ປກສ ນະຄອນໄກສອນ ຈັບຜູ້ຄ້າຂາຍຢາເສບຕິດ ພ້ອມຂອງກາງຢາບ້າ 4 ແສນກວ່າແມັດ

ອີງ​ຕາມ​ການ​ລາຍ​ງານ​ຂ່າວ​ຂອງ MediaLaos ໃຫ້​ຮູ້​ວ່າ: ໃນ​ວັນ​ທີ 27 ມິ­ຖຸ­ນາ 2020 ໜ່ວຍ​ງານ​ສະ­ກັດ​ກັ້ນ​ຢາ​ເສບ​ຕິດ ປກສ ນະ­ຄອນ​ໄກ­ສອນ ພົມ­ວິ­ຫານ ແຂວງ​ສະ­ຫວັນ​ນະ​ເຂດ ສາ­ມາດ​ຢຶດ​ຂອງ​ກາງ ຢາ​ເສບ​ຕິດ ປະ­ເພດ​ຢາ​ບ້າ​ໄດ້ ຈຳ­ນວນ 415.000 ເມັດ ພ້ອມ​ກັກ​ຕົວ​ຜູ້​ຮ່ວມ​ຂະ​ບວນ​ການ ໄດ້​ຈຳ­ນວນ 4 ຄົນ ຍິງ 2 ຄົນ ເຊິ່ງ​ເປັນ​ການ​ມ້າງ​ຄະ­ດີ​ລາຍ​ໃຫຍ່ ແລະ ໄດ້​ຂອງ​ກາງ​ເປັນ​ຈຳ­ນວນ​ຫຼາຍ.

ເຫດ­ການ​ຄັ້ງ​ນີ້ ເລີ່ມ​ຕົ້ນ​ປະ­ຕິ­ບັດ​ການ​ໃນ​ເວ­ລາ 16 ໂມງ​ຂອງ​ວັນ​ທີ 27 ມິ­ຖຸ­ນາ 2020 ເຊິ່ງ​ທາງ​ເຈົ້າ​ໜ້າ­ທີ່​ຕຳ­ຫຼວດ ປກສ ນະ­ຄອນ​ໄກ­ສອນ ພົມ­ວິ­ຫານ ຮ່ວມ​ກັບ ປກສ ກຸ່ມ 7 (ຜັກ​ຂະ-ສົ້ມ­ປ່ອຍ) ໄດ້​ເຂົ້າ​ຈັບ​ກຸມ ພ້ອມ​ທັງ​ກັກ​ຕົວ 2 ຜົວ​ເມຍ ຢູ່​ທີ່​ບ້ານ​ຫ້ວຍ​ໄຜ່ ນະ­ຄອນ​ໄກ­ສອນ ພົມ­ວິ­ຫານ ຄື: ນາງ ຂັນ​ທະ​ລີ (ແອ໋ວ) ອາ­ຍຸ 45 ປີ ແລະ ທ້າວ ວົງ​ພະ­ຈັນ (ຫຳ) ອາ­ຍຸ 45 ປີ ຢູ່​ທີ່​ເຮືອນ​ຂອງ​ພວກ​ກ່ຽວ​ເອງ ໃນ​ນັ້ນ ໄດ້​ພົບ​ຂອງ​ກາງ​ຢາ​ເສບ​ຕິດ (ຢາ​ບ້າ) ຈຳ­ນວນ 02 ມັດ ເທົ່າ​ກັບ 4.000 ເມັດ ຜ່ານ​ການ​ສອບ​ສວນ​ເບື້ອງ​ຕົ້ນ ນາງ ຂັນ​ທະ​ລີ ໄດ້​ຮັບ​ສາ­ລະ­ພາບ​ວ່າ: ຢາ​ບ້າ​ຈຳ­ນວນ​ດັ່ງ­ກ່າວ ແມ່ນ​ໄດ້​ຮັບ​ຊື້​ມາ​ຈາກ​ທ້າວ ສຸ​ລິ​ກາ ອາ­ຍຸ 57 ປີ ປະ­ຊາ­ຊົນ​ບ້ານ​ໜອງ​ບົວ​ທ່າ ເມືອງ​ສອງ​ຄອນ ແຂວງ​ສະ­ຫວັນ​ນະ​ເຂດ ຈາກ​ນັ້ນ ທາງ​ເຈົ້າ​ໜ້າ­ທີ່​ຈຶ່ງ​ໄດ້​ຕິດ­ຕາມ​ພຶດ­ຕິ​ກຳ​ຂອງ​ທ້າວ ສຸ​ລິ​ກາ ຢ່າງ​ໃກ້­ຊິດ ຕໍ່​ມາ​ໃນ​ວັນ​ທີ 28 ມີ​ຖຸ​ນາ ເວ­ລາ 16 ໂມງ ທາງ​ເຈົ້າ​ໜ້າ­ທີ່​ຈຶ່ງ​ໄດ້​ກັກ​ຕົວ​ທ້າວ ສຸ​ລິ​ກາ ໄດ້​ຢູ່​ທີ່​ເຂດ​ຕະ­ຫຼາດ​ສາ­ມັກ­ຄີ​ໄຊ ນະ­ຄອນ​ໄກ­ສອນ ຜ່ານ​ການ​ກວດ​ຄົ້ນ​ຕົວ​ຜູ້­ກ່ຽວ​ແມ່ນ​ບໍ່​ພົບ​ເຫັນ​ຂອງ​ກາງ.

ຈາກ​ນັ້ນ ຈຶ່ງ​ໄດ້​ນຳ​ຕົວ​ຜູ້­ກ່ຽວ​ໄປ​ສອບ​ສວນ ແລະ ໄດ້​ຮັບ​ສາ­ລະ­ພາບ​ວ່າ: ແມ່ນ​ໄດ້​ຂາຍ​ຢາ​ບ້າ​ໃຫ້​ນາງ ຂັນ​ທະ​ລີ ແລະ ທ້າວ ວົງ​ພະ­ຈັນ ຕາມ​ການ​ຊັກ​ທອດ​ຂອງ​ທັງ​ສອງ ເຊິ່ງ​ຢາ​ບ້າ​ທີ່​ນຳ​ມາ​ຈຳ­ໜ່າຍ-ຂາຍ ແມ່ນ​ໄດ້​ຊື້​ມາ​ຈາກ​ນາງ ບຸນ​ເພັງ (ຫຼ້າ​ນ້ອຍ) ອາ­ຍຸ​ປະ­ມານ 39 ປີ ຢູ່​ບ້ານ​ຫົວ​ເມືອງ​ໃຕ້ ນະ­ຄອນ​ໄກ­ສອນ ພົມ­ວິ­ຫານ ຈາກ​ນັ້ນ ໃນ​ເວ­ລາ 17 ໂມງ 30 ນາ­ທີ​ຂອງ​ວັນ​ດຽວ​ກັນ ເຈົ້າ​ໜ້າ­ທີ່​ຈຶ່ງ​ໄດ້​ຂະ­ຫຍາຍ​ຜົນ​ນຳ​ເອົາ​ກຳ­ລັງ​ໄປ​ປິດ​ລ້ອມ​ເຮືອນ​ນາງ ບຸນ​ເພັງ ຕາມ​ການ​ຊັກ​ທອດ​ຂອງ​ທ້າວ ສຸ​ລິ​ກາ ພໍ​ໄປ​ຮອດ​ເຮືອນ​ນາງ ບຸນ​ເພັງ ບໍ່​ຢູ່​ເຮືອນ ມີ​ແຕ່​ລູກ​ສາວ​ຢູ່​ເຮືອນ ຄື: ນາງ ອຳ​ໄພ­ສິດ (ພອຍ​ນ້ອຍ) ອາ­ຍຸ 22 ປີ ເປັນ​ນັກ​ສຶກ​ສາ​ຢູ່​ສະ​ຖາ​ບັນ​ແຫ່ງ​ໜຶ່ງ ໃນ​ແຂວງ​ສະ­ຫວັນ​ນະ​ເຂດ ຈາກ​ການ​ສອບ​ສວນ​ຂອງ​ເຈົ້າ​ໜ້າ­ທີ່ ນາງ ອຳ​ໄພ­ສິດ ກໍ​ໄດ້​ຮັບ​ສາ­ລະ­ພາບ​ວ່າ: ຕົນ​ກໍ​ເຄີຍ​ສົ່ງ​ຢາ​ເສບ​ຕິດ​ໃຫ້​ທ້າວ ສຸ​ລິ​ກາ ໃນ​ເວ­ລາ​ແມ່​ບໍ່​ຢູ່​ເຮືອນ ຈຳ­ນວນ 4 ຄັ້ງ ດັ່ງ­ນັ້ນ ທາງ​ເຈົ້າ​ໜ້າ­ທີ່​ຈຶ່ງ​ໄດ້​ກັກ​ຕົວ​ນາງ ອຳ​ໄພ­ສິດ ໄວ້​ພ້ອມ​ກວດ​ຄົ້ນ​ເຄ­ຫະ​ສະ­ຖານ (ເຮືອນ) ຂອງ​ນາງ ບຸນ​ເພັງ ກໍ​ໄດ້​ພົບ​ເຫັນ​ຢາ​ເສບ​ຕິດ​ທີ່​ຊຸກ­ເຊື່ອງ​ໄວ້​ຈຳ­ນວນ​ຫຼວງ­ຫຼາຍ ຢູ່​ຫ້ອງ​ນອນ​ຊັ້ນ​ເທິງ ຫ້ອງ​ນອນ​ຊັ້ນ​ລຸ່ມ ເຮືອນ­ຄົວ ແລະ ຄອກ​ເປັດ ຜ່ານ​ການ​ກວດ​ຄົ້ນ​ໄດ້​ຢາ​ບ້າ​ຈຳ­ນວນ 206 ມັດ ກັບ 15 ຖົງ ເທົ່າ​ກັບ 415.000 ເມັດ.

ນອກ​ນັ້ນ ທາງ​ເຈົ້າ​ໜ້າ­ທີ່​ຍັງ​ໄດ້​ຢຶດ​ພາ­ຫະ­ນະ ເປັນ­ຕົ້ນ ລົດ​ກະ­ບະ​ວີ​ໂກ້ ສີ­ດຳ ໝາຍ​ເລກ​ທະ­ບຽນ ສະ­ຫວັນ​ນະ​ເຂດ ກຈ 1012 ລົດ​ເກັງ​ຮຸນ​ໄດ ອີ​ແລນ​ຕ້າ ສີ­ຂາວ ໝາຍ​ເລກ​ທະ­ບຽນ ສະ­ຫວັນ​ນະ​ເຂດ ກຈ 3912 ລົດ­ຈັກ​ຈຳ­ນວນ 3 ຄັນ ພ້ອມ​ນັ້ນ​ກໍ​ມີ​ໃບ​ຕາ­ດິນ ໃບ​ມອບ​ກຳ­ມະ­ສິດ​ນຳ​ໃຊ້​ທີ່​ດິນ ໃບ­ຢັ້ງ­ຢືນ​ການ​ຊື້-ຂາຍ​ທີ່​ດິນ ອີກ​ຈຳ­ນວນ 5 ໃບ ບັນ­ຊີ​ເງິນ​ຝາກ​ຈຳ­ນວນ 3 ເຫຼັ້ມ ສາຍ​ຄໍ 1 ເສັ້ນ ໂມງ­ໃສ່­ແຂນ 1 ໜ່ວຍ ເພື່ອ​ມາ​ເປັນ​ຫຼັກ​ຖານ​ໃນ​ການ​ດຳ­ເນີນ​ຄະ­ດີ​ຕໍ່​ໄປ.

error: Content is protected !!