Vietjet ມອບ promotion Friday Sale ມອບປີ້ຍົນລາຄາປະຢັດໄປຫວຽດນາມ ແລະ ອີກຫຼາຍປະເທດຕະຫຼອດປີ

    Vietjet ມີຄວາມຕື່ນເຕັ້ນ ທີ່ຈະໄດ້ມອບ promotion ປີ້ຍົນຕ່າງປະເທດໃນທຸກໆວັນສຸກ! ປີນີ້ເປັນໂອກາດທີ່ດີສໍາລັບນັກທ່ອງທ່ຽວຈາກທົ່ວໂລກ ໃນການເດີນທາງຕາມທີ່ຝັນ ດ້ວຍລາຄາສ່ວນຫຼຸດສຸດພິເສດ.

    ທ່ານສາມາດຈອງປີ້ຍົນຕ່າງປະເທດ ດ້ວຍລາຄາເລີ່ມຕົ້ນພຽງ 0 ໂດລາເທົ່ານັ້ນ (ບໍ່ລວມພາສີ ແລະ ຄ່າທຳນຽມ) ຕັ້ງແຕ່ມື້ນີ້ຮອດວັນທີ 31 ທັນວາ 2024 ທີ່ www.vietjetair.com ຫຼື ຜ່ານແອັບມືຖື Vietjet Air ມອບ promotion ນີ້ໃຊ້ໄດ້ກັບທຸກຖ້ຽວບິນຕ່າງປະເທດ ລວມທັງຖ້ຽວບິນນະຄອນຫຼວງວຽງຈັນ-ໂຮຈິມິງ ແລະ ຖ້ຽວບິນລະຫວ່າງຫວຽດນາມ ແລະ ອົດສະຕາລີ ອິນເດຍ ຍີ່ປຸ່ນ ເກົາຫຼີໃຕ້ ຈີນ ຮົງກົງ ໄຕ້ ຫວັນ ແລະ ອາຊີຕາເວັນອອກສຽງໃຕ້ ຕັ້ງແຕ່ມື້ນີ້ຈົນຮອດວັນທີ 31 ທັນວາ 2024 (ຍົກເວັ້ນວັນພັກ ລະດູການທ່ອງທ່ຽວ).

    Vietjet ນໍາທຸກໆຈຸດໝາຍປາຍທາງມາໃຫ້ໃກ້ນັກທ່ອງທ່ຽວ ໂດຍສະເພາະນັກທ່ອງທ່ຽວຈາກລາວປະເທດທີ່ບໍ່ມີຊາຍແດນຕິດກັບທະເລ Vietjet ໃຫ້ບໍລິການຖ້ຽວບິນກົງເຊື່ອມຕໍ່ນະຄອນຫຼວງວຽງຈັນ ຫາ ນະຄອນໂຮຈີມິງ ດ້ວຍຖ້ຽວບິນໄປກັບ 4 ຖ້ຽວຕໍ່ອາທິດໃນວັນຈັນ ວັນພຸດ ວັນສຸກ ແລະ ວັນອາທິດ ໃຊ້ເວລາພຽງແຕ່ 1 ຊົ່ວໂມງ 45 ນາທີເທົ່ານັ້ນ ມອບໂອກາດໃຫ້ນັກທ່ອງທ່ຽວຈາກປະເທດລາວ ສາມາດເພີດເພີນກັບແຫຼ່ງທ່ອງທ່ຽວທີ່ໜ້າຕື່ນຕາຕື່ນໃຈ ດ້ວຍຖ້ຽວບິນທີ່ສະດວກສະບາຍໃນລາຄາປະຢັດ ດ້ວຍຖ້ຽວບິນທີ່ເຊື່ອມຕໍ່ນະຄອນ ໂຮຈີມິງ ກັບຈຸດໝາຍປາຍທາງອື່ນໆ ບໍ່ວ່າຈະເປັນຫາດຊາຍທີ່ສວຍງາມຢູ່ ຝູກວັກດານັງ ຍາຈາງ ບາຫຼີ ພູເກັດ ແລະ ອື່ນໆ ອົດສະຕາລີ ໃນລະດູໃບໄມ້ຫຼົ່ນເຊັ່ນ: Sydney Melbourne Brisbane ຫຼື ເພີດເພີນໄປກັບການເດີນທາງໃນ  Tokyo Osaka Seoul Busan Shanghai Chengdu Seam Reap ແລະ ອື່ນໆ ຫຼື ເພີດເພີນກັບງານເທດສະການຕ່າງໆໃນປະເທດອິນເດຍ ແລະ ອື່ນໆ Vietjet ກໍມອບໃຫ້ທ່ານໄດ້ !

    ເລີ່ມການເດີນທາງຂອງທ່ານ ແລະ ຮ່ວມສະເຫຼີມສະຫຼອງເທດສະການທົ່ວໂລກດ້ວຍ promotion ທີ່ໜ້າສົນໃຈຈາກພວກເຮົາ ສຳຜັດປະສົບການ ການເດີນທາງໃນເຮືອບິນທີ່ທັນສະໄໝ ແລະ ເປັນມິດກັບສິ່ງແວດລ້ອມ ບໍລິການດ້ວຍພະນັກງານຫ້ອງໂດຍສານທີ່ເປັນມືອາຊີບ ຊີມລົດຊາດອາຫານຫວຽດນາມແຊບໆບໍ່ວ່າຂະເປັນ ເຝີ ແລະ ເຂົ້າຈີ່ຫວຽດນາມ.

    ເພື່ອຄວາມສະດວກສະບາຍໃນການເດີນທາງຂອງທ່ານ Vietjet  ມອບປະກັນໄພ SkyCare ໃຫ້ກັບຜູ້ໂດຍສານທັງໝົດ. ສະເພາະສະມາຊິກຂອງຂອງ Vietjet SkyJoy ຈະໄດ້ຮັບສິດທິປະໂຫຍດເພີ່ມເຕີມເຊັ່ນ: ອາຫານ ເຄື່ອງດື່ມ ແລະ ອື່ນໆ.

    ຢ່າພາດໂອກາດດີໆແບບນີ້! ທ່ອງທ່ຽວທົ່ວໂລກກັບ Vietjet ດ້ວຍ promotion “Real deal” ແລະ ເພີດເພີນກັບປະສົບການທີ່ໜ້າຈົດຈຳໄດ້ຕັ້ງແຕ່ມື້ນີ້.

ຂໍ້ມູນເພີ່່ມຕື່່ມ www.vietjetair.com

error: Content is protected !!