ເຊເວັ່ນ ອີເລຟເວັ່ນ ຍົກລະດັບພາບລັກທີ່ທັນສະໄໝ ຮ່ວມໃຈຂັບເຄື່ອນເສດຖະກິດ ໃນປີທ່ອງທ່ຽວລາວ

ເຊເວັ່ນ ອີເລຟເວັ່ນ ສາຂາບ້ານສະໜາມໄຊ ນະຄອນປາກເຊ ແຂວງຈຳປາສັກ ເປີດໃຫ້ບໍລິການແລ້ວ ເຊິ່ງເປັນສາຂາທີ່ຕັ້ງຢູ່ຕ່າງແຂວງສາຂາທຳອິດໃນ ສປປ ລາວ ພາຍຫຼັງບໍລິສັດ ຊີພີ ອໍລ໌ ລາວ ຈຳກັດ ໃນກຸ່ມຊີພີ ອໍລ໌ ໄດ້ເປີດດຳເນີນການຮ້ານຄ້າ ເຊເວັ່ນ ອີເລຟເວັ່ນ 3 ສາຂາໃນນະຄອນຫຼວວງວຽງຈັນ.

ນະຄອນປາກເຊ ເປັນເມືອງທີ່ມີຄວາມສຳຄັນທາງເສດຖະກິດຂອງແຂວງຈຳປາສັກ ແລະ ເປັນສູນກາງທາງເສດຖະກິດໃນພາກໃຕ້ຂອງລາວ ມີທ່າແຮງສູງ ໂດຍສະເພາະດ້ານການທ່ອງທ່ຽວ ການທີ່ ເຊເວັ່ນ ອີເລຟເວັ່ນ ເຊິ່ງເປັນທຸລະກິດບໍລິການສ່ວນໜຶ່ງໃນພາກການທ່ອງທ່ຽວ ເຂົ້າໄປເປີດດຳເນີນການບໍ່ພຽງແຕ່ຈະເປັນອີກໜຶ່ງຕົວເລືອກໃຫ້ຜູ້ບໍລິໂພກ ໄດ້ມີໂອກາດເຂົ້າເຖິງສິນຄ້າ ແລະ ບໍລິການຄຸນນະພາບ ແຕ່ຍັງເປັນການສົ່ງເສີມພາບລັກຄວາມທັນສະໄໝຂອງ ສປປ ລາວ ທີ່ຈະສະໜັບສະໜູນຈຸດແຂງທີ່ມີຢູ່ແລ້ວ ໂດຍສະເພາະໃນປີທ່ອງທ່ຽວລາວ 2024 (Visit Laos Year 2024) ເຊິ່ງຈະຊ່ວຍສ້າງຄວາມຈະເລີນທາງເສດຖະກິດຂອງປະເທດ ຍົກລະດັບຄຸນນະພາບຊີວິດຂອງປະຊາຊົນ.

ເຊເວັ່ນ ອີເລຟເວັ່ນ ສາຂາບ້ານສະໜາມໄຊ ຍັງມີຈຸດເດັ່ນດ້ວຍສິນຄ້າອຸປະໂພກ-ບໍລິໂພກ ທີ່ໄດ້ມາດຕະ ຖານ ໂດຍສະເພາະສິນຄ້າຍອດນິຍົມມີຈຳໜ່າຍສະເພາະທີ່ຮ້ານເຊເວັ່ນ ອີເລຟເວັ່ນ ເທົ່ານັ້ນ ເຊັ່ນ: Slurpee ເຄື່ອງດື່ມຊົງສົດ All Café ສິນຄ້າອົບສົດ ແລະ ອາຫານພ້ອມໃຫ້ຮັບປະທານ ຕອບສະໜອງຄວາມຕ້ອງການຂອງຜູ້ບໍລິໂພກທຸກເພດທຸກໄວ ພ້ອມນີ້ຍັງເປັນອີກໜຶ່ງຊ່ອງທາງໃນການສະໜັບສະໜູນສິນຄ້າທ້ອງຖິ່ນຂອງຜູ້ປະກອບການລາວ ເພື່ອສ້າງວຽກງານ ສ້າງອາຊີບ ສົ່ງມອບໂອກາດໃນການເຕີບໃຫຍ່ຢ່າງຢືນຍົງຮ່ວມກັນ ຕາມແນວທາງ 3 ປະໂຫຍດ ຂອງເຄືອຈະເລີນໂພກກະພັນ ຄື: ເພື່ອປະໂຫຍດແກ່ປະເທດຊາດ ປະຊາຊົນ ແລະ ອົງກອນ ທີ່ຍຶດຖືໃນການດຳເນີນທຸລະກິດຕະຫຼອດມາ.

error: Content is protected !!