ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ເຄື່ອນໄຫວຢ້ຽມຢາມເຮັດວຽກ ຢູ່ ສະຫະພັນ ຣັດເຊຍ

ໃນລະຫວ່າງວັນທີ 8-10 ພຶດສະພາ 2024 ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງຢ້ຽມຢາມເຮັດວຽກ ຢູ່ ສະຫະພັນ ຣັດເຊຍ ຕາມການເຊື້ອເຊີນ ຂອງ ພະນະທ່ານ ວາລາດີເມຍ ປູຕິນ ປະທານາທິບໍດີແຫ່ງ ສະຫະພັນ ຣັດເຊຍ.

ການເຄື່ອນໄຫວຢ້ຽມຢາມເຮັດວຽກ ຢູ່ ສ.ຣັດເຊຍ ຂອງ ພະນະທ່ານ ປະທານປະເທດແຫ່ງ ສປປ ລາວ ແລະ ຄະນະ ຄັ້ງນີ້ ເປັນການຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອອັນດີຢ່າງຍາວນານ ລະຫວ່າງ ລາວ ແລະ ຣັດເຊຍ ແລະ ເປັນການສະຫຼອງຄົບຮອບ 30 ປີ ແຫ່ງການລົງນາມສົນທິສັນຍາ ວ່າດ້ວຍພື້ນຖານການພົວພັນມິດຕະພາບ ລະຫວ່າງ ລາວ-ຣັດເຊຍ (9 ມີນາ 1994 – 9 ມີນາ 2024).

ໃນການຢ້ຽມຢາມເຮັດວຽກ ຢູ່ ສ.ຣັດເຊຍ ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ  ໄດ້ພົບປະເຮັດວຽກກັບຄູ່ຮ່ວມຕໍາແໜ່ງ ພະນະທ່ານ ວາລາດີເມຍ ປູຕິນ ປະທານາທິບໍດີ ແຫ່ງ ສ. ຣັດເຊຍ ໂອກາດດັ່ງກ່າວ ພະນະທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ຊົມເຊີຍ  ພະນະທ່ານ ປູຕິນ ໄດ້ຮັບການເລືອກຕັ້ງໃຫ້ດໍາລົງຕໍາແໜ່ງເປັນປະທານາທິບໍດີ ແຫ່ງ ສ. ຣັດເຊຍ ອີກໜຶ່ງສະໄໝ ແລະ ຜົນສໍາເລັດຮອບດ້ານທີ່ລັດຖະບານກໍ່ຄືປະຊາຊົນຣັດເຊຍ ຍາດມາໄດ້ຕະຫຼອດໄລຍະທີ່ຜ່ານມາ  ພ້ອມນັ້ນ ຍັງໄດ້ສະແດງຄວາມປິຕິຍິນດີເປັນຢ່າງຍິ່ງທີ່ໄດ້ພົບປະກັບ ພະນະທ່ານ ປູຕິນ ອີກຄັ້ງ ພາຍຫຼັງທີ່ໄດ້ພົບປະກັນ ຢູ່ ສປ ຈີນ ໃນປີ 2023 ໃນຂະນະດຽວກັນ ພະນະທ່ານ ວາລາດີເມຍ ປູຕິນ ກໍໄດ້ສະແດງຄວາມຍິນດີຕ້ອນຮັບ ພະນະທ່ານ ທອງລຸນ ສີສຸລິດ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ທີ່ໄດ້ຕອບຮັບການເຊື້ອເຊີນ ແລະ ເດີນທາງໄປຢ້ຽມຢາມເຮັດວຽກ ຢູ່ ສ. ຣັດເຊຍ ໃນຄັ້ງນີ້. ໃນການພົບກັນຄັ້ງນີ້, ການນໍາທັງສອງ ໄດ້ພ້ອມກັນສະແດງຄວາມຊົມເຊີຍເນື່ອງໃນໂອກາດຄົບຮອບ 30 ປີ ແຫ່ງການລົງນາມໃນສົນທິສັນຍາ ວ່າດ້ວຍພື້ນຖານການພົວພັນມິດຕະພາບ ລະຫວ່າງ ສປປ ລາວ ກັບ ສ. ຣັດເຊຍ ຊຶ່ງໄດ້ເປັນພື້ນຖານໃຫ້ແກ່ການພົວພັນຮ່ວມມື ລາວ-ຣັດເຊຍຈົນເຖິງປັດຈຸບັນ.

ໃນການພົບປະ ການນໍາທັງສອງ ຍັງໄດ້ຕີລາຄາສູງ ຕໍ່ໝາກຜົນຂອງການພົວພັນແບບຄູ່ຮ່ວມຍຸດທະສາດ ລະຫວ່າງ ລາວ-ຣັດເຊຍ ໃນໄລະຍະຜ່ານມາ ເຊິ່ງໄດ້ຮັບການເສີມຂະຫຍາຍຢ່າງກວ້າງຂວາງ ເລິກເຊິ່ງ ແລະ ມີໝາກຜົນເປັນຮູບປະທໍາຍິ່ງໆຂຶ້ນ ໂດຍສະເພາະ ດ້ານການເມືອງ ຄວາມໝັ້ນຄົງ ການສຶກສາ  ແລະ ອື່ນໆ ສອງຝ່າຍ ໄດ້ເປັນເອກະພາບກັນ ທີ່ຈະສືບຕໍ່ຊຸກຍູ້ການຮ່ວມມືທາງດ້ານເສດຖະກິດ ການຄ້າ ການລົງທຶນ ວິທະຍາ ສາດ-ເຕັກນິກການ ທ່ອງທ່ຽວ ແລະ ອື່ນໆ ໃຫ້ຫຼາຍຂຶ້ນ ໂດຍສະເພາະ ການຮ່ວມມືດ້ານພະລັງງານ ການຄົ້ນ ຄວ້າວິທະຍາສາດ ແລະ ອື່ນໆ ພ້ອມນັ້ນ ສອງຝ່າຍຍັງໄດ້ແລກປ່ຽນຄໍາຄິດຄໍາເຫັນ ກ່ຽວກັບ ບັນຫາພາກພື້ນ ແລະ ສາກົນ ທີ່​ຕ່າງ​ຝ່າຍ​ມີ​ຄວາມ​ສົນ​ໃຈ. 

ໃນໂອກາດເຄື່ອນໄຫວຢ້ຽມຢາມເຮັດວຽກ ຢູ່ ສ. ຣັດເຊຍ ຄັ້ງນີ້ ພະນະທ່ານ ປະທານປະເທດ ຍັງໄດ້ພົບປະກັບຄູ່ຮ່ວມຕໍາແໜ່ງໃນສາຍພັກ ພະນະທ່ານ ເດີມິຕຣີ ເມັດເວເດັບ ປະທານພັກ ຣັດເຊຍເອກະພາບ ເຊິ່ງທັງສອງຝ່າຍໄດ້ຕີລາຄາສູງຕໍ່ການພົວພັນ ລະຫວ່າງ ພັກປະຊາ ຊົນປະຕິວັດລາວ ແລະ ພັກຣັດເຊຍເອກະພາບ ທີ່ນັບມື້ໄດ້ຮັບການຮັດເເໜ້ນ ເເລະ ເສີມສ້າງຢ່າງເປັນຮູບປະທໍາມີໝາກມີຜົນໃນຫຼາຍຂົງເຂດການຮ່ວມມື ບົນພື້ນຖານແຫ່ງຄວາມເອົາໃຈໃສ່ ແລະ ໄວ້ເນື້ອເຊື່ອໃຈ ເຊິ່ງກັນ ແລະ ກັນ ທັງສອງຝ່າຍໄດ້ເຫັນດີເປັນເອກະພາບກັນ ໃນການຈັດຕັ້ງປະຕິບັດບັນດາສັນຍາ, ເອກະສານຕ່າງໆທີ່ໄດ້ລົງນາມຮ່ວມກັນ ແລະ ຜົນການພົບປະສອງຝ່າຍ ແລະ ຫຼາຍຝ່າຍຢ່າງມີປະສິດທິຜົນ ພ້ອມນັ້ນ ກໍໄດ້ພ້ອມກັນວາງທິດທາງແຜນການຮ່ວມມືໃນຕໍ່ໜ້າ ລະຫວ່າງ ສອງພັກໃຫ້ປະກົດຜົນເປັນຈິງ ແລະ ເປັນຮູບປະທໍາ ສືບຕໍ່ແລກປ່ຽນການຢ້ຽມຢາມ ແລະ ໃຫ້ການສະໜັບສະໜູນເຊິ່ງກັນ ແລະ ກັນ.

ນອກຈາກການພົບປະເຮັດວຽກກັບຄູ່ຮ່ວມຕໍາແໜ່ງທັງສາຍພັກ ແລະ ສາຍລັດ ພະນະທ່ານ ທອງລຸນ ສີສຸລິດ ຍັງໄດ້ຮັບກຽດເປັນແຂກກິຕິມະສັກ ເຂົ້າຮ່ວມພິທີສວນສະໜາມ ສະເຫຼີມສະຫຼອງວັນໄຊຊະນະມະຫາສົງຄາມປົກປ້ອງປິຕຸພູມເໜືອຟາດຊິດ ຄົບຮອບ 79 ປີ ຂອງປະຊາຊົນຣັດເຊຍ ແລະ ເດີນທາງໄປຢ້ຽມຢາມມະຫາວິທະຍາໄລສ້າງຄູ ເກຣເຊັນ ທີ່ເກົ່າແກ່ ທີ່ ນະຄອນຊານປີເຕີສະເບີກ ໃນໂອກາດນີ້ ພະນະທ່ານ ປະທານປະເທດ ໄດ້ຮັບການເຂົົ້າຢ້ຽມຂໍ່ານັບຂອງທ່ານ ອາເລັກຊານເດີ ເບກລົບ ເຈົ້າຄອງນະຄອນຊານປີເຕີສະເບີກ ແລະ ມະຫາວິທະຍາໄລສ້າງຄູ ເກຣເຊັນ ແຫ່ງ ສ. ຣັດເຊຍ ກໍໄດ້ຈັດພິທີປະດັບຫຼຽນນາມມະຍົດສາດສະດາຈານກິດຕິມະສັກໃຫ້ແກ່ ພະນະທ່ານ ປະທານປະເທດ ໃນນາມເປັນອະດີດນັກສຶກສາມາຫາວິທະຍາໄລດັ່ງກ່າວໃນຊຸມປີ 1970.

ການຢ້ຽມຢາມເຮັດວຽກ ຢູ່ ສ. ຣັດເຊຍ ຂອງ ພະນະທ່ານ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນຄັ້ງນີ້ ໄດ້ຮັບການຕ້ອນຮັບຢ່າງອົບອຸ່ນ ແລະ ດໍາເນີນໄປຢ່າງມີຜົນສໍາເລັດອັນຈົບງາມແຕ່ຕົ້ນຈົນຈົບ, ທັງໄດ້ເປັນການປະກອບສ່ວນທີ່ສໍາຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຣັດເຊຍ ໃຫ້ກ້າວສູ່ລວງເລິກໃນຫຼາຍຂົງເຂດການຮ່ວມມື ໃນໂອກາດການຢ້ຽມຢາມນີ້, ປະທານປະເທດ ແຫ່ງ ສປປ ລາວ ໄດ້ເຊື້ອເຊີນ ປະທານາທິບໍດີ ວະລາດີເມຍ ປູຕິນແຫ່ງ ສະ ຫະພັນ ຣັດເຊຍ ມາຢ້ຽມຢາມ ສປປ ລາວ ໃນໂອກາດທີ່ເໝາະສົມ.

error: Content is protected !!