ພະຍາດ COVID-19 ສົ່ງຜົນກະທົບຕໍ່ລາຍຮັບຂອງຜູ້ປະກອບການ

    ປັດຈຸບັນ ພະຍາດພະຍາດອັກເສບປອດຈາກເຊື້ອຈຸລະໂຣກສາຍພັນໃໝ່ (COVID-19) ກໍາລັງລະ ບາດຢູ່ຫຼາຍປະເທດໃນໂລກ ຂ້າຊີວິດມະນຸດໄປແລ້ວຫຼາຍພັນຄົນ ຫຼາຍປະເທດຈຶ່ງໄດ້ມີມາດຕະການຄວບຄຸມ ແລະ ປ້ອງກັນດ້ວຍຫຼາຍວິທີ ສະເພາະ ສປປ ລາວ ເຖິງວ່າຍັງບໍ່ມີກໍລະນີຕິດເຊື້ອພະຍາດດັ່ງກ່າວ ແຕ່ໄດ້ເອົາໃຈໃສ່ຢ່າງຈິງຈັງ ໃນການປ້ອງກັນ ແລະ ຄວບຄຸມຢ່າງເຄັ່ງຄັດ ການລະບາດຂອງພະຍາດດັ່ງກ່າວໃນບັນດາປະເທດໃກ້ຄຽງ ໄດ້ສົ່ງຜົນກະທົບໂດຍກົງຕໍ່ຜູ້ປະກອບການຂະແໜງຕ່າງໆຂອງລາວເປັນຈໍານວນບໍ່ໜ້ອຍ.

    ທ່ານນາງ ສີ ເດດວົງພັນ ແມ່ຄ້າຂາຍຊີ້ນຢູ່ຕະຫຼາດໜອງບົວທອງ ໃຫ້ສໍາພາດວັນທີ 19 ມີນາ 2020 ວ່າ: ພາຍຫຼັງສຳເລັດການສະເຫຼີມສະຫຼອງປີໃໝ່ຂອງຊາວຈີນ ແລະ ຊາວຫວຽດນາມ ການຂາຍ ຊີ້ນກໍເລີ່ມຍາກຂຶ້ນ ລູກຄ້າໜ້ອຍລົງ ບວກກັບຂ່າວການລະບາດຂອງພະຍາດ COVID-19 ຢູ່ ສປ ຈີນ ແລະ ໄດ້ແຜ່ລາມໄປປະເທດຕ່າງໆໃນໂລກຢ່າງໄວວາ ປະເທດລາວຈຶ່ງໄດ້ມີການຈຳກັດນັກທ່ອງທ່ຽວທີ່ຈະເຂົ້າມາປະເທດ ແລະ ບັນດາປະເທດທີ່ມີການລະບາດນັ້ນກໍບໍ່ໃຫ້ຄົນໃນປະເທດຕົນອອກໄປຕ່າງປະເທດເຊັ່ນດຽວ ເພື່ອປ້ອງກັນການລະບາດຂອງພະຍາດ ຈຶ່ງເປັນສາເຫດໜຶ່ງທີ່ເຮັດການຄ້າຂາຍພົບຄວາມຫຍຸ້ງຍາກ ໃນໄລຍະ 2 ອາທິດຜ່ານມານີ້ ລູກຄ້າຍິ່ງຫຼຸດລົງຕໍ່ເນື່ອງ ທຽບໃສ່ໄລຍະຜ່ານມາຫຼຸດລົງເຄິ່ງໜຶ່ງ ສຳລັບລາຄາຂອງຊີ້ນແມ່ນຍັງລາຄາເກົ່າ ເຊິ່ງການຫຼຸດລົງຂອງລູກຄ້າໄດ້ສົ່ງຜົນກະທົບໃຫ້ຜູ້ປະກອບການຈຳນວນບໍ່ໜ້ອຍ.

    ດ້ານທ່ານນາງ ເກດ ແສງດາລາ ແມ່ຄ້າຂາຍຜັກຕະຫຼາດໜອງບົວທອງ ກໍໄດ້ວ່າ: ພາຍຫຼັງທີ່ມີການລະບາດຂອງພະຍາດ COVID-19 ຢູ່ ສປ ຈີນ ເປັນຕົ້ນມາ ໄດ້ສົ່ງຜົນກະທົບຕໍ່ການຄ້າຂາຍຂອງຕົນຢ່າງຊັດເຈນ ເຊິ່ງນອກຈາກຈະເຮັດໃຫ້ການຄ້າຂາຍພົບຄວາມຫຍຸ້ງຍາກແລ້ວ ໄລຍະ 2-3 ອາທິດຜ່ານມານີ້ ລູກຄ້າທີ່ມີໜ້ອຍຢູ່ແລ້ວ ຍິ່ງຫຼຸດລົງຫຼາຍເທົ່າ ສ່ວນລາຄາຂອງພືດຜັກຍັງຄືເກົ່າ ເຊິ່ງບັນຫາດັ່ງກ່າວໄດ້ສົ່ງຜົນກະທົບຕໍ່ເສດຖະກິດຂອງຄອບຄົວຕົນຫຼາຍສົມຄວນ.

ພາບ-ຂ່າວ: ອົ່ນ

error: Content is protected !!