກອົບຮົມໃຫ້ພະນັກງານລັດ ຜູ້ຜະລິດ ແລະ ຫົວໜ່ວຍທຸລະກິດທີ່ກ່ຽວຂ້ອງ ສະ ໜັບສະໜູນດ້ານເຕັກນິກ ການບໍລິຫານລະບົບ E-commerce ສ້າງຕັ້ງຮູບແບບການພັດທະນາໃຫ້ E-commerce ເຂົ້າເຖິງເຂດຊົນນະບົດເພື່ອສາມາດເຊື່ອມໂຍງດ້ານຂໍ້ມູນ ໃຫ້ເກີດໝາກຜົນບັນລຸໄດ້ການ ຊື້-ຂາຍ ອອນລາຍ ລະຫວ່າງຜູ້ຜະລິດ ແລະ ຜູ້ບໍລິໂພກ ຊຸກຍູ້ການຜະລິດກະ ສິນກຳຂອງລາວ ໃຫ້ເປັນຜະລິດຕະພັນສົ່ງອອກໄປຕ່າງປະເທດ ຂະຫຍາຍຕົວກວ້າງຂວາງຂຶ້ນ ໂດຍຜ່ານ ແພລັດຟອມ ຢູ່ເທິງເວັບໄຊ ທີ່ມີຊື່ວ່າ www.laoproduct.com.la ທີ່ເປັນແພລັດຟອມພາຍໃນ ແລະ www.laoproduct.com.cn ທີ່ເປັນ ແພລັດຟອມ ຂ້າມແດນ.

ພ້ອມນີ້ ໄດ້ສຳເລັດການຕິດຕັ້ງປ້າຍຈຸດໜ່ວຍບໍລິການ ທັງໝົດ 20 ຈຸດ ລວມທັງຢູ່ໃນນະຄອນຫຼວງວຽງຈັນ ແຂວງຈຳປາສັກ ຄໍາມວນ ວຽງຈັນ ຊຽງຂວາງ ຫຼວງພະບາງ ອັດຕະປື ຫຼວງນໍ້າທາ ແລະ ແຂວງໄຊຍະບູລີ ອີກດ້ວຍ.

ພິທີເປີດບໍລິການລະບົບການຄ້າແພລັດຟອມເອເລັກໂຕຣນິກສຳລັບຜະລິດຕະພັນກະສິກຳລາວ ຈັດຂຶ້ນໃນວັນທີ 13 ພຶດສະ ພາ 2024 ຢູ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຮ່ວມຂອງ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ທ່ານ ຫວາງ ສ້າງ ອຸປະທູດຊົ່ວຄາວ ສະຖານເອກອັກຄະລັດຖະທູດ ແຫ່ງ ສປ ຈີນ ປະຈຳ ສປປ ລາວ ມີບັນດາທ່ານຮອງລັດຖະມົນຕີ ຜູ້ຕາງໜ້າອົງການຈັດຕັ້ງບໍລິສັດ ແລະ ພາກສ່ວຍກ່ຽວຂ້ອງເຂົ້າຮ່ວມ.

error: Content is protected !!