
ທ່ານ ສູນທອນ ຄຳສານ ຫົວໜ້າໜ່ວຍງານວິຊາການ ໂຮງຮຽນພອນສະຫວັນກີລາ-ກາຍຍະກຳ (ຮພກ) ແຈ້ງໃຫ້ຊາບ ວ່າ: ອີງຕາມຂໍ້ຕົກລົງຂອງທ່ານລັດຖະມົນຕີ ກະຊວງສຶກສາທິການ ແລະ ກີລາ (ສສກ) ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງ ຮພກ ແລະ ທິດຊີ້ນຳຂອງກົມກີລາລະດັບສູງ ແລະ ແຜນການເຄື່ອນໄຫວຂອງ ຮພກ ປະຈຳສົກຮຽນ 2020-2021 ດັ່ງນັ້ນ ຫ້ອງການ ກະຊວງ ສສກ ຈຶ່ງແຈ້ງການມາຍັງພະແນກສຶກສາທິການ ແລະ ກີລາ 17 ແຂວງ ແລະ 1 ນະຄອນຫຼວງວຽງຈັນ ໃນຂອບເຂດທົ່ວປະເທດຊາບວ່າ: ໃນສົກຮຽນ 2020-2021 ຮພກ ໄດ້ຮັບທຶນການສຶກສາຈາກ ກະຊວງ ສສກ ຈຳນວນ 60 ທຶນ ເພື່ອຮັບນັກຮຽນຊັ້ນມັດທະຍົມສຶກສາຕອນປາຍ ດ້ວຍເງື່ອນໄຂຕ້ອງຈົບລະດັບຊັ້ນ ມ.4 ກຽມຂຶ້ນ ມ.5 ລົງເຝິກແອບກີລາ 12 ປະເພດ ປະກອບມີ: ມວຍສາກົນ ມວຍປ້ຳ ຄາຣາເຕໂດ ເທຄວັນໂດ ຢູໂດ ຍິງທະນູ ແລ່ນ-ລານ ຍົກນ້ຳໜັກ ປິ່ງປ່ອງ ເປຕັງ ແລະ ກີລາກະຕໍ້ ສະນັ້ນ ເພື່ອເຮັດໃຫ້ການສອບເສັງຄັດເລືອກເອົານັກຮຽນກີລາຂອງ ຮພກ ໃຫ້ທົ່ວເຖິງ ແລະ ໄດ້ນັກກີລາທີ່ມີມາດຕະຖານ ແລະ ເງື່ອນໄຂຄົບຖ້ວນຕາມທີ່ຕ້ອງການ ດັ່ງນັ້ນ ຫ້ອງການ ກະຊວງ ສສກ ຈຶ່ງແຈ້ງມາຍັງບັນດາພະແນກ ໃນຂົງເຂດຂະແໜງສຶກສາທົ່ວປະເທດ ເພື່ອແຈ້ງໃຫ້ພາກສ່ວນທີ່ກ່ຽວຂ້ອງ ແລະ ຜູ້ສົນໃຈຢາກສະໝັກເຂົ້າເປັນນັກຮຽນກີລາຂອງ ຮພກ ຕາມເງື່ອນໄຂ.
ເປົ້າໝາຍນັກຮຽນທີ່ຕ້ອງການ ຕ້ອງແມ່ນນັກຮຽນມັດທະຍົມສຶກສາຕອນຕົ້ນ ມ.4 ກຽມຂຶ້ນ ມ.5 ທີ່ມີຜົນງານດີເດັ່ນທາງດ້ານກີລາ ແລະ ເປັນນັກກີລາເປົ້າໝາຍຂອງແຂວງ ແລະ ສະຫະພັນກີລາແຫ່ງຊາດ ທີ່ຈະສ້າງ ນອກນັ້ນ ກໍຕ້ອງໄດ້ເຄີຍຜ່ານຂະບວນການເຄື່ອນໄຫວ ແລະ ແຂ່ງຂັນກີລາໃນລະດັບດີ ມີມາດຕະຖານສະເພາະຄົບຖ້ວນຕາມແຕ່ລະປະເພດກີລາ ຕ້ອງເປັນຄົນສັນຊາດລາວ ຕ້ອງໄດ້ຮັບການເຫັນດີຈາກຜູ້ປົກຄອງ ແລະ ການຈັດຕັ້ງທີ່ຂຶ້ນກັບຕ້ອງມີສຸຂະພາບແຂງແຮງ ແລະ ບໍ່ມີພະຍາດຕິດແປດ ຕ້ອງສາມາດປະຕິບັດລະບຽບວິໄນຂອງ ຮພກ ວາງອອກ ເຊັ່ນ: ລົງເຝິກແອບຕອນເຊົ້າ ເວລາ 08:30-12:00 ໂມງ ໃນນັ້ນ ມີການເກັບໂທລະສັບ ກວດກາຫໍພັກ ແລະ ປິດໄຟນອນ ທັງນີ້ ຜູ້ທີ່ເປັນນັກຮຽນຂອງ ຮພກ ຈະໄດ້ຮັບຜົນປະໂຫຍດ ໂອກາດຕິດທີມຊາດສູງ ພາຍຫຼັງຮຽນຈົບ ມ.7 ສົ່ງຮຽນຕໍ່ວິຊາຊີບ (ສາຍກີລາ) ເປັນຕົ້ນແມ່ນ ມະຫາວິທະຍາໄລແຫ່ງຊາດ ວິທະຍາໄລພະລະສຶກສາ ແລະ ອື່ນໆ ມີທີ່ພັກ ແລະ ລ້ຽງເຂົ້າ 3 ຄາບ ຊຸດເຝິກຊ້ອມ 2 ຊຸດຕໍ່ປີ ເກີບ 1 ຄູ່ ໄດ້ຮັບອຸປະກອນການຮຽນການເຝິກແອບ ມີສະຫວັດດີການໃນການປິ່ນປົວ ໃນເວລາທີ່ເຝິກຊ້ອມ ແລະ ເຈັບເປັນໃນໂຮງຮຽນ ແລະ ມີເຄື່ອງໃຊ້ສ່ວນຕົວໃຫ້ເດືອນລະຄັ້ງ ເຊັ່ນ ຢາຖູແຂ້ວ ແຟັບ ແລະ ສະບູ.
ກຳນົດສົ່ງລາຍຊື່ນັກຮຽນໃຫ້ ຮພກ ບໍ່ໃຫ້ກາຍວັນທີ 3 ເມສາ 2020 ພາຍຫຼັງທີ່ສັງລວມແລ້ວ ຫ້ອງການ ກະຊວງ ສສກ ຈະຂໍແຈ້ງວັນ ແລະ ເວລາການລົງຄັດເລືອກໃຫ້ຊາບອີກຄັ້ງໜຶ່ງ.