ລັດຖະບານລາວ ມອບໃບຢັ້ງຢືນພົນລະເມືອງກິດຕິມະສັກ ໃຫ້ແກ່ອະດີດກົງສຸນ ກິດຕິມະສັກແຫ່ງ ສປປ ລາວ ປະຈໍາ ປະເທດ ສະວິດ

ໃນວັນທີ 22 ມີນາ 2024 ທີ່ ກະຊວງການຕ່າງປະເທດ ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ທ່ານ ນາງ ມາເຣຍ ກາແປນລີ (Maria Kappeli-Mazenauer) ພັນລະຍາ ຂອງ ທ່ານ ດຣ ກິໂດ ກາແປນລີ (Dr. Guido Josef Kappeli) ອະດີດກົງສູນກິດຕິມະສັກ ແຫ່ງ ສປປ ລາວ ປະຈໍາ ເຂດກັງຕົງ ເມືອງ Schwyz ສະມາພັນທະລັດ ສະວິດ (ທ່ານເສຍຊີວິດ ໃນເດືອນພຶດສະພາ 2023) ພ້ອມດ້ວຍປະທານ ແລະ ຮອງປະທານຂອງ ມູນນິທິກົງສຸນ ລາວ-ສະວິດ (Foundation Consulaire Lao-Suisse) ພ້ອມທັງໄດ້ຕາງໜ້າລັດຖະບານ ແຫ່ງ ສປປ ລາວ ມອບໃບຢັ້ງຢືນພົນລະເມືອງກິດຕິມະສັກ ໃຫ້ແກ່ ທ່ານ ດຣ. ກິໂດ ກາແປນລີ ໂດຍແມ່ນ ທ່ານ ນາງ ມາເຣຍ ກາແປນລີ ຕາງໜ້າຮັບ.

ໃນໂອກາດນີ້ ທ່ານຮອງນາຍົກລັດຖະມົນຕີ ໄດ້ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຢ່າງຈິງໃຈ ຕໍ່ຄຸນງາມຄວາມດີ ແລະ ຜົນງານອັນໃຫຍ່ຫຼວງ ຂອງ ທ່ານ ດຣ. ກິໂດ ກາແປນລີ ເຊິ່ງທ່ານໄດ້ຮັບການແຕ່ງຕັ້ງເປັນກົງສຸນກິດຕິມະສັກ ນັບແຕ່ປີ 2009 ເປັນຕົ້ນມາ ທ່ານໄດ້ປະກອບສ່ວນອັນໃຫຍ່ຫຼວງເຂົ້າໃນການຮັດແໜ້ນການພົວພັນຮ່ວມມືສອງຝ່າຍ ທັງຍັງເຄື່ອນໄຫວຢ່າງຕັ້ງໜ້າໃນການຂົນຂວາຍຍາດແຍ່ງການຊ່ວຍເຫຼືອປະກອບສ່ວນອັນສໍາຄັນເຂົ້າໃນການສ້າງສາພັດທະນາ ແລະ ສ້າງບຸກຄະລາກອນໃຫ້ແກ່ ສປປ ລາວ ລວມເຖິງການປະກອບສ່ວນໃນການໂຄສະນາເຜີຍແຜ່ວັດທະນະທໍາ ການທ່ອງທ່ຽວ ການຄ້າ ແລະ ການລົງທຶນ ຂອງ ສປປ ລາວ.

ທ່ານ ດຣ ກິໂດ ກາແປນລີ ໄດ້ປະກອບສ່ວນໃນຫຼາຍໆດ້ານ ໂດຍສະເພາະດ້ານວຽກງານການສຶກສາ ກີລາ ແລະ ສາທາລະນະສຸກ ຢູ່ເຂດຮ່າງໄກສອກຫຼີກໃນບັນດາແຂວງຕ່າງໆຂອງ ສປປ ລາວ ເຊັ່ນ: ໄດ້ປຸກສ້າງໂຮງຮຽນ ຈໍານວນ 27 ຫຼັງ ໃນ 8 ແຂວງ ພ້ອມທັງໃຫ້ການຊ່ວຍເຫຼືອດ້ານອຸປະກອນການຮຽນ-ການສອນ ແລະ ນໍ້າດື່ມສະອາດ ຈໍານວນ 35 ໂຄງການ ລວມມູນຄ່າຫຼາຍກວ່າ 2,01 ລ້ານໂດລາສະຫະລັດ ແລະ ອື່ນໆອີກ.

ໃນໂອກາດດຽວກັນນີ້ ທ່ານ ນາງ ມາເຣຍ ກາແປນລີ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ແລະ ຮູ້ສຶກເປັນກຽດຢ່າງຍິ່ງ ທີ່ໄດ້ຕາງໜ້າໃຫ້ ທ່ານ ດຣ ກິໂດ ກາແປນລີ ຮັບເອົາໃບຢັ້ງຢືນພົນລະເມືອງກິດຕິມະສັກ ອັນມີຄຸນຄ່າ ແລະ ມີຄວາມໝາຍສໍາຄັນໃນຄັ້ງນີ້ ພ້ອມທັງໃຫ້ຮູ້ວ່າ ທ່ານ ດຣ ກິໂດ ກາແປນລີ ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ທັງໝົດ 80 ຄັ້ງ ໃນນັ້ນ ຕົນເອງກໍ່ໄດ້ມີໂອກາດຕິດຕາມມານໍາ ປະມານ 30 ຄັ້ງ ເຊິ່ງແມ່ນປະສົບການທີ່ສວຍງາມ ແລະ ໜ້າປະທັບໃຈ.

ພ້ອມກັນນີ້ ທ່ານ ນາງ ມາເຣຍ ກາແປນລີ ຍັງໄດ້ຕາງໜ້າໃຫ້ ປະທານ ແລະ ຮອງປະທານຂອງມູນນິທິກົງສຸນລາວ-ສະວິດ ສະແດງຄວາມໝາຍໝັ້ນໃນການສືບຕໍ່ເປັນຂົວຕໍ່ ແລະ ປະກອບສ່ວນໃນການເສີມຂະຫຍາຍການພົວພັນຮ່ວມມື ລະຫວ່າງ ສອງປະເທດ ສະວິດ-ລາວ ໃນຕໍ່ໜ້າ.

error: Content is protected !!