ເລັ່ງຈັດສັນຄວາມເປັນລະບຽບຮຽບຮ້ອຍຕາມເສັ້ນທາງຫຼັກ

     ປັດຈຸບັນ ຍັງມີຜູ້ທີ່ໃຊ້ລົດໃຊ້ຖະໜົນຈຳນວນໜຶ່ງທີ່ມັກງ່າຍ ແລະ ບໍ່ເອົາໃຈໃສ່ກົດລະບຽບຈະລາຈອນ ເທົ່າທີ່ຄວນ ໂດຍສະເພາະການຈອດລົດຊະຊາຍ ຈອດບ່ອນທີ່ຫ້າມຈອດ ຈອດຊ້ອນກັນ ຈອດເທິງທາງ ຄົນຍ່າງ ແລະ ອື່ນໆ ເຊິ່ງເປັນການກີດຂວາງການສັນຈອນໄປ-ມາ ສ້າງຄວາມລຳບາກໃຫ້ຜູ້ທີ່ໃຊ້ລົດໃຊ້ຖະ ໜົນບໍ່ມີຄວາມເປັນລະບຽບ ແລະ ອາດຈະເກີດອຸບັດເຫດຕາມມາຍ້ອນຄວາມມັກງ່າຍຂອງກຸ່ມຄົນເຫຼົ່ານີ້.

    ເລີ່ມແຕ່ວັນທີ 19 ມີນາ 2020 ເປັນຕົ້ນໄປ ພະແນກຕຳຫຼວດຈະລາຈອນນະຄອນຫຼວງວຽງຈັນ  ແລະ ກອງຮ້ອຍຕຳຫຼວດຈະລາຈອນເມືອງ ຈະລົງຈັດສັນຄວາມເປັນລະບຽບຮຽບຮ້ອຍຢູ່ຕາມເສັ້ນທາງຫຼັກ ໃນນະຄອນຫຼວງວຽງຈັນ ທີ່ມີຄວາມແອອັດໃນຊົ່ວໂມງເລັ່ງດ່ວນ ດ້ວຍການໂຄສະນາເຜີຍແຜ່ກົດລະ ບຽບຈະລາຈອນ ກ່າວເຕືອນນັກ

ຂັບຂີ່ທີ່ລ່ວງລະເມີດກົດລະບຽບຈະລາຈອນ ໂດຍສະເພາະການຈອດລົດ ຊະຊາຍ ຈອດລົດບ່ອນທີ່ຫ້າມຈອດ ແລະ ຈອດລົດເທິງທາງຄົນຍ່າງ ຈຸດເລີ່ມຕົ້ນແຕ່ຖະໜົນສຸພານຸວົງ (ໜ້າສະໜາມບິນສາກົນວັດໄຕ)-ຖະໜົນເສດຖາທິລາດ ຖະໜົນລ້ານຊ້າງ ແລະ ຖະໜົນໄກສອນພົມວິຫານ (ຫໍປະຊຸມແຫ່ງຊາດ) ເຊິ່ງຖະໜົນ 4 ເສັ້ນນີ້ ເປັນເສັ້ນທາງຫຼັກທີ່ມີລົດແລ່ນຜ່ານເປັນຈຳນວນຫຼາຍໃນແຕ່ລະ ວັນ ແລະ ເປັນເສັ້ນທາງຫຼັກທີ່ລົດແຂກການນຳແລ່ນຜ່ານທຸກຄັ້ງ.

    ເພື່ອຄວາມເປັນລະບຽບຮຽບຮ້ອຍໃນການໃຊ້ລົດໃຊ້ຖະໜົນ ແລະ ຫຼຸດຜ່ອນການເກີດອຸບັດເຫດ ຈຶ່ງ ຮຽກຮ້ອງມາຍັງນັກຂັບຂີ່ພ້ອມໃຈກັນປະຕິບັດກົດລະບຽບຈະລາຈອນຢ່າງເຄັ່ງຄັດ ຈອດລົດຢູ່ເຂດທີ່ໃຫ້ ຈອດ ຫຼີກລ່ຽງການຈອດລົດຊ້ອນກັນ ຫຼື ຈອດເທິງທາງຄົນຍ່າງ ເຊິ່ງເປັນການກີດຂວາງການສັນຈອນ ໂດຍຜູ້ລະເມີດຈະຖືກເຈົ້າໜ້າທີ່ກ່າວເຕືອນ ຫຼື ຖືກປັບໃໝ 10 ເທົ່າຂອງການກະທຳຜິດໃນກົດລະບຽບ ຈະລາຈອນຕາມດຳລັດ 188/ນຍ.

ພາບ-ຂ່າວ: ຊິລິການດາ

error: Content is protected !!